ທຳນຽບຂາວ ກ່າວວ່າ ຕົນກຳລັງ ສຶກສາເບິ່ງ ການລົງໂທດ ຮອບໃໝ່ ຕໍ່ ຣັດເຊຍ

ປະທານາທິບໍດີ ດໍ​ໂນລ ທຣຳ ກ່າວ ໃນພິທີມອບ ຫຼຽນກາຄຳຊອບ ໃຫ້ແກ່ເຈົ້າໜ້າທີ່ ຮັກສາຄວາມປອດ ຫຼື Public Safety Medal of Valor ໃນຫ້ອງຕາເວັນອອກ ຫຼື East Room ໃນທຳນຽບຂາວ ທີ່ວໍຊິງຕັນ, 20 ກຸມພາ 2018.

​ເຈົ້າ​ໜ້າ​ທີ່​ອາວຸ​ໂສ ຂອງ​ທຳນຽບຂາວ ກ່າວ​ວ່າ ລັດຖະບານ​ຂອງທ່ານ​ທຣຳ ກຳລັງສຶກ
ສາເບິ່ງ ​ການ​ລົງ​ໂທດ​ເພີ້ມຕື່ມ ຕໍ່ຣັດ​ເຊຍ ​ແລະຫາທາງປົກປ້ອງຕໍ່ຄວາມ​ເປັນ​ໄປ​ໄດ້​ໃນ
​ແຊກແຊງ ເຂົ້າໃນການ​ເລືອກ​ຕັ້ງ​ລັດຖະສະພາ​ ໃນ​ເດືອນ​ພະຈິກ​ຈະ​ມາ​ເຖິງ​ນີ້.

ພັກຣີພັບ​ບລີ​ກັນ ​ແລະ​ພັກ​ເດ​ໂມ​ແຄຣັດ ​ໄດ້​ຕຳ​ໜິຕິຕຽນ ປະທານາທິບໍດີ ດໍ​ໂນລ ທຣຳ
ທີ່​ບໍ່​ໄດ້ຈັດໃຫ້​ມີ​ການລົງ​ໂທດຕໍ່ຣັດເຊຍ ທີ່​ຮັບ​ຜ່ານ​ໂດຍ​ລັດຖະສະພາ ກ່ຽວ​ກັບການ
​ແຊກແຊງ​ເຂົ້າ​ໃນ​ການ​ເລືອກ​ຕັ້ງ ເມື່ອ​ປີ 2016.

ບັນດາ​ເຈົ້າໜ້າ​ທີ່ ​ໄດ້​ກ່າວ ​ໃນ​ວັນ​ພຸດວານ​ນີ້ວ່າ ຂັ້ນ​ຕອນ​ການ​ລົງ​ໂທດທີ່​ວ່າ​ນີ້ ​ແມ່ນ
ພວມດຳເນີນໄປຢ່າງຊັກ​ຊ້າ ຍ້ອນ​ເຫດຜົນ​ທາງດ້ານ​ກົດໝາຍ ​ແລະ​ບໍ່​ສາມາດທີ່ຈະ
ຖືເອົາຫົວຂໍ້ຂ່າວທີ່ບໍ່ດີ ​ແລະ​ການ​ຕຳ​ໜິຕຽນ ມາເປັນເລື່ອງທີ່ສຳຄັນ.

“ຂັ້ນ​ຕອນ​ການ​ດຳ​ເນີນ​ງານ​ໃນ​ການ​ລົງ​ໂທດ ​ແມ່ນ​ດົນ​ນານ. ມັນ​ຫຍຸ້ງຍາກ​ລຳບາກ
​ແລະ​ບໍ່​ສວຍ​ງາມ. ​ແຕ່ວ່າ ຫຼັກ​ຖານນັ້ນ​ແມ່ນ​ມີ​ຢູ່​ທີ່​ນັ້ນ ​ແລະ​ພວກ​ເຮົາ​ພ້ອມ, ພວກ
​ເຮົາ​ແມ່ນ​ຄວນ​ຈະເອົາ​ບາດກ້າວໃນ​ການ​ລົງ​ໂທດ,”
ນັ້ນຄືຄຳເວົ້າຂອງ​ເຈົ້າ​ໜ້າ​ທີ່ ທີ່​
ໄດ້​ກ່າວ​ໄວ້.

​ໃນວັນພຸດວານ​ນີ້​ເຊັ່ນ​ກັນ ປະທານາທິບໍດີທຣຳ ​ໄດ້​ຖາມວ່າ ​ເປັນ​ຫຍັງ​ລັດຖະບານອະດີດ ປະທານາທິບໍດີ ​ໂອ​ບາ​ມາ ຈຶ່ງ​ບໍ່ຖືກ​ສືບສວນ​ ​ຍ້ອນບໍ່ໄດ້ຂັດຂວາງການເຂົ້າແຊກແຊງໃນ
ການເລືອກຕັ້ງປີ 2016 ຂອງ ຣັດ​ເຊຍ.

ທ່ານ​ທຣຳ ບໍ່​ເຖິງຂັ້ນກັບຮຽກຮ້ອງ​ໄຫ້ລັດຖະມົນ​ຕິ​ກະຊວງ​ຍຸຕິ​ທຳ ທ່ານ Jeff Sessions ​
ເລີ່​ມການສືບສວນ ການບໍລິຫານງານຢູ່​ທຳນຽບຂາວ​ຂອງ​ທ່ານ​ໂອ​ບາ​ມາ.

“ຖ້າ​ຫາກ​ວ່າ ການແຊກ​ແຊງຂອງຣັດ​ເຊຍ ​ເກີດ​ຂຶ້ນ​ແທ້ ​ໃນ​ຊ່ວງ​ລັດຖະບານ​ຂອງ​ທ່ານ​
ໂອ​ບາ​ມາ ຈົນ​ມາ​ຮອດ​ວັນ​ທີ 20 ​ມັງກອນ ​ເປັນ​ຫຍັງ​ພວກ​ເຂົາ​ເຈົ້າ​ຈຶ່ງ​ບໍ່​ຖືກ​ສືບສວນ? ​
ເປັນ​ຫຍັງ​ລັດຖະບານທ່ານ​ໂອ​ບາ​ມາ ຈຶ່ງບໍ່​ເຮັດ​ຫຍັງ​ເລີຍ. ​ເປັນ​ຫຍັງຄວາມຜິດຂອງ
ພັກເດໂມແຄຣັດ ຈຶ່ງບໍ່​ມີ​ການ​ສືບ​ສວນ​? ຖາມ​ທ່ານ Jeff Sessions ເບິ່ງຕິ?”
ຊຶ່ງທ່ານ​
ທຣຳ ​ໄດ້​ຂຽນ​ລົງ​ໃນທຣິດ​ເຕີ​.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ຮອງລັດຖະມົນຕີ ກະຊວງຍຸຕິທຳ ທ່ານ ຣອດ ໂຣຊັນສໄຕນ໌ (Rod Rosenstein) ປະກາດຕໍ່ສື່ ເຖິງໄອຍະການພິເສດ ທ່ານ ໂຣເບີຣດ ມັລເລີ (Robert Mueller) ກ່າວວ່າ ຄະນະຕຸລາການໄດ້ຟ້ອງຮ້ອງ ພວກທີ່ຖືສັນຊາດຣັດເຊຍ 13 ຄົນ ແລະອົງກອນຕ່າງໆຂອງຣັດເຊຍ, 16 ກຸມພາ 2018.