ງົບປະມານ ທີ່ ປ. ທຣໍາ ຕ້ອງການ ແມ່ນຮວມມີ ທຶນສ້າງກຳແພງ ແລະກອງທັບ

ພະນັກງານໂຮງພິມ ລັດຖະບານສະຫະລັດ ທ້າວດາຣຽນ ແມັດທິວ ກຳລັງຈັດແຈງເອກກະສານງົບປະມານ ປະທານາທິບໍດີ ດໍໂນລ ທຣໍາ ສຳລັບສົກປີ 2019 ທີ່ນະຄອນຫລວງ ວໍຊິງຕັນ ທີ 12 ກຸມພາ.

ປະທານາທິບໍດີ ດໍ​ໂນ​ລ ທຣໍາ ກຳລັງ​ສົ່ງ​ແຜນງົບປະມານ 4 ພັນ 400 ຕື້​ໂດ​ລາ ໄປຍັງ
​ສະພາ ຮວມ​ທັງ​ເງິນ​ສ້າງ​ກຳ​ແພງຢູ່ທາງພາກ​ໃຕ້ແລະ​ເສີມ​ສ້າງ​ກອງທັບ ​ແຕ່ເປັນທີ່​ຄາດ​
ກັນວ່າ ຈະເຮັດໃຫ້ການ​ຂາດ​ດຸນຂອງລັດຖະບານ​ກາງເພີ້ມຂຶ້ນ​ຫລາຍກວ່າ 1 ພັນ​ຕື້
​ໂດ​ລາ.

​ໃນ​ຂະນະ​ທີ່​ພວກ​ເຈົ້າ​ໜ້າ​ທີ່ທຳນຽບຂາວ​ທັງ​ໝົດ​ພາກັນຮັບ​ຮູ້​ຂໍ້​ສະ​ເໜີ ທີ່​ໄດ້​ເປີດ​ເຜີຍ​ໃນ
​ວັນ​ຈັນ​ວານ​ນີ້ວ່າ​ ມີ​ໂອ​ກາດ​ໜ້ອຍ​ທີ່ຈະ​ເປັນ​ກົດໝາຍ ລັດຖະສະພາ ພຽງ​ຜູ້​ດຽວເທົ່ານັ້ນ ເປັນຄວບ​ຄຸມ​ການ​ໃຊ້​ຈ່າຍຂອງ​ລັດຖະບານ​ກາງ. ​ແຕ່​ທຳ ນຽບຂາວ​ຢືນຢັດວ່າ ​ຂໍ້​ສະ​ເໜີ​ງົບປະມານ ແມ່ນຍັງ​ສົ່ງ​ສານ​ທີ່​ສຳຄັນ​ກ່ຽວ​ກັບບູລິມະສິດຕ່າງໆ​ຂອງ​ປະທານາທິບໍດີ
ດໍ​ໂນລ ທຣໍາ.

ຫົວໜ້າ​ງົບປະມານ​ທຳນຽບຂາວ ທ່ານ​ມິກ ມູລ​ວາ​ນີ ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ຢູ່​ທີ່ກອງປະ
ຊຸມຖະແຫຼງຂ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ “ນີ້​ເປັນ​ເອກ​ກະສາ​ນສົ່ງ​ຂ່າວ.”

ງົບ​ປະມານ​ປະທານາທິບໍດີ​ທຣໍາ ຮຽກຮ້ອງ​ໃຫ້​ມີ​ການ​ຕັດ​ທີ່​ສຳຄັນ​ຕໍ່​ບັນດາ​ໂຄງການ​ພາຍ
​ໃນ​ປະ​ເທດ ​ເຊັ່ນວ່າ​ການ​ຊ່ວຍ​ເຫລືອ​ດ້ານ​ພະຍາບານ ​ເມ​ດີ​ແຄ ເມ​ດີ​ເຄດ ​ແລະ​ບັດ​ຊື້​ອາ
ຫານ. ​ແຕ່​ວ່າ​ແຜນ​ນີ້ ຍັງບໍ່ເຮັດໃຫ້ງົບປະມານ​ລັດຖະບານ​ກາງມີຄວາມສົມດູນ ​ສ່ວນນຶ່ງ
ແມ່ນ​ເພາະວ່າ​ຫລຸດ​ລາຍ​ໄດ້​ເຂົ້າ​ລັດຖະບານ​ກາງ ​ເນື່ອງ​ຈາກ​ການ​ຕັດ​ພາສີ​ໃນປີ​ກາຍ​ນີ້.

ພັກ​ເດ​ໂມ​ແຄຣັດ ​ໄດ້​ປະຕິ​ເສດ​ຢ່າງ​ກວ້າງ​ຂວາງ​ຕໍ່​ແຜ​ນການນີ້. ຜູ້ນຳ​ ສຽງ​ສ່ວນ​ນ້ອຍໃນ
ສະພາຕ່ຳ ທ່ານ​ນາງ​ແນນ​ຊີ ​ເປ​ໂລ​ຊີ ​ໄດ້​ຮ້ອງ​ຂໍ້​ສະ​ເໜີນີ້​ວ່າ “​ເປັນ​ການ​ເກັບສະ​ສົມທີ່​ຮ້າຍ
​ແຮງ​ຂອງຄຳ​ໝັ້ນ​ສັນຍາທີ່ເຮັດບໍ່ໄດ້​ແລະ​ການ​ຕັດຫຼາຍໆຢ່າງ.”

ປະທານາທິບໍດີ ດໍໂນລ ທຣໍາ ໂອ້ລົມກັບຜູ້ເຂົ້າຮ່ວມໃນຂະນະທີ່ອອກຈາກກອງປະຊຸມ ລິເລີ້ມໂຄງຮ່າງ ທີ່ທໍຳນຽບຂາວ ວັນທີ 12 ກຸມພາ 2018.

ຄວາມ​ລົ້ມ​ແຫລວຂອງຂໍ້​ສະ​ເໜີ ​ທີ່​ຈະ​ລົບລ້າງໜີ້​ສິນ ຍັງ​ຈະ​ເຮັດ​ໃຫ້​ສະມາຊິກ​ພັກຣີພັບ​
ບລິກກັນ​ຈຳນວນ​ນຶ່ງ​ຜິດຫວັງ ຜູ້​ທີ່​ມີ​ປະ​ເພນີ​ບໍ່​ເຫັນ​ພ້ອມ​ກັບການຂາດດູນ​ງົບປະມານ​ນັ້ນ.

“ມັນ​ພຽງ​ປັບປ່ຽນເພື່ອໃຫ້ເຂົ້າກັບວໍຊິງ​ຕັນ ທີ່​ພວກ​ເຮົາອາໄສ​ຢູ່” ທ່ານ​ມູລ​ວາ​ນີ ​ໄດ້ກ່າວ​
ເນັ້ນ​ໜັກ​ວ່າແຜນ​ງົບປະມານໃໝ່ຈະ​ຊ່ວຍ "ຕ່າວປີ້ນ" ໜີ້​ສິນາຂອງ​ປະເທດ​ຊາດ.​

ຂໍ້​ສະ​ເໜີ​ທຳນຽບຂາ​ວແມ່ນສືບສານຢ່າງໃຫຍ່ຕໍ່ງົບປະມານສອງ​ປີ​ທີ່ໄດ້ມີການຮັບຜ່ານ
ໃນ​ອາທິດ​ແລ້ວ​ນີ້​ໂດຍ​ລັດຖະສະພາ ​ແລະເຊັນ​ໂດຍ​ປະທານາທິບໍດີ. ຮ່າງ​ກົດໝາຍ​ດັ່ງ
ກ່າວ ​ຮວມທັງ​ການ​ຊຸ​ກຍູ້​ກອງ​ທັບ​ທີ່​ສຳຄັນ ພ້ອມ​ດ້ວຍ​ບັນດາ​ໂຄງ ການ​ພາຍ​ໃນ​ປະ​ເທດ.

ທ່ານມູລ​ວາ​ນີ ອະດີດ​ສະ​ມາສະ​ຊິກ​ສະພາ ​ແລະ​ເປັນຜູ້ຄັດ​ຄ້ານຕໍ່​ໜີ້​ສິນ​ຂອງລັດ ຖະບານ
​ກາງ​ມາເປັນເວລາດົນ​ນານໄດ້​ຮັບ​ຮູ້ວ່າ ທ່ານ​ຈະ​ບໍ່​ໄດ້​ຮັບ​ການ​ສະໜັບສະ ໜູນຕໍ່​ຮ່າງ​ກົດ
ໝາຍ ຖ້າທ່ານຫາກ​ຍັງ​ໄດ້​ຢູ່​ໃນ​ສະພາ.

ອ່ານຂ່າວນີ້ເພີມເປັນພາສາອັງກິດ