ທ່ານ Trump ປະກາດ ແຜນການ 10 ຂໍ້ ກ່ຽວກັບ ນະໂຍບາຍ ຄົນເຂົ້າເມືອງ

Your browser doesn’t support HTML5

ຜູ້​ສະ​ໜັກ​ເປັນປະທານາທິບໍດີ​ສະຫະລັດສັງກັດ​ພັກ Republican ທ່ານ Donald Trump ​ໄດ້​ກ່າວ​ເຖິງ​ນະ​ໂຍບາຍຄົນ​ເຂົ້າ​ເມືອງ​ຂອງ​ທ່ານ​ໃນຄືນ​ວັນ​ພຸດ​ວານ​ນີ້ ​ໂດຍໃຫ້​ບູລິ​ມະ​ສິດ​ໃນ​ການ​ຮັກສາ​ຄວາມ​ປອດ​ໄພ​ຊາຍ​ແດນ ແລະ​ຄ້ຳປະກັນ​ວ່າພວກ​ທີ່​ຈະ​ເຂົ້າ​ມາ​ໃນ​ສະຫະ ລັດນັ້ນ​ຕ້ອງ​ໃຫ້ການ​ເຄົາລົບ​ຕໍ່ຫລັກ​ຄຸນຄ່າ​ຂອງ​ປະ​ເທດນີ້.

ທ່ານ​ໄດ້​ກ່າວ​ຕໍ່​ພວກ​ສະໜັບສະໜຸນ​ທ່ານ​ໃນ​ລັດ Arizona ​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງປະ​ເທດ ​ໂດຍ​ໃຊ້​ພາ​ສາ​ທີ່​ໜັກ​ແໜ້ນກວ່າທີ່​ທ່ານ​ໄດ້​ກ່າວ​ກ່ອນ​ໜ້ານັ້ນຫລາຍ​ຊົ່ວ​ໂມງ​ທີ່ນະ​ຄອນ Mexico City ບ່ອນ​ທີ່​ທ່ານ​ໄດ້​ພົບ​ປະ ໃນ​ອັນ​ທີ່​ທ່ານ​ເອີ້ນ​ວ່າ ການ​ໂອ້​ລົມ​ສົນທະນາ​ທີ່ “ສຳຄັນ​ແລະ​ກົງ​ໄປ​ກົງ” ກັບ​ປະທານາທິບໍດີ Mexico ທ່ານ Enrique Pena Nieto.

ຜູ້ປະທ້ວງຄົນນຶ່ງ ຖືປ້າຍປະທ້ວງ ທ່ານ Donald Trump ຜູ້ສະໝັກເປັນປະທານາທິບໍດີສະຫະລັດ ສັງກັດພັກ Republican ທີ່ ສະຖານທີ່ Angel of Independence ໃນນະຄອນ Mexico City, Mexico, 31 ສິງຫາ, 2016.

ຕົວຢ່າງ​ສຳຄັນ​ຂອງ​ການ​ບໍ່​ລົງ​ຮອຍ​ກັນ​ ກໍ​ແມ່ນການ​ໃຫ້​ຄຳ​ໝັ້ນສັນຍາ​ຢ່າງ​ແຂງ​ຂັນມາ​ເປັນ​ເວລາ​ດົນ​ນານ​ແລ້ວ​ຂອງ​ທ່ານ Trump ​ທີ່​ຈະ​ສ້າງ​ກຳ​ແພງ ​ຕາມ​ຊາຍ​ແດນ ສະຫະລັດ ກັບ Mexico. ທ່ານ Trump ​ໄດ້​ກ່າວ​ວ່າ ຫຼັງຈາກທີ່​ທ່ານ​ໄດ້​ພົບ​ປະສົນທະນາກັບທ່ານ Pena Nieto ກ່ຽວ​ກັບ​ແຜນການ​ແລ້ວ ​ແຕ່​ວ່າ ບໍ່​ແມ່ນ​ການ​ກ່າວຢ້ຳ​ຂອງ​ທ່ານ Trump ທີ່​ວ່າ Mexico ຈະ​ເປັນ​ຜູ້​ຈ່າຍ​ຄ່າກຳ​ແພງ​ນີ້. ​ແຕ່​ເຖິງ​ຢ່າງ​ນັ້ນ​ກໍ​ຕາມ ທ່ານ Pena Nieto ​ໄດ້​ກ່າວ​ວ່າ Mexico ຈະ​ບໍ່ເປັນ​ຜູ້ຈ່າຍ.

​ແຕ່​ວ່າ ທ່ານ Trump ​ໄດ້​ເປີດ​ເຜີຍແຜນການ 10 ຂໍ້ ກ່ຽວ​ກັບ​ນະ​ໂຍບາຍຄົນ​ເຂົ້າ​ເມືອງ ​ຂອງ​ທ່ານ ທີ່ລັດ Arizona ຊຶ່ງ​ເປັນບ່ອນ​ທຳ​ອິດ ​ທີ່ກຳພ​ແງ​ອັນ “ສູງ, ​ແຂງ​ແຮງ​ແລ​ະສວຍ​ງາມ” ​ໄດ້​ສ້າງ​ຂຶ້ນ​.

ທ່ານ​ໄດ້​ກ່າວ​ວ່າ “ພວກ​ເຂົາເຈົ້າຍັງບໍ່​ຮູ້​ເທື່ອ​, ​ແຕ່​ວ່າ​ພວກ​ເຂົາ​ເຈົ້າ​ຈະ​ເປັນ​ຜູ້​ທີ່​ຈ່າຍ​ຄ່​າ​ເຮັດກຳ​ແພງ​ນີ້.” ຊຶ່ງ​ພວກ​ທີ່​ໄປ​ເຕົ້າ​ໂຮມຢູ່​ທີ່​ນັ້ນພາກັນ​ໂຮ​ຮ້ອງ​ອອກ​ມາ​ວ່າ “ສ້າງ​ກຳ​ແພງ​ນັ້ນ!”

ຜູ້ສະໜັກເປັນປະທານາທິບໍດີສະຫະລັດສັງກັດພັກ Republican ທ່ານ Donald Trump ກ່າວຖະແຫຼງການໃນເມືອງ Albuquerque, New Mexico.

ທ່ານ John Podesta ປະທານ​ຄະນະໂຄສະນາ​ຫາ​ສຽງ​ຂອງຜູ້​ສະ​ໜັກ​ເປັນປະທານາທິບໍດີ​ສະຫະລັດສັງກັດ​ພັກ Democrat ຂອງທ່ານ​ນາງ Hillary Clinton ​ໄ​ດ້ກ່າວເຖິງ ທ່ານ Trump ວ່າ ທ່ານ “ຊັອກ” ທີ່​ໄດ້​ອະທິບາຍ​ເຖິງ​ບັນຫາ​ຕ່າງໆ​ນາ​ໆ​ກັບ​ທ່ານ Pena Nieto.

“ສິ່ງ​ທີ່​ພວກ​ເຮົາ​ເຫັນ​ມື້​ນີ້ ຈາກ​ຜູ້​ຊາຍ​ຄົນ​ນຶ່ງ​ທີ່​ອ້າງ​ຕົນ​ວ່າ ​ເປັນ​ຜູ້​ທີ່​ສຸດ​ຍອດ​ຂອງ​ ‘ການ​ຕໍ່ລອງ’ ​ແມ່ນ​ວ່າ ທ່ານ ບໍ່​ມີຄວາມ​ກ້າ​ທີ່​ຈະ​ອະທິບາຍ ​ໃຫ້​ຄວາມ​ຮູ້​ເພື່ອ​ການ​ໂຄສະນາ​ຫາ​ສຽງທີ່​ທ່ານ​ໄດ້​ຮັບປາກ​ໄວ້ ຕອນ​ທີ່​ທ່ານ​ບໍ່​ຢູ່​ຊຶ່ງ​ໜ້າ​ກັບ​ພວກ​ທີ່ນິ​ໄສ​ດີ,” ຊຶ່ງ​ທ່ານ Podesta ​ໄດ້​ກ່າວ​ເຊັ່ນ​ນັ້ນ.

ຜູ້ສະໜັກເປັນປະທານາທິບໍດີສະຫະລັດສັງກັດພັກ Democrat ຂອງທ່ານນາງ Hillary Clinton ກ່າວຖະແຫຼງການໃນເມືອງ Reno, Nevada, 25 ສິງຫາ, 2016.

ຫຼັງ​ຈາກ​ຫຼາຍໆ​ສັບປະດາ​ທີ່​ມີ​ລາຍ​ງານ​ວ່າ ທ່ານ Trump ອາດ​ຈະ​ອ່ອນ​ຂໍ້​ລົງ ກ່ຽວ​ກັບ​ນະ​ໂຍບາຍ​ຂອງ​ຄົນ​ເຂົ້າ​ເມືອງ ທ່ານ​ໄດ້​ສະ​ເໜີ​ໃນແລງວັນ​ພຸດ​ວານ​ນີ້ ​ໂດຍຈະ​ຈ້າງບັນດາ​ເຈົ້າ​ໜ້າ​ທີ່ 5 ພັນ​ຄົນ ​ເພື່ອ​ລາດຕະ​ເວນຊາຍ​ແດນ ​ເພີ້​ມ​ເປັນ​ສາມ​ເທົ່າ ຂອງ​ຈຳນວນເຈົ້າ​ໜ້າ​ທີ່ປ້ອງ​ກັນຄົນ​ເຂົ້າ​ເມືອງ ​ແລະ​ຈະ​ຈັດ​ສົ່ງ​ເນລະ​ເທດ​ພວກ​ທີ່​ຖືກ​ຈັບ ​ໃນ​ການ​ເຂົ້າ​ມາ​ຍັງ​ສະຫະລັດ ​ແບບ​ຜິດ​ກົດໝາຍ. ທ່ານ​ໄດ້​ກ່າວ​ວ່າ ການ​ເຮັດ​ຜິດ​ກົດໝາຍ​ແລະ​ຜ່ານ​ຂ້າມມາ​ຈາກຊາຍ​ແດນ ຈະ​ຫຼຸດ​ໜ້ອຍ​ລົງ ​ແລະ​ພວກ​ໂຈນ​ອັນ​ຕະພານ​ຈະ​ຫລຸດ​ນ້ອຍລົງ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ