ອະ​ດີດ ທີ່​ປຶກ​ສາ​ ດ້ານ​ໂຄ​ສະ​ນາ​ຫາ​ສຽງ ​ຂອງ ​ປະ​ທາ​ນາ​ທິ​ບໍ​ດີ ທ​ຣຳ ຖືກ​ຈັບ

ທ່ານ ໂຣ​ເຈີ ສ​ໂຕນ (Roger Stone), ອະ​ດີດທີ່​ປຶກ​ສາ​ດ້ານ​ໂຄ​ສະ​ນາ​ຫາ​ສຽງ​ ຂອງ​ປະ​ທາ​ນາ​ທິ​ບໍ​ດີ ທ​ຣຳ ຍ່າງ​ອອກ​ຈາກ​ຫ້ອງ​ການ​ສານ​​ລັດ​ຖະ​ບານ​ກາງ ຢູ່​ໃນເມືອງ ຝອດລາວ​ເດີ​ເດ​ລຂອງ​ລັດ​ຟ​ລໍ​ຣິ​ດາ​​​ ໃນ​ວັນທີ 25 ມັງ​ກອນ 2019

ທ່ານ ໂຣ​ເຈີ ສ​ໂຕນ (Roger Stone), ອະ​ດີດທີ່​ປຶກ​ສາ​ດ້ານ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໄດ້​ຖືກ​ປ່ອຍ​ຕົວ ໂດຍມີ​ການ​ວາງ​ເງິນ​ປະ​ກັນ​ໂຕ 2 ແສນ 50 ພັນໂດ​ລາ ໃນ​ວັນ​ສຸກວານນີ້ ບໍ່​ພໍ​ເທົ່າ​ໃດ​ຊົ່ວ​ໂມງພາຍ​ຫລັງ​ທີ່​ຖືກ​ຈັບໃນ​ຂໍ້​ຫາ​ວ່າ ກໍ່​ອາດ​ຊະ​ຍາ​ກຳ​ຫລາຍ​ຢ່າງທີ່ສືບ​ເນື່ອງ​ມາ​ຈາກ​ການ​ສືບ​ສວນ​ຂອງໄອ​ຍະ​ການ​ພິ​ເສດ ໃນເລື້ອງ​ການ​ແຊກແຊງ​ຂອງ​ຣັດ​ເຊຍ​ເຂົ້າ​ໃນ​ການ​ເລືອກ​ຕັ້ງແຫ່ງ​ຊາດ ປີ 2016.

​ໃນ​ຂະ​ນະ​ທີ່ຍ່າງ​ອອກ​ຈາກ​ຫ້ອງ​ການ​ສານໄປ​ໃນ​ວັນ​ສຸກວານນີ້ ທ່ານ ສ​ໂຕນ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ວ່າ ທ່ານ "ຖືກ​ກ່າວ​ຫາ​ແບບຜິດ​ພາດ".

"​ຂ້າ​ພະ​ເຈົ້າ​ຈະບໍ່​ຍອມ​ຮັບ​ຜິດ​ຕໍ່ຂໍ້​ກ່າວ​ຫາ​ເຫລົ່າ​ນັ້ນ, ຂ້າ​ພະ​ເຈົ້າ​ຈະ​ເອົ​າຊະ​ນະ ພວກເຂົາ​ຢູ່​ໃນ​ສານ​ໃຫ້​ໄດ້. ຂ້າ​ພະ​ເຈົ້າເຊື່ອ​ວ່າການ​ສືບ​ສວນນີ້ ແມ່ນ​ມີ​ຈຸດ​ປະສົງ​ທາງ​ດ້ານການ​ເມືອງ" ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ ທີ່​ຢືນ​ຢັນ​ເຖິງ​ຄວາມ​ມຸ້ງ​ໝັ້ນ​ ຈົງ​ຮັກ​ພັກ​ດີ​ຕໍ່ປະ​ທາ​ນາ​ທິ​ບໍ​ດີທ​ຣຳ.

"ຂ້າ​ພະ​ເຈົ້າ​ເວົ້າ​ຢ່າງ​ຈະ​ແຈ້ງ​ແລ້ວ​ວ່າ ຂ້າ​ພະ​ເຈົ້າຈະ​ບໍ່​ໃຫ້​ການ​ທີ່ຕ້ານ​ຕໍ່​ທ່ານປະ​ທາ​ນາ​ທິ​ບໍ​ດີ ຍ້ອນ​ວ່າ ຂ້າ​ພະ​ເຈົ້າຈະ​ຕ້ອງ​ໄດ້​ທົນ​ຕໍ່​ການເປັນ​ພະ​ຍານທີ່​ໃຫ້​ການ​ ເທັດໃສ່​ທ່ານ" ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານສ​ໂຕນ ​ທີ່​ຕອບ​ຕໍ່ພວກ​ປະ​ທ້ວງທີ່ຮ້ອງ​ໂຮ ຢ່າງ​ສະ​ໜັ່ນຂຶ້ນ​ວ່າ "ເອົາ​ລາວ​ໄປ​ຂັງ."

ຫລັງ​ຈາກກ່າວ​ເຊັ່ນ​ນັ້ນ​ແລ້ວ ທ່ານ ສ​ໂຕນ ກໍ​ຢຸດ​ຢູ່​ບຶດ​ນຶ່ງແລ້ວ​ກໍ​ຫັນ​ໜ້າ​ກັບ​ມາ​ຫາ​ຝູງ​ຄົນ​ທີ່​ໜາ​ແໜ້ນ ໂດຍ​ຍົກ​ມື​ທັງ​ສອງ​ຂ້າ​ງ ຊີ້​ຂຶ້ນ​ຟ້າ ຊຶ່ງ​ເປັນ​ທ່າ​ທາງທີ່ປະ​ທາ​ນາ​ທິ​ບໍ​ດີ ຣີ​ເຈີດ ນິກ​ສັນ ເຮັດ​ໃນ​ເວ​ລາ​ທີ່​ເພິ່ນ​ຍ່າງ​ອອກ​ຈາກ​ທຳ​ນຽບ​ຂາວ​ໄປ ຢ່າງ​ອັບ​ອາຍ​ຂາຍ​ໜ້າ. ທ່ານ​ສ​ໂຕນ ຄັ້ງ​ນຶ່ງ​ເຄີຍ​ເຮັດ​ວຽກ​ໃຫ້​ທ່ານນິກ​ສັນ.

ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ກາງໄດ້​ຈັບ​ກຸມ​ທ່ານ ສ​ໂຕນ​ໃນຕອນ​ເຊົ້າໆ ຂອງ​ວັນສຸກ ວານນີ້​ ຢູ່​ລັດ​ຟ​ລໍ​ຣິ​ດາ​ທີ່​ຢູ່​ທາງ​ພາກ​ໃຕ້​ຂອງ​ປະ​ເທດ ພາຍ​ຫລັງ​ທີ່ຄະ​ນະ​ຕຸ​ລາ​ການ​ຂອງ​ລັດ​ຖະ​ບານ​ກາງ​ກ່າວ​ຫາ​ທ່ານ​ວ່າ ທ່ານໃຫ້​ການ​ເທັດ, ຂັດ​ຂວາງ​ຂະ​ບວນ​ການ​ຍຸ​ຕິ​ທຳ ແລະພະ​ຍາ​ຍາມ​ປ່ຽນ​ຄຳ​ໃຫ້​ການ​ຂອງພະ​ຍານ.

ເບິ່ງວີ​ດິ​ໂອ: ທ່ານ​ນາງ ແຊນ​ເດີ​ສ໌ ຕອບ​ຄຳ​ຖາມ​ກ່ຽວ​ກັບ​ຂໍ້​ກ່າວ​ຫາ​ຕໍ່ທ່ານ​ສ​ໂຕນ

Your browser doesn’t support HTML5

Sanders: Stone Indictment 'Doesn't Have Anything to Do' with Trump

ທ່ານ ສ​ໂຕນ ບໍ່​ໄດ້​ຮັບ​ສາ​ລະ​ພາບ​ຜິດຢູ່​ໃນ​ການ​ໃຫ້ການ​ທີ່​ເມືອງ ຝອດລາວ​ເດີ​ເດ​ລ (Fort Lauderdale) ໃນ​ວັນ​ສຸກ​ຕອນ​ເຊົ້າ​ວານນີ້. ຜູ້​ພິ​ພາກ​ສາ ລູ​ຣາ​ນາ ສ​ໂນວ (Lurana Snow) ຂອງ​ສານ​ລັດ​ດັ່ງ​ກ່າວບອກ​ທ່ານ​ສ​ໂຕນ​ວ່າ ທ່ານບໍ່​ສາ​ມາດ​ເດີນ​ທາງ​ອອກ​ຈາກ​ພາກ​ໃຕ້​ຂອງ​ລັດຟ​ລໍ​ຣິ​ດາ, ນະ​ຄອນ​ວໍ​ຊິງ​ຕັນ, ຫລື ນີວ​ຢອກ​ໄດ້ ແລະ​ບໍ່​ໃຫ້​ຕິດ​ຕໍ່​ພົວ​ພັນ​ກັບ​ພວກທີ່​ເປັນ​ພະ​ຍານ​.

ທ່ານ​ສ​ໂຕນ ໃນ​ເມື່ອ​ກ່ອນໄດ້​ປະ​ຕິ​ເສດ​ວ່າ​ຕົນ​ບໍ່​ໄດ້​ເຮັດ​ຜິດຫຍັງ. ທ່ານ​ເປັນ​ຄົນ​ໃນ​ເຄືອ​ຂ່າຍຂອງ​ທ່ານ​ທ​ຣຳ ຜູ້​ທີ​ຫົກ ທີ່ຖືກ​ກ່າວ​ຫາ​ຢູ່​ໃນ​ການ​ສືບ​ສວນ​ຂອງ​ໄອ​ຍະ​ການ​ພິ​ເສດ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ