ທ່ານແບຣັດ ຄາແວນໍ ທີ່ຖືກສະເໜີແຕ່ງຕັ້ງ ໃຫ້ເປັນຜູ້ພິພາກສາສານສູງສຸດຂອງສະຫະ
ລັດ ແລະແມ່ຍິງທີ່ກ່າວຫາທ່ານວ່າລວນລາມທາງເພດຕໍ່ທ່ານນາງໃນເວລາທີ່ພວກທ່ານ
ຍັງເປັນໄວລຸ້ນຢູ່ນັ້ນ ມີກຳນົດທີ່ຈະໄປໃຫ້ການຕໍ່ສະພາສູງ ທີ່ອາດຕັດສິນຊີ້ຂາດກ່ຽວກັບ
ຄວາມກ້ຳເກິ່ງທາງດ້ານອຳນາດ ຢູ່ໃນສະຖາບັນຕຸລາການສູງສຸດຂອງປະເທດ.
ທ່ານນາງຄຣິສຕີນ ແບລຊີ ຝອດ ຈະເວົ້າເຖິງ ການກ່າວຫາຂອງທ່ານນາງ ກ່ຽວກັບເຫດ
ການທີ່ເກີດຂຶ້ນ ຊຶ່ງທ່ານນາງ ກ່າວວ່າ ທ່ານຄາແວນໍ ໄດ້ທຳການ ລວນລາມທາງເພດ ຕໍ່
ທ່ານນາງໃນລະຫວ່າງງານພາຕີ້ເວລາພວກທ່ານທັງສອງຍັງຮຽນຢູ່ມັດທະຍົມປາຍ. ໃນ
ຄຳຖະແຫຼງ ເພື່ອເລີ້ມການໃຫ້ການ ທີ່ມີການກະກຽມໄວ້ລ່ວງໜ້າ ທີ່ໄດ້ນຳອອກເຜີຍແຜ່
ໃນຕອນແລງວັນພຸດວານນີ້ ທ່ານນາງຝອດໄດ້ໃຫ້ລາຍລະອຽດກ່ຽວກັບເຫດການທີ່ເກີດ
ຂຶ້ນ ໃນລະດູຮ້ອນປີ 1982 ໃນລະຫວ່າງ ທີ່ທ່ານນາງ ກ່າວອ້າງວ່າ ທ່ານຄາແວນໍ ແມ່ນ
ເຫັນໄດ້ ຢ່າງຈະແຈ້ງວ່າ ເມົາເຫຼົ້າ ພ້ອມກັບເພື່ອນຂອງລາວ ທ້າວມາກ ຈາດຈ໌ ໄດ້ຊຸກ
ທ່ານນາງເຂົ້າໄປໃນຫ້ອງ ລັອກປະຕູທີ່ຢູ່ທາງຫຼັງເຂົາເຈົ້າແລ້ວກໍເລີ້ມພະຍາຍາມໃຊ້ກຳ
ລັງລວນຕໍ່ທ່ານນາງ. ຢູ່ໃນຖະແຫຼງການນັ້ນ ທ່ານນາງກ່າວວ່າ ທ່ານນາງມີຄວາມຢ້ານ
ກົວເປັນທີ່ສຸດ ແລະຮູ້ສຶກລະອາຍ ທີ່ຈະບອກໃຫ້ຜູ້ອື່ນຮູ້ ແລະກໍບໍ່ໄດ້ເປີດເຜີຍ ລາຍລະ
ອຽດກ່ຽວກັບເຫດການດັ່ງກ່າວຈົນຫຼາຍໆປີຜ່ານມາ ຕໍ່ສາມີຂອງທ່ານນາງ ແລະຕໍ່ການ
ປິ່ນປົວທີ່ທ່ານນາງໄດ້ຮັບ.
ທ່ານແບຣັດ ຄາແວນໍ ແລະພັນລະຍາ ທ່ານນາງ ອາສລີ ແອັສຕິສ ຄາແວນໍ.
ທ່ານຄາແວນໍ ຊຶ່ງຈະໄປປາກົດຕົວຕ່າງຫາກ ຕໍ່ຄະນະກຳມະການຕຸລາການຂອງສະພາ
ສູງນັ້ນ ກໍໄດ້ເປີດເຜີຍຄຳຖະແຫຼງລ່ວງໜ້າ ຕໍ່ຄະນະກຳມະການດັ່ງກ່າວຄືກັນ. ທ່ານໄດ້
ປະຕິເສດຢ່າງແຂງຂັນຕໍ່ການກ່າວຫາທີ່ວ່າທ່ານໄດ້ລວນລາມທາງເພດຕໍ່ທ່ານນາງຝອດ
ແລະການກ່າວຫາຂອງບຸກຄົນອື່ນໆອີກ ໂດຍເອີ້ນການກ່າວຫາເຫຼົ່ານີ້ວ່າເປັນຄວາມພະ
ຍາຍາມໃນນາທີສຸດທ້າຍ ເພື່ອຈະທຳລາຍຊື່ສຽງຂອງທ່ານ. ທ່ານກ່າວວ່າ ການທຳລາຍ
ຊື່ສຽງແບບນີ້ ຖ້າຫາກປ່ອຍໃຫ້ປະສົບຜົນສຳເລັດແລ້ວ ມີແຕ່ຈະເຮັດໃຫ້ຜູ້ທີ່ມີຄວາມສາ
ມາດແລະຄົນດີໆ ບໍ່ວ່າຈະມີແນວຄິດທາງດ້ານການເມືອງແບບໃດກໍຕາມ ເຂົ້າໄປຮັບໃຊ້
ປະເທດຊາດແລະກ່າວຕື່ມວ່າ ທ່ານຈະບໍ່ຖືກຂົ່ມຂູ່ໃຫ້ຖອນໂຕ ຈາກຂັ້ນຕອນໃນການຄັດ
ເລືອກທາງດ້ານຕຸລາການດັ່ງກ່າວ.
Your browser doesn’t support HTML5
Trump Defends Kavanaugh in Wake of Additional Allegations
ຂ່າວນອງນັນ ທີ່ຫ້ອມລ້ອມຂັ້ນຕອນ ການສະເໜີແຕ່ງຕັ້ງ ທ່ານຄາແວນໍ ມີຂຶ້ນບໍ່ເທົ່າໃດ
ອາທິດ ກ່ອນການເລືອກຕັ້ງກາງສະໄໝ ໃນວັນທີ 6 ພະຈິກ ຊຶ່ງພັກເດໂມແຄຣັດກຳລັງ
ຊອກຫາທາງ ເພື່ອຈະເຂົ້າຄວບຄຸມລັດຖະສະພາ. ປະທານາທິບໍດີ ດໍໂນລ ທຣຳເລືອກ
ເອົາຜູ້ພິພາກສາຄາແວນໍເຂົ້າຮັບໜ້າທີ່ແທນຜູ້ພິພາກສາແອນໂທນີ ເຄັນເນດີ ຊຶ່ງເປັນຜູ້
ລົງຄະແນນສຽງ ແບບປ່ຽນໄປປ່ຽນມາ ຢູ່ໃນສານສູງສຸດ ແລະມັກຈະເຂົ້າຂ້າງພວກຜູ້ພິ
ພາກສາຫົວເສລີນິຍົມ ກ່ຽວກັບຄະດີທີ່ສຳຄັນໆ ທ່ານຮັບຮອງເອົາການແຕ່ງຕັ້ງທ່ານຄາ
ແວນໍ ອາດເຮັດໃຫ້ການກຳສຽງສ່ວນຫຼາຍ ຂອງພວກນິຍົມແນວທາງເດີ ມຢູ່ໃນສານສູງ
ສຸດ ໝັ້ນຄົງຂຶ້ນຕື່ມສຳລັບອະນຸຊົນຮຸ້ນຕໍ່ໄປ.
ໃນວັນພຸດວານນີ້ ປະທານາທິບໍດີທຣຳ ກ່າວອ້າງວ່າ ມີການດຳເນີນຄວາມພະຍາຍາມ
ແບບມີການປະສານງານກັນຂອງພັກເດໂມແຄຣັດ ໃນການກ່າວຫາກ່ຽວກັບການລວນ
ລາມທາງເພດ ຕໍ່ທ່ານຄາແວນໍ.