ປ. ທຣໍາ ປະກາດ ເພີ້ມງົບປະມານ ທາງດ້ານ ທະຫານ ຂະນະໄປຢ້ຽມຢາມ ກຳປັ່ນລົບ

ປະທານາທິບໍດີ Donald Trump ກ່າວຢູ່ເທິງກຳປັ່ນບັນທຸກ ເຮືອບິນ Gerald R. Ford ທີ່ໃຊ້ພະລັງງານນິວເຄລຍ.

ປະທານາທິບໍດີ​ສະຫະລັດ ທ່ານ Donald Trump ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ ​ທີ່​ຈະເພີ້ມ
ການ​ໃຊ້​ຈ່າຍ​ໃນ​ດ້ານ​ປ້ອງ​ກັນ​ປະ​ເທດ ​ເວລາ​ທ່ານ​ໄປ​ຢ້ຽມຢາມ​ບ່ອນ​ສ້າງ​ອູ່​ຕໍ່​ເຮືອ
ໃນ​ລັດ Virginia ​ໃນ​ວັນ​ພະຫັດ​ວານ​ນີ້ ​ເພື່ອ​ເບິ່ງ​ບ່ອນ​ສ້າງ​ກຳ​ປັ່ນ​ລົບ​ທີ່​ມີ​ລາ​ຄາ​ແພງ
ສຸດ ​ທີ່​ບໍ່ເຄີຍມີ​ມາ​ກ່ອນ.

​ໂດຍນຸ່ງ​ເສື້ອ​ຄຸມ​ທະຫານ ​ແລະ​ໝວກ​ ປະທານາທິບໍດີ Trump ​ໄດ້​ໄປ​ຢ້ຽມຢາມ​ບ່ອນ
​ສ້າງກຳ​ປັ່ນ​ບັນທຸກເຮືອບິນ USS Gerald R. Ford ມູນ​ຄ່າ 12 ພັນ 9 ຮ້ອຍລ້ານ​ໂດ​
ລາທີ່ພວມ​ປະ​ເຊີນ​ກັບ​ການ​ໃຊ້​ຈ່າຍ​ເກີນ​ງົບປະມານ​ແລະ​ມີ​ການ​ຊັກຊ້າ ແຕ່​ກໍຄາດ​ວ່າ
ຈະແລ້ວ​ສຳ​ເລັດ​ໃນ​ທ້າຍ​ປີ​ນີ້. ທ່ານ​ໄດ້​ໃຊ້​ເຫດການນີ້ສະ​ແດງ​ໃຫ້​ເຫັນເຖິງ​ການ​ໃຫ້​ຄຳ​
ໝັ້ນສັນຍາ​ໃນ​ເລື່ອງງົບປະມານ ​ທີ່​ທ່ານໄດ້​ປະກາດ​ໄປ​ໃນ​ອາທິດ​ນີ້​ ເພື່ອເພີ້ມ​ການ​ໃຊ້​
ຈ່າຍ​ທາງ​ດ້ານ​ທະຫານ​ຂອງ​ສະຫະລັດຢ່າງ​ຫຼວງຫຼາຍ.

ລະຫວ່າງ​ຄໍ່າ​ຄືນ ໃນ​ການປາ​ໄສ​ຕໍ່​ລັດຖະສະພານັ້ນ ທ່ານ​ໄດ້​ກ່າວ​ວ່າ “​ເພື່ອ​ຮັກສາ
​ ໃຫ້​ສະຫະ​ລັດ​ມີ​ຄວາມ​ປອດ​ໄພ ພວກ​ເຮົາ​ຕ້ອງ​ມອບ​ເຄຶ່ອງມື​ໃຫ້​ແກ່​ບັນດາ​ຜູ້​ຊາຍ ​
ແລະ​ແມ່ຍິງໃນ​ກອງທັບ​ສະຫະລັດທີ່​ເຂົາ​ເຈົ້າ​ຕ້ອງ​ການ ​ເພື່ອ​ປ້ອງ​ກັນບໍ່​ໃຫ້ ​ເກີດ
​ສົ​ງຄາມ.”

ຢູ່​ເທິງ​ກຳ​ປັ່ນ​ລົບນັ້ນ ປະທານາທິບໍດີ Trump ໄດ້ກ່າວວ່າ “ເປັນສັນຍາ​ລັກໃນ​ພະລັງ​
ອຳນາດ​ຂອງອາເມຣິກັນ ທີ່ຈະອຳນວຍຄວາມຄວາມເຂັ້ມແຂງອັນຈຳເປັນ ເພື່ອປົກ
ປ້ອງສັນຕິພາບ.”

Your browser doesn’t support HTML5

Trump on 'Great Rebuilding' of the American Military

ປະທານາທິບໍດີກ່າວເພີ້ມອີກວ່າ “ຫວັງວ່າ ມັນເປັນອຳນາດທີ່ພວກເຮົາຈະບໍ່​ໄດ້ ໃຊ້ ແຕ່ຖ້າຫາກເຮົາ​ໄດ້ໃຊ້ ມັນຈະ​ໃຫຍ່ ເປັນບັນຫາໃຫຍ່ ສຳລັບ​ພວກ​ເຂົາ.” ນອກ​ນັ້ນ ທ່ານຍັງໄດ້ຢ້ຽມຢາມກຳ​ປັ່ນ​ບັນ​ທຸກ​ເຮືອບິນ ແລະໄດ້ພົບກັບບັນດາລູກເຮືອແລະຜູ້
ນຳທະຫານທີ່​ນັ້ນ.

ກຳປັ່ນປັນທຸກເຮືອບິນ USS Gerald R. Ford ທີ່ເຫັນຢູ່ທ່າເຮືອ Newport News ໃນເມືອງ Newport News ລັດ Virginia.

ກຳປັ່ນລົບ ໄດ້ປ່ຽນ​ຈາກ​ແລ່ນ​ດ້ວຍອາຍນໍ້າມາເປັນແລ່ນ​ດ້ວຍໄຟຟ້າແລະຈະຕິດ ອາວຸດທັນສະໄໝທີ່ສຸດ ພ້ອມ​ດ້ວຍ​ລະບົບ​ສື່ສານ ແລະປະຕິບັດງານ ທີ່​ດີ​ທີ່​ສຸດ ຂອງ
ປະເທດ ອີງຕາມບໍລິສັດສ້າງ Huntington Ingalls Industries.

ທະຫານສະຫະລັດ ຢືນຢູ່ຂ້າງບັນດາລົດຖັງ ທີ່ສົ່ງມາທາງລົດໄຟຢູ່ ຖານທັບສະຫະລັດ ທີ່ Mihail Kogalniceanu ພາກຕາເວັນອອກຂອງ ປະເທດ Romania.

ໃນຂັ້ນຕົ້ນປະທານາທິບໍດີໄດ້ຂໍຮ້ອງ​ໃຫ້​ເພີ້ມ 54 ພັນລ້ານໂດລາ ​ແກ່ງົບປະມານ ທຳນຽບຫ້າແຈຂຶ້ນ​ເປັນຫລາຍກວ່າ 600 ພັນລ້ານໂດລາຕໍ່ປີ. ​ໂດຍ​ເອີ້ນວ່າເປັນ ການເພີ້ມຫຼາຍທີ່ສຸດໃນປະຫວັດສາດນັ້ນ ປະທານາທິບໍດີ Trump ຍັງກ່າວວ່າ ທ່ານຕ້ອງການຢາກ​ເພີ້ມຂຶ້ນອີກ 30 ພັນລ້ານໂດລາ ​ເພື່ອ​ເສີມ​ຂະຫຍາຍ​ໃນ​ອັນ
ທີ່ທ່ານຮ້ອງວາ “ກອງທັບ​ທີ່​ມີ​ກຳລັງ​ຫລ່ອຍ​ຫລໍ.” ໃນທາງກົງກັນຂ້າມ ກະຊວງ ຕ່າງປະເທດສະຫະລັດ ໄດ້ຮັບງົບປະມານ​ 50 ພັນລ້ານໂດລາຕໍ່ປີກ່ຽວ​ກັບ​ໂຄງ ການຕ່າງໆທີ່ຮວມທັງການຊ່ວຍເຫລືອຕ່າງປະເທດ ການຊ່ວຍເຫລືອຕ່າງໆແລະ ການພັດທະນາ.

ອ່ານຂ່າວນີ້ິເພີ້ມເປັນພາສາອັງກິດ