ປ. ທຣຳ ຖອນ ສະຫະລັດ ອອກຈາກ ຂໍ້ຕົກລົງ ດິນຟ້າອາກາດ ປາຣີ

ປະທານາທິບໍດີ ດໍໂນລ ທຣຳ ກ່າວຄຳປາໄສ ກ່ຽວກັບບົດບາດ ຂອງສະຫະລັດ ພາຍໃຕ້ຂໍ້ຕົກລົງ ດິນຟ້າອາກາດປາຣີ ທີ່ສວນດອກກຸຫລາບ ທຳນຽບຂາວ. (1 ມິຖຸນາ 2017)

ສະຫະລັດ​ຈະ​ຖອນ​ໂຕ​ອອກ​ຈາກ​ຂໍ້​ຕົກລົງ​ປາຣີວ່າ​ດ້ວຍ​ການ​ປ່​ຽນ​ແປງຂອງດິນ​ຟ້າ​ອາ
ກາດ​ ນັ້ນຄື​ຄຳ​ປະກາດ​ຂອງ​ປະທານາທິບໍດີດໍ​ໂນ​ລ ທຣຳ ​ໃນ​ວັນ​ພະຫັດ​ວານນີ້​ເພື່ອ​ປະ
ຕິບັດ​ຕາມ​ຄຳ​ໝັ້ນ​ສັນຍາ​ໃນ​ລະຫວ່າງ​ການ​ໂຄສະນາ​ຫາ​ສຽງ ​ແຕ່​ເຮັດ​ໃຫ້ການ​ດຳ​ເນີນ​
ຄວາມ​ພະຍາຍາມ​ຂອງ​ໂລກ ​ເພື່ອ​ຮັບ​ມື​ກັບ​ຜົນ​ກະທົບ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ
​ອາກາດ ຕົກ​ຢູ່​ໃນ​ຄວາມ​ສ່ຽງ.

​ໃນ​ພິທີ ​ທີ່​ຈັດ​ຂຶ້ນຢູ່​ສວນ​ດອກ​ກຸຫຼາບ​ ຂອງ​ທຳນຽບຂາວ ​ໃນ​ວັນ​ພະຫັດ​ວານ​ນີ້ ປະທາ
ນາທິບໍດີ​ທຣຳກ່າວ​ວ່າ ຂໍ້​ຕົກລົງ​ດັ່ງກ່າວ​ບໍ່​ໄດ້​ຊ່ອຍ​ຫຍັງ​ຫລາຍໃນດ້ານສະພາບ​ແວດ​
ລ້ອມ ​ແລະ​ກໍ​ໄດ້​ລົງ​ໂທດແບບ​ບໍ່​ເປັນ​ທຳ​ຕໍ່​ສະຫະລັດ ​ໂດຍ​ບັງຄັບໃຫ້​ສະຫະລັດ ​ຢູ່​ໃນ​
ມາດຕະຖານ​ທີ່​ເຄັ່ງ​ຄັດ​ກວ່າ​ປະ​ເທດ ​ທີ່​ສ້າງ​ຄວາ​ມ​ເປື້ອນ​ເປິ​ທີ່​ສຳຄັນອື່ນໆ.

Your browser doesn’t support HTML5

Trump: I Was Elected To Represent 'Citizens of Pittsburgh, Not Paris'

ປະທານາທິບໍດີ​ທຣຳ ກ່າວ​ວ່າ “ຂໍ້​ຕົກລົງ​ດິນ​ຟ້າ​ອາກາດ​ປາຣີ ​ແມ່ນ​ເປັນ​ພຽງຕົວຢ່າງ
ອັນ​ຫຼ້າ​ສຸດ ທີ່​ວໍ​ຊິງ​ຕັນ​ໄດ້​ເຮັດ​ຂໍ້​ຕົກລົງແບບ​ເສຍປຽບມີ​ແຕ່​ປະ​ເທດ​ອື່ນໆ​ເທົ່າ​ນັ້ນ​ໄດ້​
ຮັບ​ຜົນປະ​ໂຫຍ​ດ.”

ການ​ເຄື່ອນ​ໄຫວ​ດັ່ງກ່າວນີ້ ​ໄດ້​ມີ​ຂຶ້ນ ທັງໆ​ທີ່​ໄດ້​ມີ​ການ​ປະ​ທ້ວງ​ແບບ​ໂກດ​ແຄ້ນ​ຈາກ
ພວກ​ຜູ້ນຳ​ອື່ນໆ​ຂອງ​ໂລກ ​ແລະ​ຜູ້​ປະກອບ​ທຸລະກິດ​ຕ່າງໆ ຊຶ່ງ​ຫຼາຍໆ​ທ່ານ ​ໄດ້ຮ້ອງ
ຂໍ​ເປັນ​ການ​ສ່ວນ​ໂຕ​ກັບ​ປະທານາທິບໍດີ​ໃນ​ໄລຍະ​ສອງ​ສາມມື້ຜ່ານ​ມານີ້​ເພື່ອ​ໃຫ້​ສະ
ຫະລັດ​ຢູ່​ໃນ​ຂໍ້​ຕົກລົງດິນ​ຟ້າ​ອາກາດ​ດັ່ງກ່າວ​ຕໍ່​ໄປ.

Your browser doesn’t support HTML5

Trump to Pull US Out of Paris Climate Accord

ແຕ່​ໃນ​ທີ່​ສຸດ ປະທານາທິບໍດີ​ທຣຳ ກໍ​ໄດ້​ປະຕິ​ເສດ​ ຕໍ່​ຂໍ້​ຕົກລົງ​ສະບັບ​ນີ້ ວ່​າ​ເປັນຄວາມ
ພະຍາຍາມ​ ຂອງພວກ​ນັກ​ວິ່ງ​ເຕັ້ນຕ່າງປະ​ເທດ ທີ່​ຢາກ​ໃຫ້​ສະຫະລັດ​ຖືກຜູກ​ມັດ​ແລະ
​ຢູ່​ໃຕ້​ພັນທະ​ເພື່ອ​ໃຫ້​ປະ​ເທດ​ຂອງ​ພວກ​ເຂົາ​ເຈົ້າສາມາດ​ໄດ້​ປຽບທາງ​ດ້ານ​ເສດຖະກິດ.

Your browser doesn’t support HTML5

Explainer: Paris Climate Accords

ປະທານາທິບໍດີ​ທຣຳ ກ່າວ​ວ່າ “ຂ້າພະ​ເຈົ້າ​ໄດ້​ຖືກ​ເລືອກ ​ໃຫ້​ຕາງໜ້າ​ປະຊາຊົນ​ເມືອງ
Pittsburg ບໍ່​ແມ່ນ​ນະຄອນ​ປາຣີ.”

ຂໍ້​ຕົກລົງ​ດັ່ງກ່າວ ຊຶ່ງ​ໄດ້​ບັນລຸ​ກັນ ​ໃນ​ປີ 2015 ​ໄດ້​ຕັ້ງ​ເປົ້າໝາຍ ເພື່ອ​ຫລຸ​ດການປ່ອຍ
​ແກັສ​ເຮືອນ​ແກ້ວ ​ແລະ​ຈຳກັດ​ການ​ຖີບ​ໂຕ​ຂຶ້ນຂອງ​ອຸນຫະພູມ. ຂໍ້​ຕົກລົງ​ນີ້ມີ 195 ປະ​
ເທດເຊັນ​ກັນ.

Your browser doesn’t support HTML5

Explainer: Carbon Dioxide and Climate Change

ທ່ານ​ທຣຳກ່າວ​ວ່າ ທ່ານ​ຈະ​ເລີ້ມການ​ເຈລະຈາ​ໃນ​ທັນທີເພື່ອ​ໃຫ້​ສະຫະລັດ​ໄດ້ກັບ​ຄືນ​
ເຂົ້າຮ່ວມ​ ຫລື​ບໍ່​ກໍ​ເຮັດ​ຂໍ້​ຕົກລົງ​ໃໝ່​ທັງ​ໝົດ ກ່ຽວ​ກັບ​ເງື່ອນ​ໄຂ​ຕ່າງໆ​ ທີ່​ເປັນທຳ​ກັບ​ສະ
ຫະລັດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ