ປະທານາທິບໍດີ ດໍໂນລ ທຣຳຂອງສະຫະລັດເວົ້າວ່າ ບໍ່ມີພື້ນຖານອັນໃດ ທີ່ຄະນະກຳມະການດ້ານຕຸລາການທີ່ມີອຳນາດສູງຈະໃຊ້ ເພື່ອສືບສວນດ້ານການເງິນສ່ວນຕົວຂອງທ່ານໄດ້.
"ບໍ່ເຄີຍມີນັກການເມືອງຄົນໃດ ຕ້ອງໄດ້ຜ່ານການສອບສວນແບບນັ້ນ. ມັນເອີ້ນກັນວ່າ ເປັນເລື້ອງທີ່ທຳການຂົ່ມຂູ່ລົບກວນປະທານາທິບໍດີ. ແລະມັນເປັນເລື້ອງທີ່ໜ້າເສຍໃຈຫລາຍ ແລະມັນເຮັດປະເທດຊາດຮູ້ສຶກເຈັບປວດ,” ນັ້ນຄືຄຳເວົ້າຂອງທ່ານທຣຳ ໃນເວລາຕອບຄຳຖາມຂອງນັກຂ່າວຄົນນຶ່ງ ກ່ຽວກັບການຕັດສິນໃຈຂອງຄະນະກຳມະການດ້ານສືບລັບຂອງສະພາຕ່ຳວ່າ ຈະກວດກາເບິ່ງເລື້ອງການເງິນຂອງທ່ານ. ທ່ານທຣຳໝາຍເຖິງປະທານຂອງຄະນະກຳມະການດັ່ງກ່າວ ຄືທ່ານ ອາດາມ ຊີຟ (Adam Schiff) ທີ່ສັງກັດພັກເດໂມແຄຣັດ ແລະເປັນຜູ້ວິຈານທ່ານທີ່ສຳຄັນ.
ປ. ທຣຳກ່າວຄຳປາໄສຢູ່ທຳນຽບຂາວ ໃນວັນທີ 6 ກຸມພາ, 2019
"ມີບ່ອນອີງອັນໃດທີ່ລາວຈະເຮັດແນວນັ້ນ? ລາວບໍ່ມີບ່ອນອີງອັນໃດທີ່ລາວຈະເຮັດແນວນັ້ນໄດ້. ລາວເປັນພຽງແຕ່ນັກການເມືອງທີ່ເວົ້າແບບບໍ່ມີສາລະຫຍັງ. ລາວພະຍາຍາມທີ່ຈະເຮັດໃຫ້ໂຕເອງໂດ່ງດັງຂຶ້ນ," ນັ້ນຄືຄຳເວົ້າຂອງທ່ານທຣຳ ທີ່ເວົ້າ ກ່ຽວກັບທ່ານ ຊີຟ (Schiff) ໃນຕອນສະຫລຸບງານທີ່ສັ້ນໆງານນຶ່ງ ຢູ່ຫ້ອງ Roosevelt ຂອງທຳນຽບຂາວ ທີ່ປະກາດວ່າ ທ່ານ ເດ ວິດ ມາລແພສ (David Malpass) ແມ່ນຜູ້ທີ່ຖືກແຕ່ງຕັ້ງໃຫ້ເປັນຜູ້ບໍລິຫານທະນາຄານໂລກ.
ກ່ອນໜ້ານັ້ນ ບໍ່ພໍເທົ່າໃດຊົ່ວໂມງ, ທ່ານ ຊີຟກໍໄດ້ປະກາດວ່າ ຄະນະກຳມະການດັ່ງກ່າວ ໂດຍທີ່ຢູ່ໃນການຄອບຄອງຂອງພວກສັງກັດພັກເດໂມແຄຣັດຫລັງຈາກມີການເລືອກຕັ້ງລັດຖະສະພາໃນເດືອນພະຈິກຜ່ານມາ ຈະຂະຫຍາຍການສືບສວນຂອງຕົນອອກໄປ “ນອກເໜືອຈາກເລື້ອງຣັດເຊຍ" ອີກ ແລະຈະກວດເບິ່ງ ວ່າ ຄວາມເປັນຫ່ວງຂອງທ່ານທຣຳຕໍ່ຜົນປະໂຫຍດທາງການເງິນຂອງເພິ່ນເປັນສິ່ງທີ່ພັກດັນການຕັດສິນໃຈຂອງເພິ່ນດ້ານນະໂຍບາຍ ແລະການເຄື່ອນໄຫວອັນອື່ນ ໃນນາມທີ່ເປັນປະທານາທິບໍດີ ຫລືບໍ່.
ລະບຽບການທີ່ກວ້າງກວ່ານັ້ນ ຂອງຄະນະກຳມະການດັ່ງກ່າວ ຈະ "ເຮັດໃຫ້ພວກເຮົາສາມາດທຳການສືບສວນກ່ຽວກັບການກ່າວຫາໃດໆ ທີ່ໜ້າເຊື່ອຖືໄດ້ໃນເລື້ອງທີ່ວ່າຜົນປະໂຫຍດທາງການເງິນ ຫລື ຜົນປະໂຫຍດດ້ານອື່ນໆ ກຳລັງເປັນແຮງພັກດັນການຕັດສິນໃຈຂອງປະທານາທິບໍດີ ຫລືຂອງໃຜກໍຕາມທີ່ຢູ່ໃນຄະນະລັດຖະບານໄດ້," ນັ້ນຄືຄຳເວົ້າຂອງທ່ານ ຊີຟ ທີ່ກ່າວຕໍ່ພວກນັກຂ່າວ.ທ່ານກ່າວຕໍ່ໄປວ່າ "ລະບຽບການນັ້ນແມ່ນກ່ຽວຂ້ອງ ກັບການກ່າວຫາໃດໆ ທີ່ໜ້າເຊື່ອຖື ວ່າມີການຊ່ວຍເຫລືອໃຫ້ທ່ານໄດ້ປຽບຈາກພວກຣັດເຊຍ ຫລືພວກຊາອຸດີ ຫລືຄົນອື່ນ ໃດຫລືບໍ່."