ທ່ານ Trump ຮຽກຮ້ອງໃຫ້ ຊາວອາເມຣິກັນ ເຊື້ອສາຍອາຟຣິກາ ລອງສິ່ງໃໝ່ເບິ່ງ

ຜູ້ຊົມພາກັນຮ້ອງເຊຍ ຂະນະທີ່ທ່ານ Donald Trump ກ່າວຄຳປາໄສ ຢູ່ເທິງເວທີ ໃນການໂຄສະນາຫາສຽງ ທີ່ເມືອງ Dimondale ລັດ Mich. (19 ສິງຫາ 2016)

​ສະໝັກ​ປະທານາທິບໍດີ​ຂອງ​ພັກຣີພັບ​ບລີ​ກັນ ທ່ານ Donald Trump ພະຍາຍາມ​ທີ່​ຈະ ​ຊັກ​ຊວນ​ໃຫ້​ຜູ້​ມີ​ສິດ​ປ່ອນ​ບັດຊາວ​ອາ​ເມຣິກັນ​ເຊື້ອສາຍ​ອາ​ຟຣິກາ ບໍ່​ໃຫ້ສະໜັບສະໜຸນ​ທ່ານ​ນາງ Hillary Clinton ​ໃນ​ວັນ​ສຸກ​ວານ​ນີ້ໂດຍ​ກ່າວ​ວ່າ ພັກເດ​ໂມ​ແຄຣັດ ​ເຊັ່ນ​ທ່ານ​ນາງ Clinton ບໍ່​ໄດ້​ຖືສຳຄັນໃນການ​ປ່ອນ​ບັດ​ຂອງຊາວອາ​ເມ​ຣິກັນ​ເຊື້ອສາຍ​ອາ​ຟຣິກາ.

​ໃນ​ຄຳ​ປາ​ໄສ ​ທີ່​ເມືອງ Dimondal ​ໃນ​ລັດ Michigan ນັ້ນ ທ່ານ Trump ​ໄດ້​ໃຊ້​ນະຄອນ Detroit ຊຶ່ງຕັ້ງຫ່າງ​ອອກ​ໄປ​ທາງ​ພາກ​ຕາ​ເວັນ​ອອກ​ປະມານ 150 ຫຼັກກິ​ໂລ​ແມັດ​ເປັນ​ຕົວ ຢ່າງ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ພັກ​ເດ​ໂມ​ແຄຣັດບໍ່​ໄດ້​ເອົາ​ຫົວຊາ​ ຕໍ່​ເຂດ​ເທດສະບານ​ດັ່ງກ່າວ​ນັ້ນ​ເລີຍ.

ປະທານໂຄສະນາຫາສຽງຂອງທ່ານ Trump ທ່ານ Paul Manafort

​ທ່ານ Trump ກ່າວ​ວ່າ “ຈົ່ງ​ມອງ​ເບິ່ງ​ວ່າ​ປະຊາ​ຄົມ​ອາ​ເມຣິກັນ​ເຊື້ອສາຍ​ອາ​ຟຣິກາ​ໄດ້​ຮັບ​ຜົນ​ກະທົບ​ຫຼາຍປານ​ໃດພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ​ພັກ​ເດ​ໂມ​ແຄຣັດ. ທ່ານ​ກ່າວ​ອ້າງ​ວ່າ ຫຼາຍ​ກວ່າ 40 ​ເປີ​ເຊັນ​ ຂອງ​ປະຊາຊົນ​ໃນ​ນະຄອນ Detroit ​ໄດ້​ດຳລົງ​ຊີວິດ ຢູ່ໃນຄວາມ ທຸກ​ຍາກ​ແລະ​ເຄິ່ງນຶ່ງ​ຂອງ​ປະຊາຊົນ​ໃນ​ນະຄອນ​ດັ່ງກ່າວບໍ່​ມີ​ວຽກ​ການ​ເຮັດ. ທ່ານ​ເວົ້າວ່າ ມີ​ທາງ​ດຽວ​ເທົ່າ​ນັ້ນທີ່​ຈະ​ມີ​ການ​ປ່ຽນ​ແປງ ກໍ​ຄື​ມີ​ການ​ປ່ຽນຜູ້ນຳ​.

“ສຳລັບ​ພວກ​ທີ່​ໄດ້​ຮັບ​ຄວາມທຸກ​ທໍລະມານ​ແລ້ວ ຂ້າພະ​ເຈົ້າຂໍເວົ້າວ່າ ພວ​ກທ່ານຈະເສຍ​ຫາຍ​ຫຍັງ ​ໂດຍ​ການ​ລອງ​ສິ່ງ​ໃໝ່ໆ ເຊັ່ນ Trump”.

ຜູ້ສະໝັກເປັນປະທານາທິບໍດີ ພັກຣີພັບບລີກັນ ທ່ານ Donald Trump ແລະຜູ້ສະໝັກ ເປັນຮອງປະທານາທິບໍດີ ຮ່ວມກັບທ່ານ ຜູ້ປົກຄອງລັດ Mike Pence

“ທ່ານ​ພວມ​ດຳລົງ​ຊີວິດ​ຢູ່​ໃນ​ຄວາມທຸກ​ຍາກ, ​ໂຮງຮຽນ​ຂອງ​ພວກ​ທ່ານ​ກໍ​ບໍ່​ດີ, ພວກ​ທ່ານ​ ບໍ່ມີ​ວຽກ​ມີ​ການ​ເຮັດ, 58 ​ເປີ​ເຊັນ​ຂອງ​ພວກ​ໜຸ່ມ​ນ້ອຍ​ຂອງ​ພວກ​ທ່ານກໍ​ຫວ່າງ​ງານ ມີ​ຫຍັງ​ລະ​ທີ່​ພວກ​ທ່ານ​ຈະ​ສູນ​ເສຍ.”

ທ່ານ Trump ​ໄດ້​ຖິ້ມ​ໂທດ​ກ່ຽວ​ກັບ​ບັນຫາ​ທາງ​ດ້ານ​ເສດຖະກິດ ຊຶ່ງສ່ວນ​ໃຫຍ່​ແລ້ວ​ແມ່ນ​ເປັນຍ້ອນ​ຂໍ້​ຕົກລົງ​ການ​ຄ້າ ອັນ​ເປັນ​ເນື້ອ​ໄນ​ຫຼັກ​ໃນ​ຄຳ​ປາ​ໄສການ​ໂຄສະນາຫາ​ສຽງ​ຂອງ​ທ່ານ.

ນອກ​ນັ້ນ​ແລ້ວທ່ານ​ຍັງ​ໄດ້​ກ່າວ​ຫາ​ທ່ານ​ນາງ​ Clinton ວ່າ ຢາກ​ເອົາ​ວຽກ​ໃຫ້​ພວກ​ອົບ​ພະ ຍົບ ​ແທນ​ທີ່​ຈະ​ແມ່ນ​ພວກ​ໜຸ່ມ​ນ້ອຍ ຊາວ​ຜິວ​ດຳ ທີ່​ທ່ານ Trump ກ່າວ​ວ່າ ​ໄດ້​ກາຍ​ເປັນ ອົບພະຍົບພາຍ​ໃນ​ປະ​ເທດ​ຂອງ​ຕົນ​ເອງ​ນັ້ນ.

ທ່ານ​ນາງ Clinton ​ໄດ້​ຕອບ​ໂຕ້​ຄືນ ​ໂດຍ​ສົ່ງ​ຂໍ້ຄວາມ​ຈາກ​ຄຳ​ປາ​ໄສຂອງ​ທ່ານ Trump ຜ່ານ​ທາງ Twitter ພ້ອມ​ກັບ​ຄຳ​ເຫັນ​ທີ່​ຂຽນວ່າ “ນີ້​ແມ່ນ​ໂງ່​ຫຼາຍມັນ​ບໍ່​ຖືກ​ເລີຍ​.”

ການ​ຢ່ັງ​ຫາ​ງສຽງ​ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ Trump ຕ້ອງ​ໄດ້​ດຳ​ເນີນ​ການ​ເພີ້ມຕື່ມ​ຢ່າງ ​ຫຼວງຫຼາຍກັບ​ບັນດາ​ຜູ້​ມີ​ສິດ​ປ່ອນ​ບັດ ​ຊາວ​ຜິວ​ດຳ ຊຶ່ງ​ການ​ສະໜັບສະໜຸນທ່ານ​ໃນ​ກຸ່ມ ​ຄົນພວກ​ນີ້ ​ແມ່ນຕ່ຳຫຼາຍ​ບໍ່​ຮອດ​ສິບເປີເຊັນ. ​ແຕ່​ທ່ານ Trump ​ໃຫ້ຄຳ​ໝັ້ນສັນຍາ​ໃນວັນ​ສຸກ​ວານ​ນີ້ວ່າ ຖ້າ​ທ່ານ​ຫາກ​ຖືກ​ເລືອກ​ ພາຍ​ໃນ​ຕອນ​ທ້າຍ ຂອງ​ການ​ດຳລົງ​ຕຳ​ແໜ່​ງສະ​ໄໝ​ທຳ​ອິດ​ຂອງ​ທ່ານ​ນັ້ນ “ຂ້າພະ​ເຈົ້າຂໍ​ຄຳ​ປະກັນ​ວ່າ ທ່ານ​ຈະ​ໄດ້​ຮັບ​ຄະ​ແນນ​ສຽງ​ຂອງ​ພວກ​ຊາວ​ອາ​ເມຣິກັນ​ເຊື້ອສາຍ​ອາ​ຟຣິກາຫຼາຍກວ່າ 95 ​ເປີ​ເຊັນ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Your browser doesn’t support HTML5

Trump Captivates Russian-speaking Voters in Brooklyn