ຫົວໜ້າອົງການສັນຕິບານກາງຫຼື FBI ທ່ານ James Comey ໄດ້ປະຕິເສດບໍ່ຮັບຮູ້
ການກ່າວອ້າງທີ່ຮ້າຍແຮງຂອງປະທານາທິບໍບດີ Donald Trump ທີ່ວ່າ ອະດີດປະ
ທານາທິບໍດີ Barack Obama ໄດ້ລັກຟັງໂທລະສັບຂອງທ່ານຫຼາຍອາທິດກ່ອນການ
ເລືອກຕັ້ງປະທານາທິບໍດີໃນປີກາຍນີ້.
ໃນການຮັບຟັງຄຳໃຫ້ການຕໍ່ໜ້າຄະນະກຳມະການສືບລັບຂອງສະພາຕ່ຳໃນວັນຈັນ
ວານນີ້ ທ່ານ Comey ຍັງໄດ້ຢືນຢັນວ່າ ອົງການຂອງທ່ານກຳລັງສືບສວນເບິ່ງວ່າ
ບັນດາຜູ້ຊ່ວຍ ໃນການໂຄສະນາຫາສຽງ ຂອງທ່ານ Trump ສົມຮູ້ຮ່ວມຄິດກັນຫຼືບໍ່
ເພື່ອຜົນປະໂຫຍດຂອງຣັດເຊຍ ທີ່ຊ່ວຍໃຫ້ທ່ານໄດ້ຮັບໄຊຊະນະ.
Your browser doesn’t support HTML5
Comey: ‘No Information That Supports' Wiretapping Tweets
ທ່ານ Comey ກ່າວວ່າ “ຂ້າພະເຈົ້າບໍ່ມີຂໍ້ມູນທີ່ສະໜັບສະໜູນການສົ່ງຂໍ້ຄວາມທາງ
Twitter ຂອງ ປະທານາທິບໍດີ Trump ທີ່ກ່າວອ້າງວ່າ ທ່ານ Obama ໄດ້ລັກຟັງໂທ
ລະສັບຢູ່ທີ່ສູນກາງຫາສຽງຂອງທ່ານ ທີ່ຕຶກ Trump Tower ໃນ ນະຄອນ
ew York.”
ເຖິງແມ່ນໄດ້ມີການຖະແຫລງດັ່ງກ່າວກໍຕາມ ໂຄສົກທຳນຽບຂ່າວທ່ານ Sean
Spicer ໃນເວລາຕໍ່ມາໄດ້ກ່າວວ່າ ປະທານາທິບໍດີ Trump ຈະບໍ່ຍອມຖອນການ
ກ່າວຫາກ່ຽວກັບການລັກຟັງໂທລະສັບຂອງທ່ານ. ທ່ານ Spicer ກ່າວວ່າ "ພວກ
ເຮົາໄດ້ເລີ້ມການຮັບຟັງຄຳໃຫ້ການ ທີ່ຍັງດຳເນີນຕໍ່ໄປຢູ່ ຍັງມີຢູ່ອີກຫຼາຍຂົງເຂດ
ທີ່ຍັງຈະຕ້ອງກ່າວເຖິງ. ຍັງມີອີກຫຼາຍຂໍ້ມູນທີ່ຍັງຈະຕ້ອງໄດ້ສົນທະນາກັນ.”
Your browser doesn’t support HTML5
Comey: FBI Investigating 'Any Links' Between Trump Campaign-Russia
ທ່ານ Comey ກ່າວຕໍ່ຄະນະກຳມະການວ່າ ເພາະວ່າ ການສືບສວນຕໍ່ຕ້ານການສືບ
ລັບຂອງຣັດເຊຍ ເພື່ອແຊກແຊງເຂົ້າໃນການເລືອກຕັ້ງສະຫະລັດເປັນເລື່ອງລັບ “ຂ້າ
ພະເຈົ້າຈຶ່ງບໍ່ສາມາດເວົ້າຫຍັງຫລາຍໄປອີກກວ່ານີ້ກ່ຽວກັບສິ່ງທີ່ພວກເຮົາກຳລັງປະ
ຕິບັດແລະການກະທຳຂອງໃຜທີ່ພວກເຮົາກຳລັງພິຈາລະນາຢູ່.” ທ່ານກ່າວວ່າບັນດາ
ຜູ້ນຳລັດຖະສະພາໄດ້ຖືກລາຍລາຍງານໃຫ້ຟັງແລ້ວ ຢ່າງເປັນການລັບ.
Your browser doesn’t support HTML5
Rogers: Asking GCHQ to Wiretap Trump ‘Expressly Against Five Eyes Agreement’
ແຕ່ທ່ານ Comey ກ່າວວ່າ ທ່ານໄດ້ຮັບອະນຸຍາດຈາກກະຊວງຍຸຕິທຳ ເພື່ອໃຫ້ການ
ຢືນຢັນກ່ຽວກັບການສືບສວນຂອງອົງການ FBI “ຮວມທັງລັກສະນະຂອງການສືບ
ສວນທີ່ພົວພັນກັບສ່ວນບຸກຄົນ ທີ່ກ່ຽວຂ້ອງກັບການໂຄສະນາຫາສຽງຂອງທ່ານ
Trump ແລະລັດຖະບານຣັດເຊຍ ແລະກວດເບິ່ງວ່າ ມີການປະ ສານງານໃດໆຫຼືບໍ່
ລະຫວ່າງການໂຄສະນາຫາສຽງແລະຄວາມພະຍາຍາມຂອງ ຣັດເຊຍ.”
ພວກປະທ້ວງເຕົ້າໂຮມກັນຢູ່ນະຄອນ Philadelphia ລະຫວ່າກອງປະຊຸມພັກແຫ່ງຊາດພັກ ເດໂມແຄຣັດ.
ບໍ່ເທົ່າໃດຊົ່ວໂມງກ່ອນໜ້ານັ້ນ ປະທານາທິບໍບໍດີ Trump ໄດ້ກ່າວວ່າ ການສະ ເໜີ
ໃດໆກໍວ່າ ທີ່ວ່າ ການໂຄສະນາຫາສຽງຂອງທ່ານ ປະສານງານກັບຜົນປະໂຫຍດ
ຂອງຣັດເຊຍ ທີ່ຊ່ວຍໃຫ້ທ່ານໄດ້ຮັບໄຊຊະນະເພື່ອເຂົ້າກຳຕຳແໜ່ງທີ່ທຳນຽບຂາວ
ນັ້ນ ໂດຍກ່າວວ່າມັນເປັນຂໍ້ແກ້ຕົວ “ທີ່ສ້າງຂຶ້ນ” ໂດຍພັກເດໂມແຄຣັດທີ່ເສຍໄຊ
ໃນການເລືອກຕັ້ງນັ້ນ.