ທ່ານ ທຣຳ ຈະຕັດສິນໃຈ ຄັ້ງໃຫຍ່ ກ່ຽວກັບ ຂໍ້ຕົກລົງ ດິນຟ້າອາກາດ ປາຣີ

ປະທານາທິບໍດີ ທ່ານ ດໍໂນລ ທຣຳ ຍົກມືລາ ຜູ້ສະໜັບສະໜູນ ໃນເວລາທີ່ທ່ານເດີນທາງ ອອກຈາກການຊຸມນຸມໃນເມືອງ Harrisburg, ລັດເພັນຊິລເວເນຍ. 29 ເມາ, 2017.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ສັນຍາວ່າຈະມີ “ການຕັດສິນໃຈຄັ້ງ
ໃຫຍ່”
ກ່ຽວກັບ ຂໍ້ຕົກລົງສະພາບອາກາດ ປາຣີ ໃນອີກສອງສັບປະດາຂ້າງໜ້າ.

ທ່ານໄດ້ກ່າວ ກ່ຽວກັບ ການເຂົ້າດຳລົງຕຳແໜ່ງຂອງທ່ານ ຄົບຮອບ 100 ວັນຢູ່ການຊຸມ
ນຸມ ທີ່ເມືອງ Harrisburg ລັດ Pennsylvaniaໃນຕອນແລງຂອງວັນເສົາວານນີ້. ທ່ານ
ໄດ້ກ່າວຄຳປາໄສໃນສະໜາມກິລາທີ່ສາມາດບັນຈຸຄົນໄດ້ 10,000 ຄົນ ບ່ອນທີ່ຜູ້ຟັງຂອງ
ທ່ານໄດ້ໃຫ້ການສະໜັບສະໜູນ, ທັກທາຍທ່ານ ດ້ວຍການຮ້ອງສຽງເຊຍວ່າ “USA,
USA, USA.”

ກ່ອນການກ່າວຄຳໄສຂອງປະທານາທິບໍດີນັ້ນ, ຜູ້ປະທ້ວງຄົນໜຶ່ງໄດ້ຖືກໂຈມຕີ ແລະຖືກ​ໄລ່ອອກຈາກບ່ອນຜູ້ຊົມ. ທ່ານປະທານາທິບໍດີໄດ້ກ່າວ “ເອົາລາວອອກໄປຈາກບ່ອນນີ້.” ໃນຂະນະທີ່ພວກຜູ້ຊົມສົ່ງສຽງເຊຍອີກຄັ້ງ.

ທ່ານປະທານາທິບໍດີ ໄດ້ສະແດງຄວາມຮູ້ສຶກລ່ວງໃຈ ທີ່ທ່ານບໍ່ຕ້ອງໄດ້ເຂົ້າຮ່ວມໃນງານ ລ້ຽງອາຫານຄໍ່າ ຂອງນັກຂ່າວປະຈຳ ທຳນຽບຂາວ, ເຊິ່ງເປັນງານການກຸສົນປະຈຳປີໃນ ນະຄອນຫຼວງ ວໍຊິງຕັນ ທີ່ຈັດຂຶ້ນໃນເວລາດຽວກັນກັບການຊຸມນຸມຂອງທ່ານ.

ທ່ານໄດ້ຊີ້ມືໄປໃສ່ກຸ່ມນັກຂ່າວທີ່ກຳລັງຖ່າຍທຳການກ່າວຄຳປາໄສຂອງທ່ານ ແລະ ໄດ້
ກ່າວວ່າ “ເບິ່ງພວກສື່ມວນຊົນຢູ່ທາງຫຼັງນັ້ນ. ແນວໃດກໍຕາມ ພວກເຂົາເຈົ້າ ເບິ່ງຄືຈະ ເລືອກມາຢູ່ບ່ອນນີ້ແທ້ໆ, ຂ້າພະເຈົ້າຕ້ອງຂໍບອກພວກທ່ານ.”

ພວກຝູງຄົນໄດ້ຫົວຂວັນພວກສື່ມວນຊົນທີ່ຖືກເວົ້າເຖິງ ແລະ ໄດ້ສົ່ງສຽງເຊຍເມື່ອທ່ານ
ທຣຳ ໄດ້ເວົ້າຊື່ຂອງເຄືອຂ່າຍໂທລະພາບສອງສາມແຫ່ງ ທີ່ທ່ານໄດ້ກ່າວຫາວ່າ ລາຍງານ
ຂ່າວ “ປອມ.” ທ່ານໄດ້ກ່າວວ່າ ທ່ານໄດ້ໃຫ້ “ຄະແນນລົ້ມແຫຼວ” ທີ່ໃຫຍ່ ແລະ ກໍຕຸ້ຍ ໃຫ້ ພວກສື່ມວນຊົນທີ່ໄດ້ເຮັດຂ່າວ ກ່ຽວກັບ ທ່ານສຳລັບ 100 ມື້ທຳອິດ.

ໃນການດຳລົງຕຳແໜ່ງຄົບຮອບ 100 ວັນຂອງທ່ານນັ້ນ, ທ່ານ ທຣຳ ໄດ້ສະເໜີລາຍຊື່
ກ່ຽວກັບ ການປະຕິບັດການຂອງທ່ານ, ໂດຍກ່າວວ່າ ການປະຕິບັດງານໃນຕຳແໜ່ງຂອງ
ທ່ານນັ້ນ ມັນໄດ້ “ມີຄວາມຕື່ນເຕັ້ນ ແລະ ມີປະສິດທິຜົນ,” ທ່ານໄດ້ເຮັດໃຫ້ ພວກນັກຂຸດ
ຄົ້ນຖ່ານຫີນສາມາດກັບໄປເຮັດວຽກ, ປົກປ້ອງພວກກຳມະກອນຊ່າງເຫຼັກ ແລະ ອາລູມີ
ນຽມ ແລະ “ລົບລ້າງກົດລະບຽບທຳລາຍວຽກງານຕ່າງໆອອກໄປ.”

ທ່ານໄດ້ກ່າວວ່າ “ພວກເຮົາໄດ້ຮັກສາຄຳສັນຍາຈາກອັນໜຶ່ງໄປຫາອີກອັນໜຶ່ງ ແລະ ເວົ້າຕາມຕົງແລ້ວປະຊາຊົນແມ່ນມີຄວາມຍິນດີ ກ່ຽວກັບ ມັນ, ພວກເຂົາເຈົ້າເຫັນວ່າມີ ຫຍັງກຳລັງເກີດຂຶ້ນ.”

ທ່ານໄດ້ກ່າວ​ຕື່ມວ່າ “ເພື່ອຄວາມເຂົ້າໃຈ ກ່ຽວກັບ ຄວາມກ້າວໜ້າຄັ້ງປະຫວັດສາດທີ່
ພວກເຮົາໄດ້ເຮັດໄປນັ້ນ, ພວກເຮົາຕ້ອງເວົ້າຢ່າງຊື່ສັດ ກ່ຽວກັບ ສະຖານະການທີ່
ພວກເຮົາ ແລະ ຂ້າພະເຈົ້າໄດ້ສືບທອດມາ, ລັດຖະບານຊຸດກ່ອນໄດ້ສ້າງຄວາມຫຍຸ້ງ
ຍາກໃຫ້ແກ່ພວກເຮົາຫຼາຍ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Your browser doesn’t support HTML5

Trump Pennsylvania