ປ. ທຣໍາ ແລະ ທ.ໄບເດັນ ໃຫ້ຄຳໝັ້ນສັນຍາວ່າ ຈະມີຢາວັກຊິນ ເພື່ອສັກໃຫ້ ປະຊາຊົນອາເມຣິກັນ ຢ່າງວ່ອງໄວ

ເຈົ້າເມືອງນະຄອນນິວຢອກ ທ່ານ Bill de Blasio ກ່າວຢູ່ກອງປະຊຸມນັກຂ່າວ ກ່ຽວກັບການສັກຢາວັກຊິນປ້ອງກັນໂຄວິດ-19.

ປະທານາທິບໍດີສະຫະລັດ, ທ່ານ ດໍໂນລ ທຣໍາ ແລະ ຜູ້ທີ່ຄາດວ່າ ຈະເປັນປະທານາທິບໍ
ດີທີ່ຖືກເລືອກໃໝ່, ທ່ານ ໂຈ ໄບເດັນ, ເຊິ່ງຢູ່ຫ່າງກັນ 160 ກິໂລ ແມັດ ແລະມີຄວາມ
ແຕກຕ່າງກັນທາງດ້ານການເມືອງທີ່ໄກກັນກວ່ານັ້ນ, ໄດ້ ພາກັນຈັດພິທີຂຶ້ນພ້ອມໆກັນ
ໃນວັນອັງຄານວານນີ້ ທີ່ສຸມໃສ່ການຕໍ່ສູ້ກັບການແຜ່ລະບາດຂອງໄວຣັສໂຄໂຣນາ.

ທ່ານ ທຣໍາ, ຢູ່ຫ້ອງປະຊຸມຂອງທໍານຽບຂາວ ໄດ້ເຊັນດໍາລັດເພື່ອຮັບປະກັນວ່າຊາວ
ອາເມຣິກາໄດ້ຮັບການເຂົ້າເຖິງການສັກຢາວັກຊີນປ້ອງກັນໄວຣັສໂຄໂຣນາ “ເປັນບູລິ
ມະສິດສູງທີນຶ່ງ” ເຖິງແມ່ນວ່າ ມັນຍັງບໍ່ເປັນທີ່ຈະແຈ້ງວ່າ ຈະມີຜົນບັງຄັບໃຫ້ປະຕິບັດ
ໄດ້ແນວໃດ.

"ພາຍໃຕ້ດໍາລັດດັ່ງກ່າວ, ລັດຖະມົນຕີກະຊວງສາທາລະນະສຸກແລະບໍລິການປະຊາຊົນ
ຖືກສັ່ງໃຫ້ສະໜອງການເຂົ້າເຖິງສັກຢາວັກຊິນປ້ອງກັນພະຍາດໂຄວິດ-19 ແກ່ຊາວ
ອາເມຣິກັນ",
ອີງຕາມທຳນຽບຂາວ ທີ່ບໍ່ໄດ້ໃຫ້ລາຍລະອຽດເພີ້ມຕື່ມແຕ່ຢ່າງໃດ.

ກ່ອນທີ່ຈະເຊັນເອກະສານດັ່ງກ່າວທ່ານປະທານາທິບໍດີໄດ້ໂອ້ລົມກັບສະມາຊິກຂອງທີມ
ງານແຈກຢາຍວັກຊິນປ້ອງກັນພະຍາດທີ່ມີຄວາມໄວຂອງລັດຖະບານກາງ ແລະຄະນະ
ສະເພາະກິດດ້ານໄວຣັສໂຄໂຣນາຂອງທ່ານ ກ່ຽວກັບ ແຜນການ ສຳ ລັບສັກຢາປ້ອງກັນ
ພະຍາດໃຫ້ມວນຊົນ.

ທ່ານ ທຣໍາ ກ່າວວ່າ“ ໃນໄລຍະສອງສາມເດືອນຂ້າງໜ້ານີ້ ຈຳນວນຂອງຜູ້ທີ່ຕິດໄວຣັສ
ນີ້ “ຄວນຈະຫລຸດລົງປານຈະຫລວດຕົກ.” ທ່ານກ່າວອີກວ່າ “ນີ້ແມ່ນສິ່ງມະຫັດສະຈັນອັນ
ນຶ່ງທີ່ວິເສດສຸດຂອງຢາໃນຍຸກສະໄໝໃໝ່.”

ສ່ວນຢູ່ໂຮງລະຄອນແຫ່ງນຶ່ງໃນເມືອງວິລມີງຕັນ, ລັດເດລາແວນັ້ນ, ທ່ານໄບເດັນ ແມ່ນ
ມີຄວາມຫວັງໃນແງ່ດີທີ່ໜ້ອຍກວ່າ ໃນເວລາທີ່ຕົວເລກກໍລະນີຄົນເປັນ ພະຍາດ ໂຄວິດ-
19 ແລະການເຂົ້າໂຮງໝໍຂອງຄົນເພີ່ມສູງຂຶ້ນຢ່າງໄວວາເຖິງ ຂັ້ນທໍາລາຍສະຖິຕິໃນ
ສະຫະລັດ.

“ໃນຖານະເປັນປະເທດນຶ່ງ, ພວກເຮົາໄດ້ດຳລົງຊີວິດຢູ່ກັບໂຣກລະບາດນີ້ມາດົນໂພດ
ແລ້ວ, ພວກເຮົາມີຄວາມສ່ຽງທີ່ຈະເຮັດໃຫ້ພວກເຮົາຮູ້ສຶກມຶນໄປໝົດຍ້ອນຄວາມຫຍຸ້ງ
ຍາກທີ່ມັນສ້າງໃຫ້ພວກເຮົາ”, ນັ້ນຄືຄໍາເວົ້າຂອງຜູ້ທີ່ຄາດວ່າຈະເປັນ ປະທານາທິບໍດີທີ່
ຖືກເລືອກໃໝ່ ໃນຂະນະທີ່ແນະນຳຕົວທີມງານດ້ານການແພດຂອງທ່ານ. ທ່ານກ່າວຕໍ່
ໄປວ່າ “ພວກເຮົາຢຸດເຊົາການທີ່ຮູ້ສຶກວ່າ ພວກເຮົາບໍ່ສາມາດເຮັດຫຍັງໄດ້. ພວກເຮົາ
ບໍ່ມີຄວາມໄວ້ໃຈເຊິ່ງກັນແລະກັນໄດ້, ຢຸດການຮູ້ ສຶກວ່າພວກເຮົາຕ້ອງຍອມຮັບເອົາ
ຄວາມຕາຍ, ຄວາມເຈັບປວດແລະຄວາມໂສກເສົ້ານັ້ນ.”

ທ່ານ ໄບເດັນ ທີ່ໄດ້ໃຫ້ສັນຍາວ່າ ຈະມີຢາວັກຊີນ 100 ລ້ານອັນໄວ້ສັກໃຫ້ຄົນພາຍໃນ
100 ວັນທຳອິດທີ່ຄະນະລັດຖະບານຂອງທ່ານເລີ້ມເຮັດວຽກນັ້ນ ໄດ້ກ່າວວ່າມັນຈະບໍ່
ພຽງພໍໃນການກຳຈັດເຊື້ອໄວຣັສດັ່ງກ່າວ ແຕ່ວ່າ "ພວກເຮົາສາມາດປ່ຽນການລະບາດ
ຂອງພະຍາດນີ້ໄດ້."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ