ທ່ານ Trump ກັບທ່ານນາງ Clinton ໂຕ້ຖຽງກັນ ຢ່າງເຈັບແສບ ເລື່ອງຄຸນສົມບັດສ່ວນຕົວ

ຜູ້ສະໝັກ ແຂ່ງຂັນເປັນປະທານາທິບໍດີ ຈາກພັກຣີພັບບລິກັນ ທ່ານ Donald Trump ກ່າວຕໍ່ ຜູ້ສະໝັກແຂ່ງຂັນຈາກພັກ ເດໂມແຄຣັດ ທ່ານນາງ Hillary Clinton ໃນລະຫວ່າງ ການໂຕ້ວາທີ ຄັ້ງທີ 2 ແຂ່ງຂັນກັນ ເປັນປະທານາທິ ຢູ່ທີ່ມະຫາວິທະຍາໄລ Washington ໃນນະຄອນ St. Louis ລັດ Missouri ເມື່ອວັນອາທິດ ທີ 9 ຕຸລາ 2016.

ຜູ້ສະໝັກ ແຂ່ງຂັນເປັນປະທານາທິບໍດີ ຈາກພັກຣີພັບບລິກັນ ທ່ານ Donald Trump ໄດ້ກ່າວໃນວັນອາທິດ ວານນີ້ ວ່າ ເມືອງ Aleppo ຢູ່ທາງພາກເໜືອຂອງຊີເຣຍ “ໂດຍ ພື້ນຖານແລ້ວ ໄດ້ເພພັງລົງ” ໃນຂະນະທີ່ທ່ານ ແລະ ຜູ້ສະໝັກ ເປັນປະທານາທິບໍດີ ຈາກພັກເດໂມແຄຣັດ ທ່ານນາງ Hillary Clinton ຕ່າງກໍສະໜັບສະໜູນ ໃຫ້ສ້າງຕັ້ງ ເຂດປອດໄພ ເພື່ອຊ່ອຍປົກປ້ອງ ພວກພົນລະເຮືອນທັງຫຼາຍນັ້ນ.

ຄຳເຫັນດັ່ງກ່າວໄດ້ມີຂຶ້ນ ຂະນະທີ່ທັງສອງທ່ານ ໄດ້ເຂົ້າຮ່ວມການໂຕ້ວາທີ ຄັ້ງທີ 2 ໃນ ຈຳນວນ 3 ຄັ້ງ ກ່ອນໜ້າ ການເລືອກຕັ້ງ ໃນວັນທີ 8 ພະຈິກນີ້.

Your browser doesn’t support HTML5

Clinton: I have taken on Russia and would do it as president

​ ທ່ານ Trump ໄດ້ຮຽກຮ້ອງໃຫ້ລັດຖະບານອື່ນໆ ເຊັ່ນວ່າ ບັນດາປະເທດ ໃນອ່າວເປີເຊຍ ຈ່າຍເງິນສຳລັບເຂດປອດໄພຕ່າງໆ ແລະ ໄດ້ກ່າວຢ້ຳ ການກ່າວຫາຂອງທ່ານ ທີ່ວ່າ ບົດບາດໃນນະໂຍບາຍການຕ່າງປະເທດ ສະຫະລັດ ຂອງທ່ານນາງ Clinton ໃນຖານະ ເປັນລັດຖະມົນຕີການຕ່າງປະເທດ ໃນລະຫວ່າງ ສະໄໝທຳອິດຂອງປະທານາທິບໍດີ ບາຣັກ ໂອບາມາ ນັ້ນ ໄດ້ຊ່ອຍເຮັດໃຫ້ມີການກຳເນີດຂອງ ກຸ່ມກໍ່ການຮ້າຍລັດອິສລາມ.

ທ່ານນາງ Clinton ໄດ້ກ່າວຕື່ມວ່າ ທ່ານນາງ ຈະສ້າງຕັ້ງເຂດຫ້າມບິນ ຢູ່ໃນຊີເຣຍອີກ ແລະ ໄດ້ກ່າວວ່າ ຫຼາຍຄົນໄດ້ຮັບຄວາມທຸກທໍຣະມານ ຍ້ອນ “ການຮຸກຮານຂອງ ຣັດເຊຍ.”

Your browser doesn’t support HTML5

Clinton,Trump Engage in Tense Second Debate


ທ່ານນາງ ໄດ້ເວົ້າວ່າ “ມີຄວາມພະຍາຍາມຢ່າງຕັ້ງໜ້າ ໂດຍກອງທັບອາກາດ ຂອງ ຣັດເຊຍ ທີ່ຈະທຳລາຍ ເມືອງ Aleppo ເພື່ອທີ່ຈະລົບລ້າງ ພວກຕໍ່ຕ້ານລັດຖະບານ ໃຫ້ຈົນໝົດກ້ຽງ ຜູ້ທີ່ບໍ່ຍອມຈຳນົນ ຕໍ່ລັດຖະບານ ຂອງປະທານາທິບໍດີ Assad ແທ້ໆ.”

ທ່ານນາງ Clinton ໄດ້ຖືກຕຳນິຕະຫຼອດ ການລົງແຂ່ງຂັນເປັນປະທານາທິບໍດີ ຂອງ ທ່ານນາງ ກ່ຽວກັບບັນຫາການໃຊ້ລະບົບອີແມລສ່ວນຕົວ ໃນຂະນະທີ່ທ່ານນາງ ເປັນ ຜູ້ນຳ ກະຊວງການຕ່າງປະເທດ ຢູ່ນັ້ນ. ທ່ານ Trump ໄດ້ກ່າວໃນວັນອາທິດວານນີ້ ວ່າ ທ່ານນາງຄວນຂໍອະໄພໂທດ ແລະ ວ່າ ພວກຄົນທົ່ວໄປ ໄດ້ຖືກລົງໂທດ ຢ່າງໜັກ ສຳລັບ ການກະທຳທີ່ຕ່ຳກວ່າ ທ່ານນາງ ໄດ້ເຮັດ.

Your browser doesn’t support HTML5

Clinton: It's a good thing you're not in charge of the law in this country

ທ່ານ Trump ເວົ້າໃສ່ທ່ານນາງ Clinton ວ່າ “ຖ້າ ຂ້າພະເຈົ້າຊະນະ ຂ້າພະເຈົ້າຈະ ແນະນຳ ລັດຖະມົນຕີຍຸຕິທຳ ໃຫ້ຈັດໄອຍະການພິເສດ ຂຶ້ນມາ ເພື່ອກວດສອບເບິ່ງ ສະຖານະການຂອງທ່ານນາງ ເພາະວ່າ ບໍ່ເຄີຍມີການຕົວະຕົ້ມ ຫຼາຍປານນີ້ມາກ່ອນ ເຊັ່ນ ການຫຼອກລວງ, ບໍ່ເຄີຍມີສິ່ງໃດ ຄືຈັ່ງຊີ້ເລີຍ.”

ອົງການສັນຕິບານກາງ ຫຼື FBI ໄດ້ກວດສອບ ການໃຊ້ອີແມລຂອງທ່ານນາງ Clinton ມາແລ້ວ ແລະ ໄດ້ສະລຸບວ່າ ບໍ່ມີພື້ນຖານໃດໆ ທີ່ຈະດຳເນີນຄະດີ ທ່ານນາງ.

ທ່ານນາງ Clinton ໄດ້ຕອບໂຕ້ ວ່າ ການກ່າວຫາ ຂອງທ່ານ Trump ແມ່ນບໍ່ມີຄວາມຈິງ ແລະ ວ່າ ທ່ານນາງ ດີໃຈທີ່ ຄົນຜູ້ໜຶ່ງ ຜູ້ມີອາລົມຄືກັບທ່ານ Trump ນັ້ນ ບໍ່ໄດ້ເປັນຜູ້ປົກ ຄອງປະເທດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Your browser doesn’t support HTML5

Trump: This was locker room talk

​