ຄຳເວົ້າ ທ່ານ Trump ທີ່ວ່າ ບໍ່ໃຫ້ຊາວມຸສລິມ ເຂົ້າປະເທດ ກໍ່ໃຫ້ເກີດ ການຕິຕຽນຢ່າງໃຫຍ່

ຜູ້ສະມັກ ປະທານາທິບໍດີ ທີ່ເປັນນັກທຸລະກິດ ທ່ານ Donald Trump ຖືປ້າຍໂຄສະນາຂອງທ່ານ ຫລັງຈາກການ ເຕົ້າໂຮມ ຊຸມໜຸ່ມ ທີ່ກົງກັບວັນ Pearl Harbor.

ນັບ​ແຕ່ທຳນຽບຂາວ ​ໄປ​ຫາທຳນຽບຫ້າ​ແຈ ຕະຫລອດທັງບັນດາ
​ຜູ້ນຳ​ຂອງໂລກ ​ແລະ​ບັນດາ​ກຸ່ມ​ຜູ້ຕາງໜ້າ​ທີ່​ເປັນປາກ​ກະບອກ
​ສຽງໃຫ້ແກ່​ຊາວມຸສລິ​ມ ​ຕ່າງ​ກໍ​ໄດ້ ພາ​ກັນ​ຕຳ​ໜິ​ຕິ​ຕຽນ ມະຫາ​
ເສດ​ຖີພັນ​ລ້ານ ທ່ານ Donald Trump ຫລັງ​ຈາກ​ຜູ້​ມີ​ຄະ​ແນນ​
ສຽງນຳ​ໜ້າ​ໃນ​ການສະມັກ​ເປັນປະທານາທິບໍດີ ​ໄດ້ຮຽກ​ຮ້ອງ
​ໃຫ້​ “ຍຸຕິລົງທັງ​ໝົດ​ ແລະ​ຢ່າງ​ສິ້ນ​ເຊີງ” ​ໃນ​ການ​ຮັບ​ເອົາ​ຊາວ​
ມຸສລິ​ມ ​ເຂົ້າມາໃນສະຫະ ລັດ.

​ໂຄສົກທຳນຽບຂາວ ທ່ານ Josh Earnest ​ໃນ​ວັນ​ອັງຄານ​ວານ​
ນີ້ ຮ້ອງ​ຄໍາເວົ້າ ​ຂອງທ່ານ Trump ວ່າ “​ເປັນ​ການ​ດູ​ໝິ່ນ ​ແລະ​
ເປັນ​ພິດ​ໄພ” ​ໂດຍ​ກ່າວ​ວ່າ​ ແຜນ ​ຂອງ​ທ່ານ “​ເຮັດ​ໃຫ້​ທ່ານ​ບໍ່​ສົມ
ຄວນ​ທີ່​ຈະຮັບ​ໃຊ້ເປັນ​ປະທານາທິບໍດີ”
​ເພາະວ່າ ທ່ານ​ຈະ​ລະເມີດ​ລັດຖະທຳ​ມະນູ​ນສະຫະລັດ ​ຖ້າ​ຫາກ​ທ່ານ​ຈັດຕັ້ງປະຕິບັດ ​ແລະ​ຖ້າ​ຫາກ​ທ່ານ​ຊະນະ​ການແຂ່ງຂັນເລືອກ​ຕັ້ງ​ ​ເປັນປະທາ​ນາ​ມິ​ບໍດີ ຂອງ​ປະ​ເທດ​ໃນ​ປີ 2016.

Your browser doesn’t support HTML5

Trump’s Ban Proposal Draws Condemnation, Fear From US Muslims

ຢູ່​ທີ່​ທຳນຽບຫ້າ​ແຈ ​ໂຄສົກ ທ່ານ Peter Cook ​ໄດ້​ກ່າວ​ເນັ້ນ​ເຖິງ​ການ​ເປັນ​ພາຄີທາງດ້ານ ທະຫານ ກັບ​ບັນດາ​ປະ​ເທດ​ມຸສລິ​ມ ພ້ອມ​ດ້ວຍ​ກຳລັງ​ທະຫານທີ່​ເປັນ​ມຸສລິ​ມຂອງ​ຕົນ ​ແລະ​ໄດ້​ໃຫ້​ຂໍ້​ສັງ​ເກດເຖິງຄວາ​ມສະ​ລັບ​ຊັບ​ຊ້ອນ​ດ້ານ​ຄວາມ​ໝັ້ນ ຄົງ ບໍ່​ວ່າ​ສິ່ງ​ໃດ​ກໍຕາມ ​ທີ່​ສະໜັບສະໜູນ​ຕໍ່ການ​ອ້າງ​ເອົາ​ຂອງກຸ່ມ​ລັດ​ອິສລາມ ທີ່ ວ່າສະຫະລັດກຳລັງ​ເຮັດ​ສົງຄາມກັບ​ອິສລາມນັ້ນ.

ທ່ານ​ກ່າວ​ໂດຍ ເອີ້ນຊື່​ຫຍໍ້​ຂອງ​ກຸ່ມ​ລັດ​ອິສລາມ ​ໂດ​ຍ​ເວົ້າວ່າ “ທຸ​ກສິ່ງ​ທຸກ​ຢ່າງ​ທີ່​ສະໜັບ
ສະໜູນ​ເລື້ອງລາວ ​ຂອງກຸ່ມ ISL ​ແລະ​ປະນາມສະຫະລັດ ຕໍ່ຕ້ານ​ໃນ ຄວາມ​ເຊື່ອ​ຖື​ຂອງ
ຊາວມຸສລິ​ມ ມັນ​ບໍ່​ເປັນ​ພຽງ​ແ​ຕ່ກົງກັນຂ້າມ​ຕໍ່ຫຼັກຄຸນ​ຄ່າ​ຂອງ ພວກ​ເຮົາ ​ແຕ່​ຍັງກົງກັນຂ້າມ
ກັບ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດຂອງພວກ​ເຮົາ​ດ້ວຍ”

ສະມາຊິກສະພາສູງ ທ່ານ Lindsey Graham.

ປະທານ ​ສະພາ ທ່ານ Paul Ryan ກ່າ​ວວ່າ ການສະ​ເໜີ​ຂອງ
ທ່ານ Trump ທີ່ຈະ​ຫ້າມ​ຊາວ​ມຸສລິ​ມ ຈົນ​ກວ່າບັນດາ​ຜູ້ນຳ​ສະ
ຫະລັດ ສາມາດ “ຄິດ​ອອກໄດ້ວ່າມີ​ຫຍັງ​ເກີດຂື້ນ” ກ່ຽວ​ກັບການ
ໂຈມ​ຕີ​ກໍ່​ການ​ຮ້າຍຄັ້ງ​ໃໝ່​ທີ່​ອາດ​ເກີດ​ຂຶ້ນ ບໍ່​ແມ່ນ​ສິ່ງ​ທີ່ພັກ​ຣີພັບ​
ບລິກກັນ ຫລືປະ​ເທດ ຕາງໜ້າ​ໃຫ້.

ທ່ານ Ryan ກ່າວ​ໃນ​ວັນ​ອັງຄານ​ວານ​ນີ້​ວ່າ “​ເສລີ​ພາບ​ດ້ານ​ສາ
ສະໜາ​ເປັນ ພື້ນຖານ​ຫລັກຂອງ​ລັດຖະທຳ​ມະນູນ. ​ມັນ​ເປັນພື້ນ
ຖານ​ໃນການ​ກໍ່​ຕັ້ງປະ​ເທດນີ້.”

ຢູ່ ​ອີກ​ຟາກ​ນຶ່ງ​ຂອງ​ມະຫາ​ສະມຸດ Atlantic ນາຍົກລັດຖະມົນຕີອັງກິດ ທ່ານ David Came-
ron ຮ້ອງ​ແຜນ​ຂອງທ່ານ Trump ວ່າ “ສ້າງ​ຄວາມ​ແຕກ​ແຍກ ຊ່ວຍ​ຫັຍ​ງບໍ່​ໄດ້ ​ແລະ​ຜິດ
ພາດ​ທີ່​ສຸດ” ​ໃນ​ຂະນະ​ທີ່ ລັດຖະມົນຕີ ຕ່າງປະ​ເທດ ທ່ານ John Kerry ​ໄດ້​ກ່າວຕໍ່​ບັນດາ​ນັກ​ຂ່າວ​ທີ່ ນະຄອນ​ປາຣີ ວ່າ ຄຳ​ກ່າວ​ຂອງ​ທ່ານ Trymp “ບໍ່​ເປັນ​ທີ່​ສ້າ​ງສັນ.”

ຜູ້ສະມັກ ປະທານາທິບໍດີ ພັກຣີພັບບລິກັນ ທ່ານ Donald Trump