ປ. ທຣໍາ ປ້ອງກັນ ທີ່ປຶກສາ ດ້ານຄວາມໝັ້ນຄົງ ແຫ່ງຊາດ ທີ່ຖືກປົດ

ທ່ານ Mike Flynn ມາເຖິງກອງປະຊຸມນັກຂ່າວ ທີ່ທຳນຽບຂາວ ທີ 13 ກຸມພາ 2017.

ປະທານາທິບໍດີ​ສະຫະລັດ ທ່ານ Donald Trump ​ໃນ​ວັນ​ພຸດ​ວານ​ນີ້ ​ໄດ້ກ່າວ​ປ້ອງ​ກັນ
ຢ່າງ​ແຂງ​ຂັນ​ທີ່​ປຶ​ກສາດ້ານ​ຄວາ​ມໝັ້ນຄົງ​ແຫ່ງ​ຊາດ ທີ່​ທ່ານ​ໄດ້​ປົດ​ອອກ​ຈາກ​ໜ້າ​ທີ່ໃນ​
ຕົ້ນ​ອາທິດ​ນີ້ ​ໂດຍ​ກ່່າວ​ວ່າ ທ່ານ Michael Flynn ​ເປັນ​ຜູ້​ເຄາະ​ຮ້າຍ​ ຈາກ​ການ​ຮົ່ວ​
ໄຫລ​ທີ່​ຜິດ​ກົດໝາຍ​ ​ໂດຍປະຊາ​ຄົ​ມສືບ​ລັບ​ຂອງປະ​ເທດ ທີ່​ໃຫ້​ລາຍ​ລະອຽດ​ກ່ຽວ​ກັບ
ການ​ສົນທະນາ​ກັບຂອງ​ທ່ານກັບ​ເອກ​ອັກຄະ​ລັດຖະທູດ ຣັດ​ເຊຍ​ປະຈຳ​ນະຄອນຫລວງ​
ວໍ​ຊິງ​ຕັນ.

ປະທາ​ນາ​ທິບໍດີ Trump ບໍ່​ໄດ້​ກ່າວ​ເຖິງ​ວ່າ ​ເປັນ​ຫຍັງທ່ານຈຶ່ງບັງຄັບ​ໃຫ້​ທ່ານ Flynn
ລາ​ອອກ​ຈາກ​ຕຳ​ແໜ່​ງ ຫລັງ​ຈາ​ກ​ເຂົ້າຮັບ​ໜ້າ​ທີ່​ໄດ້​ພຽງ 24 ມື້​ເທົ່າ​ນັ້ນໃນ​ຂະນະທີ່
ທ່ານ​ກ່າວ​ຢູ່​ກອງ​ປະຊຸມ​ນັກ​ຂ່າວ​ທີ່ທຳນຽບຂາວ ​ຢືນ​ຢູ່​ຄຽງ​ຂ້າງ​ກັບ​ນາຍົກລັດຖະມົນຕີ
ອິສຣາ​ແອ​ລທ່ານ Benjamin Netanyahu​. ທຳນຽບຂາວໄດ້ກ່າວ​ວ່າ ການ​ເຄື່ອນ
​ໄຫວ​ນີ້ໄດ້ມີ​ຂຶ້ນເພາະວ່າ ປະທານາທິບໍດີ​ໄດ້ “ສູນ​ເສຍ ຄວາມ​ເຊື່ອ​ໝັ້ນ” ທີ່ເຄີຍມີ​ ກັບ
ອະດີດ​ນາຍ​ພົນທະຫານ​ບົກທ່ານ​ນີ້.

ປະ​ທານາ​ທິບໍດີ Trump ກ່າວ​ວ່າ “ຂ້າພະ​ເຈົ້າ​ຄິດ​ວ່າ​ ມັນ​ເປັນ​ສິ່ງ​ທີ່​ເສົ້າໃຈ ທີ່​ທ່ານ​ໄດ້
​ຮັບ​ການ​ປະຕິບັດ​ຕໍ່ແບບທີ່​ບໍ່​ດີ​ຫຼາຍ. ຂ້າພະ​ເຈົ້າ​ຄິດ​ວ່າ ​ຍິ່ງ​ໄປ​ກວ່າ​ນັ້ນ ຈາກ​ອົງການ
ການ​ສືບ​ລັບແລ້ວ ເອກ​ກະສາ​ນ​ໄດ້​ຮົ່ວ​ໄຫລ ສິ່ງ​ຕ່າງໆໄດ້ຮົ່ວ​ໄຫ​ລ. ມັນ​ເປັນ​ການ​ກະ
ທຳ​ທີ່​ຜິດ​ກົດໝາຍ ​ເປັນກະທຳ​ຜິດ. ​ແລະ​ມັນ​ໄດ້​ມີ​ມາ​ເປັນ​ເວລາ​ດົນ​ນານ ກ່ອນ​ໜ້າ
ຂ້າພະ​ເຈົ້າ. ​ແຕ່ປັດຈຸບັນ​ນີ້​ ມັນ​ຍັງ​ດຳ​ເນີນ​ຢູ່​ຕໍ່​ໄປ.

ທ່ານ​ໄດ້​ສະ​ເໜີແນະວ່າ ບັນດາ​ເຈົ້າ​ໜ້າ​ທີ່​ໄດ້ເປີດ​ເຜີຍ​ລາຍ​ລະອຽດ​ກ່ຽວ​ກັບການ​ໂທ
ລະສັບ​ຂອງ​ທ່ານ Flynn ​ໄປ​ຫາ​ເອກ​ອັກຄະ​ລັດ​ທະ​ທູດຣັດ​ເຊຍ ທ່ານ Sergey
Kislyak ນັ້ນ​ ​ແມ່ນ​ເພື່ອ “ພະຍາຍາມ​ທີ່​ຈະ​ປົກ​ປິດ​ການ​ສູນ​ເສຍ​ຂອງ​ພັກ​ເດ​ໂມ​ແຄຣັດ
ພາຍ​ໃຕ້​ທ່ານ​ນາງ Hillary Clinton” ອະດີດ​ລັດຖະມົນຕີ​ກະ ຊວງ​ຕ່າງປະ​ເທດ ທີ່
​ທ່ານ Trump ​ໄດ້​ຊະນະ ​ໃນ​ການ​ເລືອກ​ຕັ້ງ​ເມື່ອ​ເດືອນພະ ຈິກ​ປີ​ກາຍ.

ປະທານາທິບໍດີ Trump ​ໄດ້​ກ່າວ​ຫາ​ທີ່​ຄ້າຍຄື​ກັນ ​ຢູ່​ໃນບັນຊີ Twitter ຂອງ​ທ່ານ
​ ໃນ​ຕອນ​ເຊົ້າ​ວານນີ້.

ທ່ານ​ນາງ Clinton ​ກໍ​ແມ່ນ​ຜູ້​ນຶ່ງ ຊຶ່ງ​ໃນລະຫວ່າງ​ການ​ໂຄສະນາ​ຫາ​ສຽງ​ເລືອກ​ຕັ້ງ ທີ່​
ໄດ້​ຕັ້ງຄຳ​ຖາມ​ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ ທ່ານ Trump ​ແລະ​ຄະນະ​ຂອງ​ທ່ານ​
ກັບຣັດ​ເຊຍ.

​ໂຄສົກ​ທຳນຽບຂາວ ​ທ່ານ Sean Spicer ກ່າວ​ໃນ​ວັນ​ອັງຄານ​ ຜ່ານ​ມາ​ນີ້​ວ່າ ທ່ານ
Flynn ​ໄດ້ເຮັດ​ໃຫ້​ຮອງ​ປະທານາທິບໍດີ Mike Pence ​ແລະ​ບັນດາ​ເຈົ້າ​ໜ້າ​ທີ່ຄົນ​
ອື່ນໆເຂົ້າ​ໃຈ​ຜິດ ໂດຍ​ກ່າວ​ຕໍ່​ເຂົາ​ເຈົ້າວ່າທ່ານ​ບໍ່​ໄດ້​ສົນທະນາ​ກັບ​ທ່ານ Kislyak ​
ກ່ຽວກັບ​ການ​ລົງ​ໂທດ​ຂອງອະດີ​ດປະທານາທິບໍດີ Barack Obama ​ຕໍ່​ການ​ເຂົ້າ​
ມາ​ຫຍຸ້ງກ່ຽວໃນ​ການ​ເລືອກ​ຕັ້ງຂອງຣັດ​ເຊຍ ​ເວລາ​ການ​ດັກ​ຟັງ​ຂອງ ສະຫະລັດ
ສະ​ແດງ​ໃຫ້​ເຫັນ​ວ່າ​ທ່ານ​ໄດ້​ກະທຳ​ແທ້.​

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ