ໃນຂະນະທີ່ພວກເຈົ້າໜ້າທີ່ ຢູ່ນະຄອນຫຼວງວໍຊິງຕັນ ຂອງສະຫະລັດ ແລະທີ່ລັດເວີຈີ
ເນຍ ຊຶ່ງຕັ້ງຢູ່ໃກ້ຄຽງ ພວມກຽມຮັບມື ກັບວັນຄົບຮອບປີທຳອິດຂອງການໂຮມຊຸມນຸມ
ເດີນຂະບວນໂດຍພວກຄົນຜິວຂາວຊາດນິຍົມ ທີ່ໄດ້ກາຍເປັນຄວາມຮຸນແຮງນັ້ນ ປະ
ທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໄດ້ອອກຄຳຮ້ອງຂໍໃນວັນເສົາວານນີ້ ໃຫ້ມີ
ຄວາມເປັນເອກກະພາບກັນ.
ທ່ານທຣຳໄດ້ຂຽນລົງໃນທວີດເຕີ້ ຈາກສະໂມສອນກັອຟຂອງທ່ານ ທີ່ລັດນິວເຈີຊີວ່າ
“ພວກເຮົາຕ້ອງປຸ້ມລຸມສາມັກຄີ ໃນຖານະທີ່ເປັນປະເທດນຶ່ງຊາດດຽວ. ຂ້າພະເຈົ້າຂໍ
ປະນາມການແບ່ງແຍກເຊື້ອຊາດຜິວພັນແລະການກໍ່ຄວາມຮຸນແຮງໃນທຸກຮູບແບບ.
ສັນຕິພາບຈົ່ງເປັນຂອງຊາວອາເມຣິກັນທັງມວນ.”
ທ່ານທຣຳ ກ່າວຕື່ມວ່າ ທ່ານໄດ້ “ຕໍ່ສູ້” ເພື່ອປັບປຸງຊີວິດການເປັນຢູ່ຂອງພວກຊົນກຸ່ມ
ນ້ອຍ ແລະກໍປະກາດວ່າ “ຂ້າພະເຈົ້າຈະບໍ່ຢຸດເຊົາ ໃນການຕໍ່ສູ້ເພື່ອຊາວອາເມຣິກັນ
ທັງມວນ.”
The riots in Charlottesville a year ago resulted in senseless death and division. We must come together as a nation. I condemn all types of racism and acts of violence. Peace to ALL Americans!
— Donald J. Trump (@realDonaldTrump) August 11, 2018
ການຕອບຮັບຂອງປະທານາທິບໍດີ ຕໍ່ການໂຮມຊຸມນຸມເດີນຂະບວນທີ່ເມືອງຊາລັອດ
ວິລ ໃນລັດເວີຈີເນຍ ປີກາຍນີ້ ແມ່ນໄດ້ຖືກຕ້ອງຕິ ຢ່າງແຮງ ເວລາທ່ານປະກາດ ໃນ
ການຖະແຫຼງຂ່າວ ທີ່ຕຶກທຣຳທາວເວີ້ວ່າ “ມີພວກຄົນຜູ້ດີ ຢູ່ທັງສອງຝ່າຍ.”
ຕໍ່ມາໃນວັນເສົາວານນີ້ ລູກສາວຂອງປະທານາທິບໍດີທຣຳ ທ່ານນາງອີວານກາໄດ້ກະ
ທຳໃນສິ່ງທີ່ບິດາຂອງທ່ານບໍ່ໄດ້ເຮັດ. ທ່ານນາງໄດ້ກ່າວປະນາມຕໍ່ພວກຄົນຜິວຂາວ
ທີ່ຄິດວ່າຕົນປະເສີດກວ່າໝູ່ ແລະພວກນາຊີໃໝ່ ໃນຂໍ້ຄວາມທີ່ຂຽນລົງທາງທວີດເຕີ້
ຂອງທ່ານນາງ ໂດຍກ່າວວ່າ “ໃນຂະນະທີ່ຊາວອາເມຣິກັນໄດ້ຖືກປະທານໃຫ້ດຳລົງ
ຊີວິດຢູ່ໃນປະເທດທີ່ໃຫ້ການປົກປ້ອງຕໍ່ສິດເສລີພາບ ອິດສະຫຼະພາບ ໃນການປາກ
ເວົ້າ ແລະການສະແດງຄວາມຄິດຄວາມເຫັນຕ່າງໆ ມັນຈຶ່ງບໍ່ຄວນຈະມີບ່ອນສຳລັບ ພວກຄົນຜິວຂາວ ທີ່ຖືວ່າຕົນດີລື່ນໝູ່ ລັດທິແບ່ງແຍກເຊື້ອຊາດຜິວພັນແລະລັດທິນາ
ຊີໃໝ່ ຢູ່ໃນປະເທດທີ່ຍິ່ງໃຫຍ່ຂອງພວກເຮົາ.”
2:3 While Americans are blessed to live in a nation that protects liberty, freedom of speech and diversity of opinion, there is no place for white supremacy, racism and neo-nazism in our great country.
— Ivanka Trump (@IvankaTrump) August 12, 2018
ເຈົ້າຄອງນະຄອນຫຼວງວໍຊິງຕັນ ທ່ານນາງມູລຽລ ບາວເຊີ (Muriel Bowser) ກ່າວ
ໃນວັນພະຫັດທີ່ຜ່ານມານີ້ວ່າ ທ່ານນາງໄດ້ລົງນາມໃນຄຳສັ່ງໃຫ້ເພີ້ມການປະຕິບັດ
ງານສຸກເສີນ ໃນການກະກຽມເພື່ອຮັບມືກັບການໂຮມຊຸມນຸມເດີນຂະບວນຊຶ່ງຈະມີ
ຂຶ້ນ ທີ່ຈະຕຸລັດລາຟາແຢັດ ຊຶ່ງເປັນສວນສາທາລະນະທີ່ຕັ້ງກົງກັນຂ້າມກັບທຳນຽບ
ຂາວ ໃນວັນອາທິດມື້ນີ້. ນອກນັ້ນແລ້ວ ການໂຮມຊຸມນຸມ ເພື່ອຕໍ່ຕ້ານ ການເດີນຂະ
ບວນດັ່ງກ່າວ ກໍໄດ້ຮັບອະນຸຍາດ ໃຫ້ຈັດຂຶ້ນທີ່ສວນແຫ່ງນັ້ນ ແລະບໍລິເວນໃກ້ຄຽງ.