ທ່ານ Trump ທ່ານນາງ Clinton ຄາດຫວັງ ຈະເປັນຕົວເກັງ ໃນການເລືອກຕັ້ງລັດ New York

Your browser doesn’t support HTML5

ການ​ໄດ້ເລືອກ​ຕັ້ງຍາດ​ແຍ່ງ​ເອົາຄະ​ແນນ​ສຽງ​ທີ່​ຂ້ອນ​ຂ້າງ​ຫຼາຍ​ຈະ​ມີ​ຂຶ້ນ ​ໃນ​ຂະນະ​ທີ່​ລັດນິວ ຢອກ ທາງພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ສະຫະລັດກຳລັງ​ທຳ​ການ​ປ່ອນ​ບັດຂັ້ນ​ຕົ້ນ ​ໂດຍ ​ການ​ຢັ່ງ​ຫາງ​ສຽງ​ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ​ນາງ Hillary Clinton ສັງກັດ​ພັກ​ເດ​ໂມ​ແຄຣັດ ​ແລະທ່ານ Donald Trump ສັງກັດ​ພັກ ​Republican ມີ​ຄະ​ແນນ​ນຳ​ໜ້າ​ໝູ່.

ບໍ່​ມີ​ພັກ​ໃດ ທີ່​ສະ​ແດງ​ໃຫ້​ເຫັນວ່າ ຜູ້​ຊະນະ​ນັ້ນ​ຈະ​ໄດ້​ຮັບ​ຄະແນນ ທັງ​ໝົດ ​ໃນການ​ລົງ​ຄະ​ແນນ​ສຽງ​ຂັ້ນ​ຕົ້ນ ​ໃນລັດ​ນິວຢ໊ອກ ​ເພາະສະ​ນັ້ນ ​ເຖິງ​ແມ່ນ​ຜູ້​ສະໝັກ​ທ່ານໃດ​ກໍ​ຕາມ ທີ່​ຈະ​ຊະນະ​ໃນຄັ້ງ​ນີ້ ກໍ​ຈະ​ໄດ້​ຮັບ​ຄະ​ແນ​ນສຽງ ບໍ່​ຫຼາຍ​ກໍ​ໜ້ອຍ.

ສະມາຊິກ​ສະພາ​ສູ​ງສະຫະລັດ ຈາກ​ລັກ Vermont ທ່ານ Bernie Sanders ​ໄດ້​ສະ​ແດງ​ອອກ​ຢ່າງ​ໝັ້ນ​ໃຈ​ວ່າ ທ່ານ​ຈະ​ນຳ​ໜ້າ​ໃນ​ການ​ລົງ​ຄະ​ແນນ​ສຽງ ​ເຖິງ​ແມ່ນ​ວ່າ ການ​ຢັ່ງຫາງ​ສຽງ​ນັ້ນ ​ໄດ້​ຈັດ​ໃຫ້​ທ່ານ ມີ​ຢ່າງ​ນ້ອຍ 10 ຄະ​ແນນ​ຕາມ​ຫຼັງ​ທ່ານ​ນາງ Clinton ກໍ​ຕາມ ຊຶ່ງ​ທ່ານ Sanders ​ໄດ້​ບອກ​ກັບໂທລະພາບ NBC ວ່າ ທ່ານ​ໄດ້​ຮັບ​ໄຊຊະນະ​ໃນ​ຫຼາຍໆ​ລັດ​ມາ​ແລ້ວ ບ່ອນ​ທີ່​ທ່ານ​ມີ​ຄະ​ແນນ​ຕາມ​ຫຼັງ​ໃນການ​ຢັ່ງຫາງ​ສຽງ​ທັງ​ຫຼາຍນັ້ນ.

ທ່ານ Sanders ​ໄດ້​ກ່າວ​ວ່າ “ຄັນ​ເວົ້າ​ທົ່ວ​ໄປ ກໍ​ແມ່ນ​ວ່າ ການ​ຢັ່ງຫາງ​ສຽງ​ທັງ​ຫຼາຍ ​ແມ່ນ​ເປັນ​ບ່ອນ​ທຳລາຍ​ການ​ລົງ​ຄະແນນສຽງ​ແທ້ໆ ນັ້ນ.”​

ພວກທີ່ສະນັບສະໜູນທ່ານ Donald Trump ສັງກັດພັກ Republican ພະຍາຍາມທີ່ຈະຂໍລາຍເຊັ່ນທ່ານ ຫ5ັງຈາກທີ່ຜືນຖ້າ ທີ່ສະໜາມບິນນາໆຊາດທີ່ Griffiss ໃນໂລກ ໂຣມ, ນິວຟ໊ອກ, 12 ເມສາ, 2016.

ໃນ​ການ​ຢ່າງ​ກ້າວ​ເຂົ້າ​ໄປ​ໃນ​ວັນ​ອັງຄານ​ມື້​ນີ້ ທ່ານ​ນາງ Clinton ໄດ້​ນຳ​ໜ້າ​ທ່ານ Sanders ​ດ້ວຍ​ໄດ້​ຮັບ​ຜູ້​ແທນ 1,758 ຕໍ່ 1,076 ຊຶ່ງ​ຮວມທັງ​ຄະ​ແນນ​ຜູ້​ແທນ​ທີ່​ເອີ້ນ​ວ່າ super delegates ພວກ​ຊຶ່ງ​ປະຕິຍານ​ທີ່​ຈະ​ໃຫ້ການ​ສະໜັບສະໜູນ​ອະດີດ​ລັດຖະມົນຕີ​ການ ຕ່າງປະ​ເທດ ​ແຕ່ກໍ​ເປັນ​ອິດ​ສະລະ​ໃນ​ການ​ທີ່​ຈະ​ປ່ຽນ​ຄວາມ​ຄິດ​ນີ້. ພັກ Demo​crats ຈະ​ໄດ້​ຮັບ 291 ຜູ້​ແທນ ຈາກ​ລັດ ນິວຢ໊ອກ ນີ້.

ຍ້ອນ​ການ​ທ່ຽງ​ດຸນ​ຂອງ​ການ​ໃຫ້​ຄະ​ແນນ​ສຽງ​ຂອງ​ພັກ Demo​crats ​ໄດ້​ຮັບ​ຈາກການ​ແຂ່ງຂັນ ທ່ານ Sanders ຈຳເປັນ​ທີ່​ຈະຮັບ​ໄຊຊະນະ​ຢ່າງ​ໃຫຍ່​ຫຼວງ ທີ່​ຈະ​ຕາມ​ທັນ. ທ່ານ Robby Mook ຜູ້​ບໍລິຫານ​ຂອງ​ການ​ໂຄສະນາ​ຂອງ​ທ່ານ​ນາງ Clinton ​ໄດ້​ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ “ສະມາຊິກ​ສະພາ​ສູ​ງສະຫະລັດ ​ໄດ້ປິດ​ເສັ່ນ​ທາງ​ຂອງທ່ານ​ແລ້​ວ ​ໃນ​ການ​ທີ່​ຈະ​ຖືກ​ເລື​ອກ​ໃຫ້​ເປັນ​ຕົວ​ແທນ​ນັ້ນ.”

​ທາງ​ພັກ Republican ສະມາຊິກ​ສະພາ​ສູ​ງສະຫະລັດ Texas ທ່ານ Ted Cruz ​ແລະ​ທ່ານ John Kasich ຜູ້​ປົກຄອງ​ລັດ Ohio ​ແມ່ນ​ພະຍາຍາມ​ທີ່​ຈະ​ໃຫ້​ໄດ້​ຮັບ​ໄຊຊະນະ​ໃຫ້​ພຽງພໍ ​ໃນ​ລັດ ນິວຢ໊ອກທີ່​ມີ​ຄະ​ແນ​ຜູ້​ແທນ 95 ສຽງ ທີ່​ຈະ​ເຮັດ​ໃຫ້​ທ່ານ Trump ສາມາດ​ຢື້​ເຖິງ 1 237 ຂອງ​ຄະ​ແນນ​ສຽງ​ສ່ວນ​ຫຼາຍ ທີ່​ຈະ​ສາມາດ​ປິດ​ການ​ໃຫ້​ໄດ້​ເປັນ​ຕົວ​ແທນ​ຂອງ​ພັກ ກ່ອນ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ໃນ​ເດືອນກໍລະກົດ​ຈະ​ມາ​ເຖິງ​ນີ້.

ທ່ານ Trump ​ໄດ້​ກ້າວ​ໄປ​ສູ່​ການ​ເລືອກ​ຕັ້ງ​ໃນ​ວັນ​ອັງຄານ​ມື້​ນີ້ ດ້ວຍ​ຄະ​ແນນ​ສຽງ 744 ​ແລ້ວ ​ໃນ​ຂະນະ​ທີ່​ທ່ານ Cruz ມີ 599 ​ແລະ​ທ່ານ Kasich ​ໄດ້ 144 ຄະ​ແນນ.

ເຊີນອ່ານຂ່າວກ່ຽວກັບເລື້ອງນີ້ເປັນພາສາອັງກິດ