ທ່ານ Trump ແລະທ່ານນາງ Clinton ປະນາມ ກັນແລະກັນ ໃນການຫາສຽງ ປີ 2016 ນີ້

ຮູບພາບຂອງສອງຜູ້ສະໝັກ ປະທານາທິບໍດີສະຫະລັດ ທ່ານ Donald Trump, (ຊ້າຍ) ແລະທ່ານນາງ Hillary Clinton.

ທ່ານນາງ Hillary Clinton ​ແລະ ທ່ານ Donald Trump ໄດ້ກ່າວໂຈມ​ຕີກັນ​ແລະ​ກັນ ​ ໃນ​ວັນ​ພຸດ​ວານ​ນີ້ ກ່ຽວ​ກັບເລື້ອງ​ນອງ​ນັນ​ຂອງ​ທັງ​ສອງ​ຜູ້​ສະໝັກ ຄື​ການ​ໃຫ້ຄວາມ​ເຫັນ​ຄັ້ງ
​ໃໝ່​ຂອງ ທ່ານ Trump ​ເລື້ອງ​ການ​ຄວບ​ຄຸມ​ປືນນັ້ນແມ່ນ​ໄດ້ສ້າງ​ຄວາມ​ຕື່ນ​ຕົກ​ໃຈ​ໃຫ້​ແກ່ພວກ​ທີ່​ສະໜັບສະໜຸນ​ທ່ານບາງ ​ແລະ​ເລື້ອງ email ​ເກົ່າໆ​ຂອງ​ທ່ານ​ນາງ Clinton ຊຶ່ງ​ພວກທີ່ສະໜັບສະໜຸນ​ທ່ານນາງ​ຫວັງ​ຢາ​ກ​ໃຫ້​ມັນ​ໄດ້​ຈົບສິ້ນ​ໄປ​ແລ້ວ.

ກຸ່ມ​ນິຍົມ​ແນວທາງ​ເດີມ ທີ່​ມີ​ຊື່ວ່າ Judicial Watch ​ໄດ້​ນຳ​ອອກ​ເຜີຍ​ແຜ່ emails ຊຸດ​ໃໝ່​ທີ່ໄດ້ສົ່ງ​ແລະໄດ້​ຮັບໃນ​ຂະນະ​ທີ່​ທ່ານ​ນາງ​ດຳລົງ​ຕຳ​ແໜ່​ງ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ. ຂໍ້ຄວາມໃນ​ນັ້ນ​ແມ່ນ​ລະຫວ່າງ​ຜູ້​ຊ່ອຍ​ຂອງທ່ານ​ນາງ Clinton ​ທີ່​ກະຊວງ​ການ​ຕ່າງປະ ເທດ ​ແລະ​ມູນ​ນິທິ Clinton ຊຶ່ງ​ເປັນມູນ​ນິທີທີ່​ທ່ານ​ນາງ​ເປັນ​ຜູ້​ລິ​ເລີ້ມ ກັບ​ສາມີ​ຂອງ​ທ່ານ​ນາງ ຄືອະດີດ​ປະທານາທິບໍດີ Bill Clinton.

Your browser doesn’t support HTML5

On the Campaign Trail: Trump Claims Media Bias, Clinton Talks Jobs

ກຸ່ມ​ນິຍົມ​ແນວທາງ​ເດີມ ກ່າວ​ຫາວ່າ ບັນດາ​ emails ທັງຫຼາຍ​ທີ່​ກ່າວ​ມາ​ນີ້ ພິສູດ​ໃຫ້​ເຫັນ​ວ່າ ພວກ​ທີ່​ປະກອບ​ທຶນ​ສົມທົບ​ມູນ​ນິທິ ​ແມ່ນ​ມີຊ່ອງ​ທາງ​ພິ​ເສດ​ທີ່​ຈະ​ເຂົ້າ​ເຖິງ​ກະຊວງ​ການ​ຕ່າງປະ​ເທດ​ໄດ້ ຊຶ່ງ​ເປັນ​ສິ່ງ​ທີ່​ຄະນະໂຄສະນາ​ຫາ​ສຽງ​ຂອງ​ທ່ານ​ນາງ​ໄດ້​ປະຕິ​ເສດ​ມາ​ໂດຍ​ຕະຫຼອດ.

ໃນ​ການ​ກ່າວ​ຄຳ​ປາ​ໄສຕໍ່​ພວກ​ຄົນ​ງານບໍ່​ຖ່ານ​ຫີນ ​ໃນລັດ Virginia ທາງ​ພາກ​ຕາ​ເວັນ​ອອກ​ຂອງປະ​ເທດ ທ່ານ Trump ​ເອີ້ນ​ພວກ emails ຫຼ້າ​ສຸດ​ ຂອງ​ທ່ານ​ນາງ Clinton ນີ້​ວ່າ ​ເປັນ​ການ “pay to play” ທີ່​ແປ​ວ່າ “ຈ່າຍເພື່ອ​ມີ​ບົດບາດ” ທີ່​ມີ​ຄວາມ​ໝາຍວ່າ ທ່ານ​ສາ ມາດ​ຊື້ອິດ​ທິພົນ ​ໃນ​ວົງ​ການ​ທູດຊັ້ນນຳ​ຂອງໂລກ​ໄດ້.

“ມັນ​ເປັນ​ສິ່ງ​ທີ່​ຊົ່ວ​ຮ້າຍ ຊົ່ວ​ຮ້າຍແທ້ໆ” ​ແລະ​ມັນ​ກໍ​ຍັງ​ຜິດ​ກົດໝາຍ​ອີກ ຊຶ່ງ​ທ່ານ Trump ​ໄດ້​ກ່າວ​ເຊັ່ນ​ນັ້ນ ກ່ອນ​ທີ່​ທ່ານ​ຈະໂຈມ​ຕີ​ສື່​ມວນ​ຊົນ ຊຶ່ງ​ທ່ານໄດ້​ກ່າວ​ຫາ​ວ່າ ບໍ່​ໄດ້​ລາຍ​ງານກ່ຽວ​ກັບ​ຄວາມຈິງ.

ຜູ້ສະໝັກເປັນປະທານາທິບໍດີສະຫະລັດ ສັງກັດ Democratic ທ່ານນາງ Hillary Clinton ຂຶ້ນກ່າວໃນການໂຮມຊຸມນຸມ ທີ່ມັດທະຍົມປາຍ Lincoln ໃນນະຄອນ Des Moines, Iowa, 10 ສິງຫາ , 2016.

​ໃນເວລາດຽວ​ກັນ ທີ່​ທ່ານ Trump ​ກ່າວ​ຕໍ່​ພວກ​ຄົນ​ງານ​ບໍ່​ຖ່ານ​ຫີນ ທ່ານ​ນາງ Clinton ກໍ​ໄດ້​ໂອ້​ລົມ​ກັບ​ພວກ​ສະໜັບສະໜຸນ​ທ່ານ​ນາງ ​ໃນ​ລັດ Iowa. ທ່ານ​ນາງ ​ໄດ້ຕຳ​ໜິຕິຕຽນ​ຢ່າງ​ແຮງ ​ຕໍ່​ການ​ໃຫ້​ຄວາມ​ເຫັນຂອງ​ທ່ານ Trump ເມື່ອ​ວັນ​ອັງຄານ​ຜ່ານ​ມາ​ນີ້ ທີ່ພວກ​ຕ້ອງ​ຕິ ກ່າວ​ວ່າ ​ແມ່ນຮຽກຮ້ອງ​ໃຫ້​ພວກ​ທີ່​ພວກ​ສະໜັບສະໜຸນສິດທິ​ໃນ​ການ​ຄອບ​ຄອງ​ປືນ ສັງຫານ​ທ່ານ​ນາງ Clinton ​ແລະບັນດາ​ຜູ້​ພິພາກສາສານ​ສູງ​ສຸດ​ ທີ່ຕ້ອງການ​ຢາກ​ໃຫ້​ມີ​ການ​ຄວບ ຄຸມປືນຫຼາຍຂຶ້ນ.

ທ່ານ​ນາງ Clinton ​ໄດ້​ກ່າວ​ວ່າ ຄວາມ​ເຫັນ​ຂອງ​ທ່ານ Trump ນັ້ນ ​ແມ່ນ “​ໄດ້​ກາຍຂອບ ​ເຂດ​ໄປ​ແລ້ວ.”

“ຄຳ​ເວົ້າ​ນັ້ນ​ແມ່ນ​ສຳຄັນ, ໝູ່ເຮົ​າເອີຍ. ​ແລະ​ຖ້າ​ຫາກວ່າ ​ທ່ານກຳລັງ​ລົງ​ແຂ່ງຂັນເປັນ​ປະທາ ນາທິບໍດີ ຫຼືວ່າ ທ່ານເປັນ​ປະທານາທິບໍດີສະຫະລັດ ຄຳ​ເວົ້າ​ຕ່າງໆ​ນີ້ ຈະ​ມີ​ຜົນ​ສະທ້​ອນທີ່ ຕິດຕາມ​ມາຢ່າງ​ໃຫຍ່​ຫຼວງ”

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

Your browser doesn’t support HTML5

US Politics