ບັນດາຜູ້ສະມັກແຂ່ງຂັນ ເປັນປະທານາທິບໍດີ ພັກຣີພັບບລິກັນ
ເກົ້າທ່ານ ຈະຢູ່ເທິງເວທີໃນແລງວັນອັງຄານມື້ນີ້ ທີ່ນະຄອນ
”Las Vegas ລັດ Nevada ຊຶ່ງ ຈະເປັນການໂຕ້ວາທີ ເທຶ່ອທີ
ຫ້າຂອງຜູ້ສະມັກເປັນປະທານາທິບໍດີ. ການປະເຊີນໜ້າກັນຄັ້ງ
ຫລ້າສຸດ ມີຂຶ້ນທ່າມກາງຄວາມເປັນຫ່ວງຂອງສາທາລະນະຊົນ
ກ່ຽວກັບການກໍ່ການຮ້າຍ ແລະຄວາມໝັ້ນຄົງຂອງປະເທດ
ແລະການຢັ່ງສຽງໃໝ່ ທີ່ໄດ້ສະແດງໃຫ້ເຫັນເຖິງການໂຄສະນາ
ຫາສຽງ ຂອງມະຫາເສດຖີອະສັງຫາລິມາຊັບ ທ່ານ Danold
Trump ແລະສະມາຊິກສະພາສູງ ທ່ານ Ted Cruz.
ທ່ານ Trump ສືບຕໍ່ມີຄະແນນນຳໜ້າໃນການຢັ່ງສຽງທົ່ວປະ
ເທດ ແຕ່ວ່າທ່ານ Cruz ມີຄະແນນສູງຂຶ້ນໃນລັດ IOWA ຊຶ່ງເປັນລັດ ທີ່ເລີ້ມຂັ້ນຕອນ ໃນ
ການເລືອກເອົາປະທານາທິບໍດີ ໂດຍການລົງຄະແນນສຽງຂອງກອງປະຊຸມພັກ ໃນວັນທີ
1 ເດືອນກຸມພາ ຈະມາເຖິງນີ້.
ຜົນການຢັ່ງສຽງສະເໜີໃຫ້ເຫັນວ່າ ມີຄວາມເປັນຫ່ວງກ່ຽວກັບການກໍ່ການຮ້າຍ ຫລັງຈາກ
ການໂຈມຕີເມື່ອວັນທີ 2 ທັນວາ ຢູ່ເມືອງ San Bernardino ລັດ California ທີ່ເປັນຜົນ
ກະທົບຕໍ່ຜູ້ລົງຄະແນນສຽງ. “ຄັ້ງສຸດທ້າຍທີ່ມະຫາວິທະ ຍາໄລ Quinnipiac ໄດ້ຢັ່ງຫາງ
ສຽງພົບວ່າ ເສດຖະກິດເປັນບັນຫາສຳຄັນສຸດ. ແຕ່ຮອງຫົວໜ້າຢັ່ງສຽງມະຫາວິທະຍາໄລ
Quinnipiac ທ່ານ Peter Brown ກ່າວວ່າ ບັດນີ້ ແມ່ນການກໍ່ການຮ້າຍ ຊຶ່ງເປັນເລື້ອງ
ທີ່ທ່ານ Donald Trump ໄດ້ຮັບຄະແນນສູງສຸດ ກວ່າບັນດາຜູ້ສະມັກ ຄົນອື່ນໆ”. ທ່ານ
Brown ຍັງໄດ້ ກ່າວເພີ້ມອີກວ່າ ທ່ານ Cruz “ປາກົດວ່າເປັນຜູ້ທີ່ໄດ້ຮັບຜົນປະໂຫຍດ
ຄົນສຳ ຄັນຈາກທີ່ ດຣ. Carson ພັງທະລາຍລົງນັ້ນ.”
ບັນດາຜູ້ສະມັກ ປະທານາທິບໍດີ ພັກຣີພັບບລິກັນ ທ່ານ John Kasich, Jeb Bush, Marco Rubio, Donald Trump, Ben Carson, Ted Cruz, Carly Fiorina ແລິ Rand Paul.
ການຢັ່ງຫາງສຽງໃໝ່ຂອງມະຫາວິທະຍາໄລ Quinnipiac ຂອງບັນດາຜູ້ມີສິດປ່ອນບັດ
ພັກຣີພັບບລີກັນ ທີ່ມີທ່າທາງວ່າ ຈະເຂົ້າຮ່ວມກອງປະຊຸມພັກສະແດງ ໃຫ້ເຫັນວ່າ ມີຄະ
ແນນສຽງທີ່ໃກ້ຄຽງກັນ ລະຫວ່າງ ທ່ານ Trump ທີ່ໄດ້ 28 ເປີເຊັນ ແລະທ່ານ Cruz ໄດ້
27 ເປີເຊັນ. ສະມາຊິສະພາສູງ ລັດ Florida ທ່ານ Marco Rubio ຢູ່ອັນດັບສາມ ດ້ວຍ
ຄະແນນ 14 ເປີເຊັນ ແລະໝໍຜ່າ ຕັດສະໝອງທີ່ອອກກິນເບ້ຍບຳນານແລ້ວ ທ່ານ Ben
Carson ຜູ້ທີ່ມີຄະແນນ ນຳໜ້າ ໃນການຢັ່ງສຽງ ຄັ້ງສຸດທ້າຍໃນເດືອນຕຸລາ ໄດ້ຕົກມາຢູ່
ທີສີ່ ດ້ວຍຄະ ແນນສຽງ 10 ເປີເຊັນ. ນອກນັ້ນ ບໍ່ມີຜູ້ໃດທີ່ໄດ້ຄະແນນສູງກວ່າຄະແນນ
ຫ້າເປີ ເຊັນ.
Your browser doesn’t support HTML5
Republican Presidential Candidates Gear for Fifth Debate