ທ່ານ Trump ຍົກເລີກ ການໂຄສະນາຫາສຽງ ຂະນະທີ່ເກີດ ການປະທະກັນ

ພວກເດີນຂະບວນ ຮ້ອງໂຮ ຫລັງຈາກທ່ານ Donald Trump ຜູ້ສະໝັກປະທານາທິບໍດີຂອງພັກຣີພັບບລີກັນ ຍົກເລີກ ການໂຄສະນາຫາສຽງ ທີ່ມະຫາວິທະຍາໄລອິລລີນອຍ ທີ່ Chicago ໃນແຂງວັນທີ 11 ທັນວາ 2016.

ທ່ານ Donald Trump ຜູ້ສະໝັກ​ປະທານາທິບໍ​ດີ ​ຂອງ​ພັກຣີພັບ​
ບລີ​ກັນໄດ້​ຍົກເລີກ​ການ​ໂຮມ​ຊຸມນຸມ​ໂຄສະນາ​ຫາ​ສຽງທີ່ສະໜາມ
ກິລານະຄອນ Chicago ​ໃນຄືນວັນ​ສຸກ​ວານ​ນີ້ ຫຼັງ​ຈາກ​ພວກ​ປະ
​ທ້ວງ​ຫຼາຍພັນ​ຄົນ ໄປ​ຮວມຕົວ​ກັນ ​ຢູ່​ທີ່​ນັ້ນ ​ແລະ​ປະ​ທະ​ກັບ​ພວກ​
ສະໜັບສະໜຸນ​ທ່ານ Trump.

ກ່ອນ​ໜ້າການ​ຂຶ້ນ​ໄປ​ກ່າວ ​ໂຄສະນາ​ຫາ​ສຽງ​ຂອງ​ທ່ານ Trump
ນັ້ນ ພວກ​ປະ​ທ້ວງ​ຈຳນວນ​ນຶ່ງ​ ໄດ້​ບຸກ​ເຂົ້າ​ໄປ ​ໃນ​ສະໜາມກິລາ​
ມະຫາວິທະຍາ​ໄລ​ອິລລີ​ນອຍທີ່ນະຄອນ Chicago ​ແລະ​ກໍ​ເກີດ​
ເຫດການ​ອຶກກະ​ທຶກ​ນອງ​ນັນ​ຂຶ້ນ ເວລາ​ຝູງ​ຊົນ ຢູ່​ທີ່​ນັ້ນ ໄດ້​ຮ້ອງ
​ຄຳ​ຂວັນ ​ທັງ​ສະໜັບສະໜຸນ​ແລະ​ຕໍ່ຕ້ານ​ທ່ານ Trump ຮວມທັງ
ຄຳ​ເວົ້າທີ່​ຫຍາບ​ຄາຍ​ບໍ່​ສຸພາບ.

Your browser doesn’t support HTML5

Trump Rally

ທ່ານ Trump ​ໄດ້​ອອກ​ຖະ​ແຫຼງການ​ສະບັບ​ນຶ່ງ ປະກາດ​ເລື່ອນ​ການ​ໂຮມ​ຊຸມນຸມອອກ​ໄປ. ທ່ານ​ຮຽກຮ້ອງ​ໃຫ້​ທຸກ​ຄົນອອກ​ໄປ​ຈາກ​ສະ​ຖານ​ທີ່​ດັ່ງກ່າວ​ດ້ວຍ​ຄວາມສະຫງົບແລະ​ທ່ານ​
ກ່າວ​ວ່າ ທ່ານ​ບໍ່​ຢາກ​ເຫັນ​ຜູ້​ໃດ​ໄດ້​ຮັບ​ບາດ​ເຈັບ.

ຫລັງ​ຈາກມີ​ການ​ຕໍ່ສູ້​ກັນ ​ຢ່າງ​ຊຸນ​ລະມຸນ​ໄດ້​ເກີດ​ຂຶ້ນ​ໃນ​ໝູ່​ພວກ​ທີ່​ໄປ​ໂຮມ​ຊຸມນຸມກັນ​ແລ້ວ ຕຳຫລວດ ແລະ​ຍາມ​ຮັກສາ​ຄວາມ​ສະຫງົບ​ ກໍ​ໄດ້​ເຂົ້າ​ໄປ​ແຍກ​ ທັງ​ສອງ​ກຸ່ມອອກ​ຈາກ​ກັນ.​
ຮູ​ບຂ່າວ​ຈາກ​ໂທລະພາບ​ສະ​ແດງ​ໃຫ້​ເຫັນ​ວ່າ​ໄດ້​ເກີດ​ການ​ປະ​ທະກັນ​ລະຫວ່າງ​ກຸ່ມ​ນ້ອຍໆ
ຂອງ​ພວກ​ທີ່​ໄປ​ໂຮມ​ຊຸມນຸມ​ ​ໂດຍ​ທີ່​ຈຳນວນ​ນຶ່ງ ​ໄດ້​ຍູ້​ກັນໄປມາ​ແລະ​ຕົບ​ຕີ​ກັນ.​ ​ໃນ​ເວລາ​ຕໍ່
​ມາຕຳຫຼວດ​ໄດ້​ຂັບ​ໄລ່​ຝູງ​ຊົນ​ໃຫ້​ອອກໜີ​ໄປ.

ຕຳຫຼວດກ່າວ​ວ່າ ບໍ່​ໄດ້​ມີ​ການ​ຈັບ​ກຸມ​ເກີດ​ຂຶ້ນ​ ແລະ​ກໍ​ບໍ່​ມີ​ລາຍ​ງານ​ວ່າ ມີ​ຜູ້​ໃດ​ໄດ້​ຮັບ​ບາດ​
ເຈັບ.

ພວກ​ສະໜັບສະໜຸນ​ທ່ານ Trump ບາງ​ຄົນກ່າວ​ວ່າ ພວກ​ປະ​ທ້ວງ​ທີ່​ພາກັນ​ໄປ​ບ່ອນ​ໂຮມ
​ຊຸມ​ທີ່​ນະຄອນ Chicago ​ມີ​ຈຸດປະສົງຢາກ​ໃຫ້​ປິດ​ການ​ໂຮມ​ຊຸມນຸມ​ດັ່ງກ່າວ ​ແລະ​ຕັ້ງ​ໃຈ​ທີ່​
ຈະ​ສ້າງ​ບັນຫາ. ​ແຕ່​ການ​ກໍ່​ຄວາມ​ຮຸນ​ແຮງ​ ທີ່​ແນ​ໃສ່ພວກ​ຄັດຄ້ານ​ ທ່ານ Trump ນັ້ນ ​ໄດ້​
ເກີດ​ຂຶ້ນມາ​ແລ້ວ​ຢູ່​ບ່ອນ​ໂຄສະນາ​ຫາ​ສຽງອື່ນໆ.​ ທ່ານ Trump ຍັງ​ໄດ້​ຖືກ​ກ່າວ​ຫາ​ວ່າ​ເປັນ
​ຜູ້​ກໍ່​ໃຫ້​ເກີດ​ສະພາບ​ການນີ້ ຊຶ່ງອະນຸຍາດ​ໃຫ້​ມີ​ການ​ກໍ່​ຄວາມ​ຮຸນ​ແຮງຕໍ່ຕ້ານ​ພວກ​ປະ​ທ້ວງ ​
ໂດຍ​ໄດ້​ຕິຕຽນ​ພວກປະ​ທ້ວງ ​ເວລາ​ມີ​ການ​ລົບ​ກວນ​ເກີດ​ຂຶ້ນ ​ໃນ​ຂະນະ​ທີ່​ມີ​ການ​ໂຄສະນາ​
ຫາ​ສຽງ​ນັ້ນ.

Your browser doesn’t support HTML5

Trump Cancels Chicago Rally As Clashes Break Out