ການໄປຢ້ຽມຢາມ ເຂດປອດທະຫານ ຢູ່ເກົາຫຼີ ຍັງຢູ່ໃນການພິຈາລະນາ ຂອງ ປ. ທຣຳ

ປະທານາທິບໍດີ ດໍໂນລ ທຣຳ ມີປະຕິກິລິຍາຕອບໂຕ້ ໃນຂະນະທີ່ ທ່ານຍ່າງຜ່ານສະໜາມຫຍ້າ South Lawn ທີ່ທຳນຽບຂາວ ໃນວໍຊີງຕັນ ເພື່ອຂຶ້ນເຮລິຄອບເຕີ Marine One ເພື່ອໄປຍັງ ກອງທັບອາກາດ Andrews, Maryland, 4 ພຶດສະພາ 2017.

ປະທານາທິບໍດີ​ສະຫະລັດ ທ່ານດໍ​ໂນລ ທຣຳ ​ໄດ້ກ່າວ ​ໃນ​ວັນ​ຈັນ​ວານ​ນີ້ວ່າ ທ່ານ​ກຳລັງ
ພິຈາລະນາ ​ເພື່ອ​ໄປ​ຢ້ຽມຢາມ​ເຂດ​ປອດ​ທະຫານຫຼື DMZ ໃນ​ເກົາ​ຫຼີ ​ໃນ​ລະຫວ່າງ
ແຜນການ ​ເດີນທາງໄປຢ້ຽມຢາມ 5 ປະ​ເທດ​ເ​ອ​ເຊຍ ​ໃນ​ເດືອນ​ໜ້າ​ນີ້.

ທ່ານ​ທຣຳ ​ໄດ້​ບອກ​ກັບ​ພວກ​ນັກ​ຂ່າວ ໃນວັນຈັນວານນີ້​ວ່າ “ພວກ​ເຮົາ ຈະພິຈາລະນາ
​ເບິ່ງ”
ການໄປຢ້ຽມຢາມເຂດທີ່ມີອາວຸດຢ່າງໜາແໜ້ນ DMZ. ທ່ານ​ບໍ່​ໄດ້​ຕອບ​ຄຳ​ຖາມ​
ໂດຍກົງທີ່​ວ່າ ການ​ຢ້ຽມຢາມ​ຄັ້ງ​ນີ້ ແມ່ນຄ້າຍ​ຄືກັນ​ກັບທີ່​ຮອງ​ປະທານາທິບໍດີ Mike
Pence ​ໄດ້ໄປເມື່ອເດືອນ​ເມສາ​ຜ່ານ​ມາ​ນີ້ ທີ່​ເກົາຫຼີ​ເໜືອ​ເຫັນ​ວ່າ ​ເປັນ​ການ​ທ້າ​ທາຍ
​ຕໍ່​ຕົນນັ້ນ.

ສື່ມວນຊົນ​ຂອງ​ເກົາຫຼີ​ໃຕ້ ​ໄດ້​ຄາດ​ຄະ​ແນ​ວ່າ ທ່ານ​ທຣຳ ອາດ​ຈະ​ໄປ​ຍັງເຂດປອດ
ທະຫານ ຊຶ່ງ​ເປັນ​ເຂດ​ທີ່​ນ້ອຍໆ ທີ່​ແບ່ງ​ແຍກ ເກົາຫຼີ​ໃຕ້ ​ແລະ​ເກົາຫຼີ​ເໜືອອອກຈາກກັນ
ນັ້ນ ທີ່​ເຮັດ​ໃຫ້​ສາມາດແນມເຫັນປະເທດທີ່ໂດດດ່ຽວ​ດັ່ງກ່າວ.

“ທຸກໆ​ປະທານາທິບໍດີ​ສະຫະລັດ ​ໄດ້​ໄປ​ຢ້ຽມຢາມ​ເຂດ DMZ ​ແລະ​ປະທານາທິ
ບ​ດໍ​ທຣຳກໍ​ຄວນ​ຈະ​ກະທຳ​ເຊັ່ນ​ກັນ,”
ນັ້ນແມ່ນຄຳເວົ້າຂອງ​ທ່ານ Christopher Hill
ອະ​ດີດເອກອັກຄະ​ລັດຖະທູ​ດສະຫະລັດປະ​ຈຳ​ເກົາຫຼີ​ໃຕ້​ແລະ​ລັດຖະມົນຕີ​ຊ່ອຍ​ວ່າ
ການກະຊວງ​ຕ່າງປະ​ເທດສະຫະລັດ.

ຂະນະ​ນີ້ ທ່ານ Hill ​ເປັນ​ຄະນະບໍດີ​ ​ທີ່ສະ​ຖາ​ບັນ​ການ​ສຶກສາ​ນາໆ​ຊາດ​ Korbel
ທີ່​ມະຫາວິທະຍາ​ໄລ Denver ​ໄດ້​ບອກ​ກັບ VOA ວ່າ ​ເຖິງ​ຢ່າງ​ນັ້ນກໍ​ຕາມ “​ເວລາ
ກໍ​ແມ່ນ​ສິ່ງ​ນຶ່ງ ​ທີ່​ສຳຄັນ ​ໃນ​ການ​ຊັ່ງຊາ​ເບິ່ງ​ຄືກັນ.”

ທ່ານ Ned Price ອະດີດຜູ້ອຳນວຍການ​ອາວຸ​ໂສ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ
​ແລະ​ເປັນ​ຜູ້​ຊ່ອຍ​ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ ເຫັນພ້ອມ​ນຳ​ແລະ​ກ່າວ​ເພີ່ມຕື່ມ​ວ່າ
“​ເກົາຫຼີ​ເໜືອ ອາດຈະ​ຕີຄວາມໝາຍຂອງການ​ຢ້ຽມຢາມ​ໃດ​ໆນັ້ນ ວ່າ​ເປັນ​ການ​
ເກາະ​ຜິດ ​ແລະ​ທ້າ​ທາຍ.”

ທ່ານ Price ​ໄດ້ບອກ​ກັບ VOA ວ່າ ການ​ທີ່​ປະທານາທິບໍດີ​ເວົ້າ ​ແລະ​ກະທຳ​ໃນ​ຂະນະ​ທີ່​ຢ້ຽມຢາມເຂດ DMZ ນັ້ນ “ຈະ​ເປັນ​ສິ່ງ​ທີ່​ເກົາຫຼີ​ເໜືອ​ຈະທຳ​ການ​ຕອບ​ໂຕ້. ການ​ທີ່​ປາກ
​ເວົ້າ​ເປັນ​ພາສາ​ທີ່ດຸ​ດັນ ດັ່ງ​ທີ່​ພວກ​ເຮົາ ​ໄດ້​ເຫັນ​ໃນຮອບ​ຫຼາຍສັບປະດາຜ່ານ​ມາ​ນີ້ --
ຈະ​ເປັນ​ສິ່ງ​ທີ່ຕັດສິນ ໃນ​ການຫລຸດຜ່ອນຄວາມ​ເຄັ່ງ​ຕຶງ​ທາງ​ການ​ທູດຫຼຸດ​ລົງ.”

ພວກຜູ້ຄົນ ກຳລັງເບິ່ງ ການທົດລອງຍິງລຸກສອນໄຟຂີປະນາວຸດ Hwasong-14. ທີ່ສະຖານີລົດໄຟ ໃນ Seoul, ເກົາຫຼີໃຕ້, 4 ກໍລະກົດ 2017.

ທ່ານທຣຳ ໃນລະຫວ່າງການ​ຢ້ຽມຢາມ 5 ປະ​ເທດ​ເ​ອ​ເຊຍ ​ໃນ​ເດືອນ​ໜ້າ​ນີ້ ກຳລັງຊອກ
ຫາຊ່ອງທາງ ທີ່​ຈະ​ກົດ​ດັນເພີ້ມຂຶ້ນຕໍ່​ການ​ພັດທະນາ​ໂຄງການ​ອາວຸດ​ນິວ​ເຄລຍຂອງ
​ເກົາຫຼີ​ເໜືອ ​ແຕ່ຍັງຈະ​ຊຸກຍູ້ຜົນ​ປະ​ໂຫຍ​ດທາງດ້ານເສດຖະກິດຂອງ​ສະຫະລັດ
ຕໍ່​ຂົງ​ເຂດນຳ.

ທ່ານ​ທຣຳ ​ໄດ້​ຊອກຫາການ​ສະໜັບສະໜຸນຂອງ​ນາໆ​ຊາດ ທີ່​ອົງການ​ສະຫະ​ປະຊາ​ຊາດ ​ໃນການລົງ​ໂທດ​ທາງ​ດ້ານ​ເສດຖະກິດ​ຕໍ່​ເກົາຫຼີ​ເໜືອ ທີ່​ມີ​ຈຸດປະສົງ​ແນໃສ່ບໍ່ໃຫ້​ພຽງ​ຢາງ
ໄດ້ຮັບເງິນ​ໃນການສົ່ງອອກສິນຄ້າ ​ເພື່ອໃຊ້​ເປັນທຶນ​ສຳລັບໂຄງການ​ອາວຸດ​ນິວ​ເຄລຍ. ​
ແຕ່​ຜູ້ນຳ​ເກົາຫຼີເໜືອ Kim Jong Un ຍັງ​ສືບ​ຕໍ່ທົດ​ລອງອາວຸດ​ນິວ​ເຄລຍ ​ແລະລູກສອນ
ໄຟ​ຂີ​ປະ​ນາ​ວຸດ ຊຶ່ງ​ແນ່ນອນ ​ເລື່ອງ​ນີ້​ຈະ​ເປັນ​ຈຸດ​ເພັ່ງ​ເລັງ ​ຂອງ​ການ​ໂອ​ລົມ​ສົນທະນາ
​ຂອງທ່ານ​ທຣຳ ກັບນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe, ປະທານາທິບໍດີ​ເກົາຫຼີ​ໃຕ້ ທ່ານ Moon Jae-in ​ແລະ​ປະທານ​ປະ​ເທດ​ຈີນ ທ່ານ Xi Jinping.

ນາ​ພົນ​ເບ້ຍ​ບຳນານ Jack Keane ອະດີດ​ຮອງຜູ້ບັນຊາການກອງທັບ​ບົກສະຫະລັດ ທີ່​ໃກ້ຊິດ​ກັບ​ລັດຖະບານ​ຂອງ​ທ່ານ​ທຣຳ ​ໄດ້​ບອກ​ກັບ VOA ຜະ​ແນ​ກພາສາ​ເກົາຫຼີ​ວ່າ ຖ້າ​ຫາກ​ວ່າ​ພຽງ​ຢາງ ມີ​ເປົ້າໝາຍ​ທີ່​ຈະ​ຍິງ​ລູກ​ສອນ​ໄຟນິ​ວເຄລຍແລະ​ລູກສອນໄຟຂ້າມທະວີບໃສ່​ສະຫະລັດ ​ແລະ​ດິນແດນໃນມະຫາສະໝຸດ​ປາຊິ​ຟິກຊຶ່ງ​ຮວມທັງເກາະ Guam ແມ່ນເບິ່ງ​ຄື​ວ່າ ຈະບໍ່​ແມ່ນຄວາມ​ຈິງທີ່​ວ່າວໍຊີງ​ຕັນ ທີ່​ຈະ​ເລີ່​ມລົງມືກ່ອນ ຕໍ່​ປະ​ເທດ​ໂດດດ່ຽວ​ແຫ່ງ​ນີ້.

ທ່ານ Keane ​ໄດ້​ກ່າວ​ວ່າ ປະທານາທິບໍດີ ທຣຳ ຈະ​ຖື​ວ່າ ນັ້ນ​ແມ່ນ “ການ​ເຮັດ​ສົງຄາມ”
ໂດຍ​ເກົາຫຼີ​ເໜືອ. “ພວກ​ເຮົາ​ສາມາດ​ທີ່​ຈະ​ເວົ້າ​ໄດ້​ວ່າ ການເຮັດ​ສົງຄາມ​ໃນ​ແຫຼມ​
ເກົາຫຼີ​ນັ້ນບໍ່​ແມ່ນ​ເລື່ອງຈິງ.
” ​ແລະ​ທ່ານ​ຍັງ​ໄດ້​ກ່າວເພີ່ມ​ຕື່ມ​ວ່າ “ຖ້າ​ຫາກ​ວ່າ Kim
Jong Un ຈະ​ເອົາ​ເລື່ອງ​ນີ້​ຂຶ້ນ​ມາ ​ເຖິງ​ຈຸດນັ້ນ ນັ້ນ​ລະ​ແມ່ນ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ.”

ທຳນຽບຂາວ ​ໄດ້​ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ການ​ຢ້ຽມຢາມ​ຂອງ​ທ່ານ​ທຣຳ ​ໃນ​ວັນ​ທີ 3 ຫາ
14 ​ເດືອນ​ພະຈິກ ​ແມ່ນ​ຈະ​ຮວມທັງ ການ​ຢຸດ​ແ​ວ່ ທີ່​ຍີ່ປຸ່ນ, ​ເກົາຫຼີໃຕ້, ຈີນ ຫວຽດນາມ ​
ແລະ​ຟິລິບ​ປີນ.​ ປະທານາທິບໍດີ ​ແມ່ນ​ມີ​ໝາຍ​ກຳໜົດ​ທີ່​ຈະ​ໂອ້​ລົມ​ກັບ ປະມຸກ​ຂອງ​ແຕ່ລະ
​ປະ​ເທດ ​ໃນ​ການ​ຢຸດ​ແ​ວ່. ປະທານາທິບໍດີ ຍັງ​ຈະ​ພົບ​ປະ​ກັບ​ອົງ​ຈັກກະພັດ​ Akihito
ຂອງ​ຍີ່ປຸ່ນ ​ໃນ​ວັນ​ທີ 6 ​ພະຈິກນຳ ​ພ້ອມ​ທັງ​ການ​ຕີ​ກ໊ອຟກັບນາຍົກລັດຖະມົນຕີ Shinzo
Abe ດ້ວຍ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ຮອງປະທານາທິບໍດີ Mike Pence, ຊ້າຍ, ຮອງນາຍົກລັດຖະມົນຕີຍີ່ປຸ່ນ ແລະລັດຖະມົນຕີກະຊວງການເງິນ ທ່ານ Taro Aso ຖ່າຍຮູບຮ່ວມກັນ ຫຼັງຈາກເສັດສິ້ນກອງປະຊຸມຖະແຫຼງຂ່າວ ທີ່ທຳນຽບນາຍົກລັດຖະມົນຕີ ທີ່ ໂຕກຽວ, 18 ເມສາ, 2017