ນາຍພົນ ເບ້ຍບຳນານ Mattis ຖືກເລືອກ ເປັນ ລມຕ ປ້ອງກັນປະເທດ

ນາຍພົນ James Mattis ໃຫ້ການ ຕໍ່ຄະນະກຳມະການ ກອງທັບ ຂອງສະພາສູງ. (27 ກໍລະກົດ 2010)

ປະທານາທິບໍດີ​ທີ່ໄດ້​ຮັບ​ເລືອກ​ໃໝ່ຂອງ​ສະຫະລັດ ທ່ານ Donald Trump ​ໄດ້​ເລື​ອກ​ເອົາ ​ນາຍ​ພົນ​ເບ້ຍ​ບຳນານ​ທະຫານ​ມາຣີນ James Mattis ​ເປັນ​ລັດຖະມົນຕີກະຊວງ​ປ້ອງ​ກັນ​ປະ​ເທດ ​ແຕ່​ນາຍ​ພົນ Mattis ຍັງ​ຈະ​ຕ້ອງການ ​ໃຫ້​ມີ​ການປ່ຽນ​ແປງ ກົດໝາຍ​ຂອງ​ລັດຖະ ບານ​ກາງເສຍ​ກ່ອນ ກ່ອນ​ທີ່​ທ່ານ​ຈະ​ສາມາດ​ຮັບ​ຕຳແໜ່​ງນີ້​ໄດ້.

ທ່ານ Trump ທີ່​ໄປ​ປາກົດ​ໂຕ​ໃນ​ການ​ໂ​ຮມຊຸມນຸມ​ສະຫຼອງ​ໄຊຊະນະ​ຫລັງ​ການເລືອກ​ຕັ້ງຢູ່ທີ່​ນະຄອນ Cincinnati ລັດ​ໂອ​ຮາ​ຍ​ໂອ​ໃນ​ຄືນ​ວັນ​ພະຫັດ​ນີ້ ໄດ້​ປະກາດ ກ່ຽວ​ກັບ​ ການຄັດເລືອກ​ຂອງທ່ານ​ຢ່າງ​ເປັນ​ທາງ​ການ ຫລັງ​ຈາກ​ໄດ້​ມີ​ລາຍ​ງານຂ່າວ ທີ່​ບໍ່​ໄດ້​ຮັບ​ການ​ຢືນຢັນ​ຂອງ​ສື່​ມວນ​ຊົນ.

ທ່ານ Mattis ທີ່​ໄດ້​ຮັບ​ຊື່​ຫລິ້ນວ່າ “Mad Dog” ຍ້ອນ​ການ​ໃຫ້​ຄວາມ​ເຫັນ​ຂອງທ່ານ​ທີ່​ ວ່າທ່ານ​ມັກ​ສູ້​ລົບນັ້ນ ​ແມ່ນ​ເປັນ​ຜູ້ບັນຊາ​ການ​ທະຫານ​ມາ​ຣີນ​ໃນ​ການ​ເຮັດ​ສົງຄາມ​ຢູ່​ໃນ​ອັຟກາ​ນິສຖານ​ແລະ​ອີຣັກ.

ອະດີດ​ເຈົ້າໜ້າ​ທີ່​ອະ​ວຸ​ໂສ​ຂອງ​ທຳນຽບຫ້າ​ແຈ ກ່າວ​ຕໍ່​ໜັງສືພິມ Washington Post ວ່າ ທ່ານ Mattis ​ເປັນ​ບຸກຄົນ​ທີ່​ໄດ້​ຮັບ​ການ​ເຄົາລົບ​ເປັນ​ຢ່າງ​ສູງ.

​ເຈົ້າໜ້າ​ທີ່​ທ່ານ​ນີ້ກ່າວ​ວ່າ “ທ່ານ​ເປັນ​ນັກ​ລົບ, ​ເປັນ​ນັກວິຊາການ ​ແລະ​ເປັນ​ບຸກຄົນທີ່ສື່​ສັດ​ ທ່ານ​ເວົ້າຄວາມ​ຈິງ​ຕໍ່​ທຸກໆ​ຄົນ ​ແລະ​ແນ່ນອນ​ຈະ​ເວົ້າຄວາມ​ຈິງ​ຕໍ່​ຜູ້​ບັນຊາ​ການ​ສູງ​ສຸດ​ຄົນ​ໃໝ່​ຂອງທ່ານ.”

​ແຕ່​ຖ້າ​ຫາກ​ທ່ານ Mattis ຈະ​ຖືກ​ຮັບຮອງ​ເອົາ​ໂດຍ​ສະພາ​ສູງ​ສະຫະລັດ​ ລັດຖະສະພາ​ຈຳເປັນຈະ​ຕ້ອງ​ໄດ້ຍົກ​ເລີກ​ກົດໝາຍ ​ທີ່​ບັງຄັບ​ໃຫ້​ ລັດຖະມົນຕີ​ກະຊວງປ້ອງ​ກັນ​ປະ​ເທດລາ​ອອກ​ຈາກ​ໜ້າ​ທີ່ ​ມາ​ໄດ້​ຢ່າງ​ໜ້ອຍ 7 ປີ. ທ່ານ Mattis ຫາກໍ​ອອກ ​ກິນ​ເບ້ຍ​ບຳນານ ​ໃນ​ປີ 2013.

Your browser doesn’t support HTML5

Trump Transition Mattis

​ໃນ​ວັນ​ພະຫັດ​ວານ​ນີ້ ທ່ານ Trump ​ໄດ້​ເດີີນທາງ​ໄປ​ຢ້ຽມຢາມ​ພາກ​ກາງຂອງ​ສະຫະລັດ​ເພື່ອ​ສະ​ເຫລີ​ມສະຫລອງ​ຮ່ວມ​ກັບ​ຜູ້​ມີ​ສິດ​ປ່ອນ​ບັດ​ຈຳນວນ​ນຶ່ງ ທີ່​ໄດ້ສະໜັບສະໜຸນ​ໃຫ້​ທ່ານ​ເຂົ້າ​ໄປ​ຮັບ​ຕຳ​ແໜ່​ງທີ່​ທຳນຽບຂາວ.

ການ​ໄປ​ຢ້ຽມຢາມ​ ລັດ​ໂອ​ຮາ​ຍ​ໂອ ​ແມ່ນ​ບ່ອນ​ຢຸດ​ແວ່​ ແຫ່ງ​ທຳອິດ ​ໃນ​ອັນ​ທີ່​ທ່ານເອີ້ນວ່າ “ການ​ເດີນທາງ​ໄປ​ຂອບ​ໃຈ” ພວກ​ສະໜັບສະໜຸນທີ່​ໄປ​ປ່ອນ​ບັດ​ໃຫ້ ທ່ານ​ໃນ​ວັນ​ເລືອກ​ຕັ້ງ. ທ່ານ Trump ບໍ່​ໄດ້​ແຈ້ງ​ໃຫ້​ຊາບ​ວ່າທ່ານ​ຈະ​ເດີນທາງ​ໄປ​ຢ້ຽມ​ບ່ອນ​ໃດ​ແດ່ແຕ່​ບ່ອນ​ຢຸດ​ແວ່​ຫຼາຍໆ​ແຫ່ງຄາດ​ວ່າ​ຈະ​ມີ​ຂຶ້ນ​ໃນໄລຍະສອງ​ສາມ​ອາທິດ​ຂ້າງ​ໜ້ານີ້ຢູ່​ໃນ​ລັດ​ຕ່າງໆ ທີ່​ທ່ານ​ໄດ້​ຮັບ​ໄຊຊະນະ.

​ໃນ​ຕອນ​ເຊົ້າວັນ​ພະຫັດ​ວານ​ນີ້ ທ່ານ Trump ​ໄດ້​ໄປ​ຢ້ຽມ​ບໍລິສັດ​ ເຮັດ​ເຄື່ອງ​ປັບອາກາດ Carrier ຢູ່​ລັດ​ອິນ​ດຽນນາ ຫລັງ​ຈາກ​ທ່ານ​ ແລະ​ຮອງ​ປະທານາທິບໍດີ​ທີ່ໄດ້​ຮັບ​ເລືອກ​ໃໝ່ ທ່ານ Mike Pence ຊຶ່ງ​ເປັນ​ຜູ້​ປົກຄອງ​ລັດ​ອິນ​ດຽນນາ​ໃນ​ເວລານີ້ຊັກ​ຊວນ​ໃຫ້​ຄະນະ​ບໍລິ ຫານ​ຂອງ​ບໍລິສັດ Carrier ດ້ວຍ​ການ​ຜ່ອນ​ຜັນ ໃນດ້ານພາສີ 7 ລ້ານ​ໂດ​ລາ ​ເພື່ອ​ຮັກສາ​ວຽກ​ການ​ໄວ້​ຢູ່​ໃນ​ລັດ​ດັ່ງກ່າວ ​ເຖິງ​ແມ່ນທາງ​ບໍລິສັດ​ໄດ້​ສົ່ງ​ສ່ວນ​ອື່ນໆ​ຂອງ​ບໍລິສັດ​ໄປ​ຍັງ​ເມັກ​ຊິ​ໂກ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ