ປ. ທ​ຣຳ ແຕ່ງ​ຕັ້ງ ທ. ​ມີ​ໂດສ໌ ໃຫ້ເປັນ ຫົວໜ້າ ທີ່ປຶກສາຄົນ​ໃໝ່ ຂອງທຳນຽບຂາວ

ສະ​ມາ​ຊິກ​ສະ​ພາ​ຕ່ຳ, ທ່ານ​ມາກ ມີ​ໂດສ໌, ຈາກ​ລັດ​ຄາ​ໂຣ​ໄລ​ນາ​ເໜືອ ຖືກ​ແຕ່ງ​ຕັ້ງ​ເປັນ​ຫົວ​ໜ້າທີ່ປຶ​ກສາຄົນ​ໃໝ່​ຂອງ​ທຳນຽບຂາ​ວ

ທ້າມ​ກາງການພະ​ຍາ​ຍາ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງໄວ​ຣັ​ສ​ໂຄ​ໂຣ​ນາ​ຂອງ​ປະ​ເທດ ແລ​ະ​ການກະ​ກຽມ​ການ​ເລີ້ມ​ໂຄ​ສະ​ນາ​ຫາ​ສຽງໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ທ່ານຢູ່ນັ້ນ ປະ​ທ​າ​ນາ​ທິບໍດີ​ສະ​ຫະ​ລັດ, ທ່ານ​ດໍ​ໂນ​ລ ທ​ຣຳ ໄດ້​ປະ​ກາດ​ການ​ປ່ຽນ​ແປງ​ພະ​ນັກ​ງານ​ທີ່​ສຳ​ຄັນ​ຢູ່​ໃນ​ທຳ​ນຽບ​ຂາວ.

ສະ​ມາ​ຊິກ​ສະ​ພາ​ຕ່ຳ, ທ່ານ​ມາກ ມີ​ໂດສ໌, ຈາກ​ລັດ​ຄາ​ໂຣ​ໄລ​ນາ​ເໜືອ ໄດ້​ເປັນ​ຫົວ​ໜ້າທີ່ປຶ​ກສາ​ຂອງ​ທຳນຽບຂາ​ວ ແທນ​ທ່ານມ​າກ ມາວລ໌​ວາ​ນີ, ​ທີ່​ໄດ້​ເປັນ​ຫົວ​ໜ້າທີ່​ປຶ​ກສາ​ຂອງ​ທຳນຽບຂາ​ວຊົ່ວ​ຄາວໄດ້​ນານກວ່າ​ນຶ່ງ​ປີ​ທີ່​ຜ່ານມ​າ.

ປະ​ທາ​ນາ​ທິ​ບໍ​ດີທີ່​ປະ​ກາດການ​ປ່ຽນ​ແປງ​ດັ່ງ​ກ່າວໄດ້​ສົ່ງ​ຂໍ້​ຄວາມຜ່ານ​ທາງ​ທວິດ​ເຕີ​ໃນ​ວັນ​ສຸກວານ​ນີ້​ວ່າ ທ່ານ​ມາວ​ລ໌ວາ​ນີ ຈະ​ເປັນ​ທູດ​ພິ​ເສດຂອງ​ສະ​ຫະ​ລັດ​ປະ​ຈຳ​ໄອ​ຣ໌ແລນ​ເໜືອ.

ທ່ານ​ມີ​ໂດສ໌, ທີ່​ເປັນສະ​ມາ​ຊິກ​ສະ​ພາ​ຕ່ຳ​ມາ​ໄດ້ສີ່​ສະ​ໄໝແລ້ວນັ້ນ ​ເປັນ​ຜູ້​ຈົງ​ຮັກ​ພັກ​ດີທີ່​ປົກ​ປ້ອງ​ປະ​ທ​າ​ນາ​ທິ​ບໍ​ດີ ແລະ​ໄດ້​ເປັນ​ຜູ້​ສະ​ໜັບ​ສະ​ໜູນ​ທີ່​ແຂງ​ແກ່ນຂອງທ່ານ​ທ​ຣຳ ໃນ​ໄລ​ຍະ​ທີ່​ມີ​ການ​ດຳ​ເນີນ​ຟ້ອງ​ຮ້ອງປະ​ທາ​ນາ​ທິ​ບໍ​ດີນັ້ນ.

ປະ​ທາ​ນາ​ທິ​ບໍ​ດີ​ໄດ້​ສົ່ງ​ຂໍ້​ຄວາມຜ່ານ​ທາງ​ທວິດ​ເຕີ​ວ່າ “ຂ້າ​ພະ​ເຈົ້າ​ໄດ້​ຮູ້ຈັກ ແລະ​ໄດ້​ເຮັດ​ວຽກ​ກັບ​ທ່ານ​ມາກ​ມາ​ເປັນ​ເວ​ລາ​ນານແລ້ວ ແລະ​ຄວາມ​ສຳ​ພັນກັບ​ທ່ານ​ແມ່ນດີຫລາຍ.”

ທ່ານ​ມີ​ໂດສ໌ ໄດ້​ປະ​ກາດ​ໃ​ນ​ຕອນ​ຕົ້ນ​ປີ​ນີ້​ວ່າ ທ່ານ​ຈະ​ລາອອກ​ຈາກການ​ເຮັດ​ວຽກ​ໃນ​ລັດ​ຖະ​ສະ​ພາ​ໄປໃນ​ເມື່ອສຸດ​ສະ​ໄໝ​ຂອງ​ທ່ານລົງ. ທ່ານ​ຈະ​ເປັນ​ຫົວ​ໜ້າທີ່​ປຶ​ກສາ​ຂອງ​ທຳນຽບຂາ​ວຄົນ​ທີ່​ສີ່ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ​ໃນເວ​ລາ​ທີ່​ດົນ​ກວ່າ​ສາມ​ປີໜ້ອຍ​ນຶ່ງ.

ທ່ານ​ມາ​ວ​ລ໌​ວາ​ນີ, ຫົວ​ໜ້າທີ່​ປຶ​ກສາ​ຂອງ​ທຳນຽບຂາ​ວ ທີ່​ກຳ​ລັງອອກຈາກ​ຕຳ​ແໜ່ງ​ໄປ, ເປັນອະ​ດີດ​ສະ​ມາ​ຊິກ​ສະ​ພາ​ຕ່ຳ​ຈາກ​ລັດ​ຄາ​ໂຣ​ໄລ​ນາ​ໃຕ້ ອາດ​ເປັນ​ທີ່ຈື່ກັນ​ໄດ້​ດີ​ທີ່​ສຸດວ່າ​ເປັນ​ຄົນທີ່​ເວົ້າຢູ່ກອງ​ປະ​ຊຸ​ມ​ນັກ​ຂ່າວທີ່​ເວົ້າ​ວ່າ ນະ​ໂຍ​ບາຍ​ຕ່າງ​ປະ​ເທດ​ທີ່ມີ​ການ​ແລກ​ປ່ຽນ​ເພື່ອ​ເປັນ​ການ​ຊ່ວຍ​ເຫລືອກັນ​ທີ່​ເປັນເລື້ອງ​ທຳ​ມະ​ດາ.

ແຕ່​ວ່າຖ້ອຍ​ຄຳ​ດັ່ງ​ກ່າວ ແມ່ນ​ໄດ້​ຂັດກັນ​ໂດຍ​ກົງ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ຜູ້​ທີ່​ຢືນ​ຢັນຢູ່​ຕະ​ຫລອດ​ວ່າ ທ່ານ​ບໍ່​ເຄີຍ​ໄດ້ມີ​ການ​ພົວ​ພັນກັບ​ການ​ແລກ​ປ່ຽນການຊ່ວຍ​ເຫລືອກັນ​ໃດໆ​ກັບ​ຢູ​ເຄ​ຣນນັ້ນ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ