ກອງທັບເກົາຫຼີໃຕ້ ໄດ້ຍິງລູກສອນໄຟ ຫຼາຍຊຸດ ເຂົ້າສູ່ທະເລຍີ່ປຸ່ນ ໃນການຊ້ອມລົບ ເມື່ອ
ວັນຈັນມື້ນີ້ ເຊິ່ງໝາຍເຖິງການຈຳລອງຂອງການໂຈມຕີ ຕໍ່ສະຖານທີ່ ທົດລອງນິວເຄລຍ
ຂອງເກົາຫຼີເໜືອ.
ຜູ້ອຳນວຍການ ອົງການອຸຕຸນິຍົມວິທະຍາ ຂອງຍີ່ປຸ່ນ ພະແນກສັງເກດການ ແຜ່ນດິນໄຫວ ແລະ ຊູນາມິ ທ່ານToshiyuki Matsumori ຊີ້ໃສ່ຂໍ້ມູນເສັ້ນກຣາຟ ສະແດງ ການຊັ່ນສະເທືອນຂອງ ແຜ່ນດິນ ໃນແບບຄື້ນ ທີ່ໄດ້ສັງເກດເຫັນ ໃນຍີ່ປຸ່ນ ລະຫວ່າງ ກອງປະຊຸມຖະແຫລງຂ່າວ ຢູ່ທີ່ອົງການດັ່ງກ່າວ ໃນນະຄອນຫຼວງ ໂຕກຽວ ຂອງຍ່ີ່ປຸ່ນ, ວັນທີ 3 ກັນຍາ 2017.
ການຊ້ອມລົບດັ່ງກ່າວ ໄດ້ມີຂຶ້ນ ໃນຂະນະທີ່ ສະພາຄວາມໝັ້ນຄົງອົງການສະຫະປະຊາ
ຊາດ ໄດ້ກຽມພ້ອມ ທີ່ຈະຈັດກອງປະຊຸມສຸກເສີນຂຶ້ນ ຕາມທີຫລັງ ໃນມື້ດຽວກັນນີ້ ເພື່ອ
ປຶກສາຫາລື ກ່ຽວກັບການທົດລອງອາວຸດນິວເຄລຍ ຂອງເກົາຫຼີເໜືອ.
ໃນພາບນີ້ ສະໜອງໂດຍ ກະຊວງປ້ອງກັນປະເທດ ເກົາຫຼີໃຕ້ ສະແດງໃຫ້ເຫັນ ລູກສອນໄຟ ຂີປະນາວຸດ Hyunmoo II ທີ່ໄດ້ຖືກຍິງຂຶ້ນ ລະຫວ່າງການຊ້ອມລົບ ຢູ່ສະຖານທີ່ບໍ່ໄດ້ຖືກເປີດເຜີຍ ໃນເກົາຫຼີໃຕ້, ວັນທີ 4 ກັນຍາ 2017.
ປະທານາທິບໍດີ ເກົາຫຼີໃຕ້ ທ່ານ Moon Jae-in ແລະ ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ
Shinzo Abe ໄດ້ຕົກລົງເຫັນດີ ໃນການສົນທະນາທາງໂທລະສັບ ວ່າ ເກົາຫຼີເໜືອ
ຄວນປະເຊີນກັບມາດຕະການລົງໂທດຊຸດໃໝ່ທີ່ຮຸນແຮງ ອີງຕາມການກ່າວບອກ
ຕໍ່ບັນດານັກຂ່າວ ຂອງໂຄສົກປະທານາທິບໍດີ ເກົາຫຼີໃຕ້.
ກະຊວງປ້ອງກັນປະເທດ ເກົາຫຼີໃຕ້ ໄດ້ກ່າວໃນວັນຈັນມື້ນີ້ ວ່າ ຕົນໄດ້ກວດພົບສັນຍານ
ຕ່າງໆ ທີ່ເກົາຫຼີເໜືອ ພວມກະກຽມການທົດລອງລູກສອນໄຟ ຂີປະນາວຸດຕື່ມອີກ.
ກະຊວງນີ້ ຍັງໄດ້ປະກາດແຜນການ ທີ່ຈະສົ່ງ ລະບົບປ້ອງກັນ ລູກສອນໄຟ THAAD
ອີກ 4 ເຄື່ອງ ໄປປະຈຳການ ເປັນການຊົ່ວຄາວ ໃນໄວໆນີ້.
ເຊີນຊົມ: ຄຳຕອບຂອງປະທານາທິບໍດີ ທຣຳ
Your browser doesn’t support HTML5
President Trump Calls North Korea a 'Rogue Nation' After Nuke Test
ກະຊວງການຕ່າງປະເທດຂອງຈີນ ໄດ້ກ່າວວ່າ ຕົນໄດ້ຍື່ນສານປະທ້ວງ ຕໍ່ສະຖານທູດ
ຂອງເກົາຫຼີເໜືອ ຢູ່ໃນປັກກິ່ງ ກ່ຽວກັບການທົດລອງນິວເຄລຍ ແລະ ວ່າ ເກົາຫຼີເໜືອ
ຮັບຮູ້ຢ່າງຈະແຈ້ງແລ້ວ ເຖິງຄວາມໝັ້ນໝາຍຂອງຈີນ ທີ່ຈະເຮັດໃຫ້ແຫລມເກົາຫຼີ ເປັນ
ເຂດປອດນິວເຄລຍ.
ລັດຖະມົນຕີ ປ້ອງກັນປະເທດ ສະຫະລັດ ທ່ານຈິມ ແມັດຕິສ ໄດ້ເວົ້າຢ້ຳ ຄຳເຕືອນ
ຂອງປະທານາທິບໍດີ ດໍໂນລ ທຣຳ ທີ່ໄດ້ກ່າວໃນວັນອາທິດວານນີ້ ວ່າ ເກົາຫຼີເໜືອ
ຈະສາມາດຄາດໝາຍໄດ້ວ່າ ຈະຖືກ “ຕອບໂຕ້ດ້ວຍກຳລັງທະຫານຂະໜາດໃຫຍ່”
ຖ້າຕົນຂົ່ມຂູ່ ສະຫະລັດ ເກາະກວມທີ່ເປັນເຂດແດນຂອງສະຫະລັດ ຫຼື ພັນທະມິດ
ທັງຫຼາຍ ຂອງອາເມຣິກາ.
ເຊີນຊົມ: ຄຳຕອບ ຂອງນານາຊາດ ຕໍ່ການຍິງລູກສອນໄຟ ຂອງເກົາຫຼີເໜືອ
Your browser doesn’t support HTML5
International Community Discusses Response to North Korea's Latest Nuclear Test
ບັນດາເຈົ້າໜ້າທີ່ ທຳນຽບຂາວ ໄດ້ກ່າວວ່າ ທ່ານປະທານາທິບໍດີ ໄດ້ເນັ້ນຢ້ຳເຖິງ
ຂອບເຂດ ຂອງມາດຕະການຕອບໂຕ້ ທີ່ສະຫະລັດ ມີພ້ອມທີ່ຈະນຳໃຊ້ ໂດຍປະກອບ
ດ້ວຍ ອາວຸດນິວເຄລຍຕ່າງໆ ຢູ່ໃນການສົນທະນາ ກັບນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ
ອາເບະ ທີ່ວ່າ: “ປະທານາທິບໍດີ ທຣຳ ໄດ້ຢັ້ງຢືນຄືນອີກ ເຖິງຄວາມໝັ້ນໝາຍ ຂອງ
ສະຫະລັດ ທີ່ຈະປົກປ້ອງຜືນແຜ່ນດິນຂອງພວກເຮົາ ເຂດແດນຕ່າງໆ ແລະ ບັນດາ
ພັນທະມິດ ໂດຍນຳໃຊ້ ທຸກຮູບແບບທາງການທູດ ຕາມແບບແຜນ ແລະ ຄວາມ
ອາດສາມາດດ້ານນິວເຄລຍຕ່າງໆ ທີ່ພວກເຮົາມີໃຊ້ ຕາມຄວາມຈຳເປັນ.”