ທ່ານ ທຣຳ ກ່າວປົກປ້ອງ ອົງການຄວບຄຸມ ຄົນເຂົ້າເມືອງ

ພວກນັກເຄື່ອນໄຫວຫຼາຍຮ້ອຍຄົນ ປະທ້ວງວິທີການຂອງລັດ ຖະບານທ່ານ ທຣຳ ຕໍ່ການຂ້າມຊາຍແດນຢ່າງຜິດກົດໝາຍ ແລະ ການແຍກເດັກນ້ອຍອອກຈາກພໍ່ແມ່ຂອງເຂົາເຈົ້າ ຢູ່ຕຶກ ຫ້ອງການສະພາສູງ ຮາທ໌ (Hart) ຢູ່ລັດຖະສະພາ ແຄັບປີຕອລ ຮິລ ໃນນະຄອນຫຼວງ ວໍຊິງຕັນ. 28 ມິຖຸນາ, 2018.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໃນວັນອາທິດວານນີ້ ໄດ້ປົກປ້ອງ ອົງ
ການຄວບຄຸມຄົນເຂົ້າເມືອງຂອງປະເທດ ທີ່ຖືກໂຈມຕີ ຍ້ອນການຮຽກຮ້ອງໂດຍຝ່າຍ
ຄ້ານ ພັກໂມແຄຣັດ ເພື່ອໃຫ້ຍຸບມັນຖິ້ມ.

ທ່ານ ທຣຳ ໄດກ່າວໃນ ທວິດເຕີ, ເຊິ່ງແມ່ນນຶ່ງໃນຫຼາຍຂໍ້ຄວາມ ທີ່ທ່ານໄດ້ຂຽນໃນ
ທ້າຍສັບປະດາທີ່ຜ່ານມາ ໃນການສະໜັບສະໜູນອົງການຄົນເຂົ້າເມືອງ ແລະ ບັງຄັບ
ການເກັບພາສີວ່າ “ພວກຝ່າຍຊ້າຍເສລີນິຍົມ, ເຊິ່ງຮູ້ຈັກອີກວ່າ ພວກເດໂມແຄຣັດ,
ຢາກກຳຈັດອົງ ການ ICE, ຜູ້ທີ່ເຮັດວຽກໄດ້ຢ່າງສຸດຍອດ, ແລະ ຢາກມີເຂດຊາຍ
ແດນທີ່ເປີດກວ້າງ. ອາຊະຍາກຳຈະລຸກລາມ ແລະ ບໍ່ສາມາດຄວບຄຸມໄດ້.

ໃນການສຳພາດກັບໂທລະພາບ Fox ນັ້ນ, ທ່ານ ທຣຳ ເວົ້າວ່າ ຈາກທັດສະນະທາງ
ການເມືອງ, “ຂ້າພະເຈົ້າມັກບັນຫານັ້ນ.” ທ່ານໄດ້ໂຕ້ແຍ້ງວ່າ ຖ້າພັກເດໂມແຄຣັດ
ສືບຕໍ່ຮຽກຮ້ອງໃຫ້ຍຸບອົງການດັ່ງກ່າວ, “ຂ້າພະເຈົ້າຄິດວ່າ ເຂົາເຈົ້າຈະບໍ່ມີວັນໄດ້ຊະ
ນະການເລືອກຕັ້ງ ໃນຄັ້ງຕໍ່ອີກ.”

ຜູ້ຄັດຄ້ານຫຼາຍສິບພັນຄົນ ໄດ້ອອກມາປະທ້ວງຕໍ່ຕ້ານນະໂຍບາຍ “ບໍ່ມີການຜ່ອນຜັນ”
ຂອງທ່ານ ໃນທົ່ວ ສະຫະລັດ ເມື່ອວັນເສົາທີ່ຜ່ານມາ ເຊິ່ງຮຽກຮ້ອງໃຫ້ເປັນຫ່ວງຕໍ່
ທຸກຄົນ ທີ່ເດີນທາງຂ້າມເຂດຊາຍແດນ ເມັກຊິໂກ ເຂົ້າມາ ສະຫະລັດ ຢ່າງຜິດກົດ
ໝາຍ ແລະ ໃຫ້ສົ່ງເດັກນ້ອຍຄົນເຂົ້າເມືອງຫຼາຍກວ່າ 2,000 ຄົນທີ່ຖືກຈັບແຍກຈາກ
ພໍ່ແມ່ຂອງເຂົາເຈົ້າໃນເວລາທີ່ເຂົາເຈົ້າເດີນທາງເຂົ້າ ສະຫະລັດ ນັ້ນ ກັບຄືນໄປຢູ່ນຳ
ກັນໃນທັນທີ.

ລັດຖະບານໄດ້ຄວບຄຸມຕົວບັນດາຜູ້ເປັນພໍ່ແມ່ ເພື່ອລໍຖ້າການດຳເນີນການທາງກົດ
ໝາຍ ກ່ຽວກັບ ການກ່າວອ້າງຂອງເຂົາເຈົ້າສຳລັບການຂໍລີ້ໄພໃນ ສະຫະລັດ ແລະ
ສົ່ງພວກເດັກນ້ອຍໄປຢູ່ບ່ອນລີ້ໄພຕ່າງໆ. ຜູ້ພິພາກສາລັດຖະບານກາງຄົນນຶ່ງ ໄດ້
ສັ່ງໃຫ້ລັດຖະບານເອົາຄອບຄົວທັງຫຼາຍ ກັບໄປຢູ່ນຳກັນຄືນພາຍໃນສາມອາທິດ
ຂ້າງໜ້ານີ້, ແຕ່ບັນດາເຈົ້າໜ້າທີ່ ສະຫະລັດ ບໍ່ໄດ້ທຳຄວາມກ້າວໜ້າຫຍັງຫຼາຍ ໃນ
ການດຳເນີນຕາມຄຳສັ່ງນັ້ນ. ໃນວັນທີ 20 ມິຖຸນາທີ່ຜ່ານມາ, ທ່ານ ທຣຳ ໄດ້ອອກ
ດຳລັດສະບັບນຶ່ງ ທີ່ໄດ້ສັນຍາວ່າຈະຢຸດການແຍກຄອບຄົວໃນເວລາທີ່ມີຄວາມເປັນ
ໄປໄດ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ