ລັດຖະມົນຕີ ປ້ອງກັນປະເທດ ສຫລ ໃຫ້ການ ຄ້ຳປະກັນ ຕໍ່ຍີ່ປຸ່ນ ແລະ ເກົາຫຼີໃຕ້

ລັດຖະມົນຕີປ້ອງກັນປະເທດ ສຫລ ທ່ານ Jim Mattis (ຊ້າຍ) ແລະນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe (ຂວາ) ຈັບມືກັນ ທີ່ທຳນຽບນາຍົກລັດຖະມົນຕີ ຢູ່ນະຄອນໂຕກຽວ. (3 ກຸມພາ 2017)

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ທ່ານ James Mattis ​ກ່າວ​ທີ່​ນະ​ຄອນຫລວງ Tokyo ປະ​ເທດ​ຍີ່ປຸ່ນ ​ໃນ​ວັນ​ສຸກ​ມື້​ນີ້ວ່າ ສະຫະລັດ ຈະ​ຢືນຢູ່ຢ່າງ​ໝັ້ນຄົງ ​100 ​ເປີ​ເຊັນ ຄຽງບ່າ​ຄຽງ​ໄຫລ່ ກັບຍີ່ປຸ່ນ.

ທ່ານ Mattis ໃນ​ການ​ເດີນທາງ ​ໄປ​ຢ້ຽມຢາມ​ເທື່ອ​ທຳ​ອິດ ນັບ​ແຕ່​ເຂົ້າຮັບຕຳແໜ່ງ​ເປັນ​ຫົວໜ້າ​ທຳນຽບຫ້າ​ແຈ ​ໃຫ້​ຄວາມ​ເຫັນ​ດັ່ງກ່າວ ຫຼັງ​ຈາກ​ໄດ້​ພົບ​ປະ​ກັບ​ນາຍົກລັດຖະມົນ ຕີຍີປຸ່ນ ທ່ານ Shinzo Abe.

​ໃນ​ຕອນ​ເຊົ້າ​ຂອງ​ວັນ​ສຸກ​ມື້​ນີ້ ຢູ່​ທີ່​ເກົາຫລີ​ໃຕ້ ທ່ານ Mattis ກ່າວວ່າ ການ​ໂຈມ​ຕີດ້ວຍ​ອາ ວຸດ​ນິວ​ເຄລຍ​ໃດໆກໍ​ຕາມ​ໂດນ​ເກົາຫລີ​ເໜືອ ​ໃສ່​ສະຫະລັດ ຫລື​ພັນທະ​ມິດ​ນັ້ນ ຈະໄດ້​ຮັບ​ການ​ຕອບ​ໂຕ “ທີ່​ມີ​ປະສິດທິ​ຜົນ​ແລະດ້ວຍ​ກຳລັງ​ທີ່​ເໜືອກ​ວ່າ” ໃນ​ຄວາມພ​ະຍາ​ຍາມ​ຂອງ​ທ່ານ ​ທີ່ຈະ​ຄໍ້າປະກັນ ​ແກ່​ເກົາຫລີ​ໃຕ້ແລະ​ຍີ​ປຸ່ນ ກ່ຽວ​ກັບ​ການເປັນ​ພັນທະ​ມິດ​ແບບ​ຍືນ​ຍົງ ຂອງ​ສະຫະ​ລັດ​ຕໍ່ສອງປະ​ເທດພັນທະ​ມິດ​ໃນເຂດເອ​ເຊຍດັ່ງກ່າວ.​

ປະທານາທິບໍດີ​ສະຫະລັດ ທ່ານ Donald Trump ​ໄດ້​ຂົ່ມຂູ່​ໃນ​ລ​ະຫວ່າງ​ການ​ໂຄສະນາ​ຫາ​ສຽງ​ຂອງ​ທ່ານ ທີ່​ຈະ​ຖອນ​ກຳລັງ​ທະຫານ​ສະຫະລັດ​ອອກ​ຈາກ​ເກົາຫລີ​ໃຕ້ ​ແລະ​ຍີ່​ປຸ່ນ ຖ້າປະ​ເທດ​ທັງ​ສອງ​ບໍ່​ຈ່າຍເງິນ​ຕື່ມ ​ເພື່ອ​ໃຫ້ການ​ສະໜັບສະໜູນ​ທາງທະຫານທີ່​ເຂົາ​ເຈົ້າ​ໄດ້​ຮັບ​ຈາກ​ສະຫະ​ລັດ​.

Your browser doesn’t support HTML5

US Asia

ທ່ານ Mattis ຍັງ​ໄດ້​ຢ້ຽມຢາມ​ສຸສານ​ແຫ່ງຊາດຂອງ​ເກົາຫຼີ​ໃຕ້ໃນ​ວັນ​ສຸກ​ມື້​ນີ້ບ່ອນ​ທີ່​ທ່ານ ​ແລະ​ຄູ່ຕຳ​ແໜ່​ງ ​ຝ່າຍເກົາຫລີ​ໃຕ້ ທ່ານ Han Minkoo ​ເຂົ້າຮ່ວມ​ ວາງ​ພວງ​ມາລາ ​ຢູ່ທີ່​ສຸ ສານດັ່ງກ່າວ ​ເພື່ອ​ໄວ້ອາ​ໄລໃຫ້ແກ່ພວກ​ທະຫານ ທີ່​ໄດ້​ເສຍ​ຊີ​ວິດ​ໃນ​ສົງຄາມ​ເກົາຫລີ.

​ໃນ​ວັນພ​ະຫັດ​ວານ​ນີ້ ທ່ານ Mattis ໄດ້ກ່າວ​ວ່າ ລັດຖະບານ​ທ່ານ Trump ມີ​ຄວາມ​ໝັ້ນ​ໝາຍ​ທີ່​ຈະເສີມ​ຂະຫຍາຍ​ຄວາມ​ສຳພັນ ​ກັບ​ເກົາຫລີ​ໃຕ້ ​ຖ້າມກາງໃນ​ອັນ​ທີ່​ທ່ານ​ຮ້ອງ​ວ່າ “ເປັນ​ການ​ທ້າ​ທາຍ​ເກາະ​ຜິດ” ຂອງ​ເກົາຫຼີ​ເໜືອທີ່​ໂຊ​ລກຳລັງປະ​ເຊີນ​ໜ້າໃນ​ເວລາ​ນີ້.

ທ່ານ​ກ່າວ​ວ່າ “ປັດ​ຈຸ​ບັນ​ນີ້ ພວກ​ເຮົາ​ຕ້ອງໄດ້​ແກ້​ໄຂ​ສະພາບ​ການ​ໂຕ​ຈິງຂອງ​ການ​ຂົ່ມຂູ່ທີ່​ປະ​ເທດ​ຂອງ​ທ່ານແລະ​ປະ​ເທດຂອງ​ຂ້າພະ​ເຈົ້າ​ພວມປະ​ເຊີນ​ໜ້າ​ແລະ​ພວກ​ເຮົາ​ຕັ້ງ​ໃຈທີ່​ຈະ​ຢືນ​ຢ່າງ​ຄຽງ​ບ່າ​ຄຽງ​ໄຫຼ່ກັບ​ພວກ​ທ່ານ​ ໃນ​ຂະນະ​ທີ່​ພວກ​ເຮົາ​ປະ​ເຊີນ​ໜ້າກັບ​ເລື່ອງ​ດັ່ງ ກ່າວ​ນີ້​ນຳ​ກັນ.”

ທ່ານ​ Mattis ​ໄດ້​ກ່າວໂດຍ​ຢືນຢູ່່​ຄຽງ​ຂ້າງ​ກັບນາຍົກລັດຖະມົນຕີ​ເກົາຫຼີ​ໃຕ້ທ່ານ Hwang Kyo-ahn ​ໃນ​ການເລີ້ມ​ຕົ້ນການເດີ​ນທາງຢ້ຽມຢາມຕ່າງປະ​ເທດ​ເທື່ອ​ທຳ​ອິດ​ໃນ​ນາມ​ຫົວ ໜ້າ​ທຳນຽບຫ້າ​ແຈ.

ທ່ານ Hwang ກ່າວ​ວ່າ ທ່ານ​ເບິ່ງ​ໄປ​ໜ້າ​ໃນ​ການ​ປຶ​ກສາ​ຫາ​ລື​ກ່ຽວ​ກັບພັນ​ທະ​ມິດ​ສະຫະ ລັດ ແລະເກົາ​ຫລີໃຕ້ ​ແລະ​ “ຮັບມືກັບບັນຫາ​ນິວ​ເຄລຍຂອງ​ເກົາຫລີ​ເໜືອ.”

ກ່ອນເດີນທາງ​ໄປ​ເຖິງ​ເກົາຫລີ​ໃຕ້ ທ່ານ Mattis ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວທີ່​ເດີນທາງ​ໄປ​ກັບ​ທ່ານ​ວ່າ ຫົວ​ຂໍ້​ນຶ່ງ​ຂອງ​ການ​ສົນ​ທະ​ນາ ລະຫວ່າງ​ການ​ຢ້ຽມຢາມ​ຂອງ​ທ່ານ ​ຈະ​ແມ່ນ​ເລື່ອງລະບົບ​ລູກ​ສອນ​ໄຟ THAAD ຊຶ່ງ​ສະຫະລັດແລະ​ເກົາຫລີ​ໃຕ້​ຕ້ອງການຢາກ​ຕິດ​ຕັ້ງ​ໃນ​ປີ​ນີ້ ໂດຍ​ທີ່​ໄດ້​ຮັບ​ການ​ຄັດຄ້ານ​ຈາກ​ຈີນ.

ທ່ານ Mattis ກ່າວ​ວ່າ “ຖ້າ​ຫາກ​ບໍ່​ມີ​ການ​ທ້າ​ທາຍ​ເກາະ​ຜິດ​ຂອງ​ເກົາ​ຫລີ​ເໜືອ ​ແລ້ວ ພວກ​ເຮົາກໍ​ບໍ່​ມີ​ຄວາມ​ຕ້ອງການ ລະ​ບົບລູກ​ສອນ​ໄຟ THAAD ​ມາ​ໄວ້​ທີ່​ນີ້. ບໍ່​ມີ​ປະ​ເທ​ດອື່ນ​ໃດ​ທີ່​ຕ້ອງ​ເປັນຫ່ວງ​ກ່ຽວ​ກັບລະບົບ​ລູກ​ສອນ​ໄຟ THAAD ນອກຈາກ​ເກົາຫລີ​ເໜືອ ຖ້າ​ຫາກ​ວ່າ​ ເຂົາ​ເຈົ້າ​ພົວພັນ​ກັບ​ສິ່ງ​ໃດ​ສິ່ງ​ນຶ່ງ​ທີ່​ເຫັນ​ວ່າ​ເປັນ​ການຮຸກ​ຮານ​ນັ້ນ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ