ປ. ທ​ຣຳ ​ອ້າງວ່າ ມີ​ໄຊ​ຊະ​ນະ​ ໃນ​ການທັບ​ມ້​າງ ເຂດ​ຍຶດ​ຄອງ ຂອງກຸ່ມ​ລັດ​ອິ​ສ​ລາມ ໃນ​ຊີ​ເຣຍ ອີກ​ແລ້ວ

ທະ​ຫານ​ຍາມຂອງກອງ​ທັບ​ປະ​ຊາ​ທິ​ປະ​ໄຕຊີ​ເຣຍທີ່​ໄດ້​ຮັບ​ການ​ໜຸນ​ຫລັງ​ຈາກ​ສະຫະ​ລັດ ຢືນ​ຍາມນອກບ້ານ Baghuz ທີ່​ເປັນ​ເຂດ​ແນວ​ໜ້າ​ຢູ່ໃນ​ຊີ​ເຣຍ ໃນ​ວັນ​ທີ 18 ກຸມ​ພາ, 2018.

ມີຄວາມ​ເຫັນ​ທີ່​ຂັດແຍ້ງ​ກັນ​ປາ​ກົດ​ຂຶ້ນ​ມາ ກ່ຽວ​ກັບ​ຊາ​ຕາ​ກຳ​ ຂອງເຂດທີ່ກຸ່ມ​ຫົວຮຸນ​ແຮງ​ ລັດ​ອິ​ສ​ລາມ ປະ​ກາດ​ຕົນ​ເອງວ່າ​ ເປັນ​ປະ​ເທດ​ອິ​ສ​ລາມ ​ຫຼື caliphate ໂດຍເຮັດ​ໃຫ້​ຄຳ​ເວົ້າ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ​ບໍ່​ກົງ​ກັນ​ກັບ​ຄຳ​ເວົ້າ​ຂອງ​ກຳ​ລັງທີ່​ໄດ້​ຮັບ​ການ​ໜຸນ​ຫລັງ​ຈາກ​ສະ​ຫະ​ລັດ ​ຢູ່​ພາກ​ພື້ນ​ດິນ​ ຂອງ​ຊີ​ເຣຍນັ້ນ ຂາດ​ຄວາມ​ໜັກ​ແໜ້ນ.

ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ​ຂອງ​ສະ​ຫະ​ລັດ​ປາ​ກົດໄດ້​ປະກາດ​ໄປໃນ​ວັນ​ພະ​ຫັດ​ວານນີ້ ​ກ່ຽວ​ກັບການ​ແຕກ​ຂອງ​ທີ່​ໝັ້ນ​ນ້ອຍໆແຫ່ງສຸດ​ທ້າຍ​ຂອງເຂດປົກຄອງ​ລັດ​ອິ​ສ​ລາມ, ໂດຍ​ຍັງເຫລືອ​ແຕ່ຜ້າ​ເຕັ້ນນ້ອຍໆ ແລະ​ຕຶກ​ທີ່ເພ​ພັງຢູ່​ໃນບ້ານແບັກ​ຮຸ​ສ (Baghuz), ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ຊີ​ເຣຍ.

ທ່ານ​ກ່າວ​ໃນ​ຂະ​ນະ​ທີ່​ໄປ​ຢ້ຽມ​ຢາມ​ທະ​ຫານ​ສະ​ຫະ​ລັດ ​ທີ່​ຄ້າຍ​ທະ​ຫານ​ຮ່ວມ Elmendorf-Richardson ຢູ່​ລັດ​ອາ​ລາສ​ກາ​ວ່າ “ພວກ​ເຮົາ​ຫາກໍ່​ເຂົ້າ​ຍຶດ​ເອົາ ໄດ້, ພວກເຈົ້າຮູ້ບໍ່, ພວກເຈົ້າໄດ້​ຍິນ​ວ່າ ມັນ​ຖືກ​ຍຶດ​ໄດ້​ແລ້ວ 90 ເປີ​ເຊັນ, 92 ເປີ​ເຊັນ, ເຂດປົກຄອງ​ຂອງລັດ​ອິ​ສ​ລາມໃນ​ຊີ​ເຣຍນັ້ນ. ດຽວນີ້​ແມ່ນ​ໄດ້ 100 ເປີເຊັນແລ້ວ."

​ທ່ານ​ກ່າວ​ເພີ້ມ​ອີກວ່າ "​ພວກເຈົ້າ​ໄດ້​ເຫັນ​ແລ້ວ​ວ່າມີ​ຫຍັງ​ເກີດ​ຂຶ້ນ. ທຸກ​ຄົນ​ແມ່ນ ໄດ້​ເຫັນ​ແລ້ວ. ພວກ​ເຮົາຍຶດ​ໄດ້​ໝົດທຸກ​ສິ່ງ ທຸກ​ຢ່າງ​ເລີຍ.” “ພວກ​ເຮົາ​ເຮັດ​ໄດ້​ແນວນັ້ນ​ ໃນ​ເວ​ລາ​ທີ່​ສັ້ນ​ກວ່າ​ ທີ່ມັນ​ຄວນ​ເປັນຕັ້ງ​ຫລາຍ."

ແຕ່​ວ່າ ຄວາມ​ຄິດ​ເຫັນ ​ທີ່​ເກືອບ​ວ່າບໍ່​ໄດ້ພາ​ໃຫ້ພວກທະ​ຫານ​ທີ່​ເຂົ້າ​ຮ່ວມ​ຕື່ນ​ເຕັ້ນ​ຫຍັງນັ້ນ ແມ່ນ​ໄດ້​ຖືກຄັດ​ຄ້ານ​ຢ່າງ​ແຮງ​ແລະ​ວ່ອງໄ​ວຈາກທ່ານ Zana Amedi, ໂຄ​ສົກ​ຂອງ​ກຸ່ມກຳ​ລັງ YPG ທີ່​ຂຽນຢູ່​ໃນ​ທວີດ​ເຕີ ຊຶ່ງ​ຕຳ​ໜິ "ການບໍ່​ຮູ້​ຫຍັງ" ຂອງທ່ານ​ປະ​ທາ​ນາ​ທິ​ບໍ​ດີກ່ຽວ​ກັບ​ສະ​ພາບ​ຢູ່​ແນວ​ໜ້ານັ້ນວ່າ "ເປັນເລື້ອງ​ທີ່ເຫລືອ​ເກີນ."

"ໄດ້​ຫລາຍ​ອາ​ທິດ​ມາ​ແລ້ວ, ພວກ​ເຈົ້າ​ໜ້າ​ທີ່ຂອງກຳ​ລັງ​ປະ​ຊາ​ທິ​ປະ​ໄຕ​ໃນ​ຊີ​ເຣຍ ຫຼື SDF ໄດ້​ບອກ​ຢ່າງ​ຈະ​ແຈ້ງ​ແລ້ວ​ວ່າ ພົນ​ລະ​ເຮືອນ​ທີ່​ຍັງ​ເຫລືອ​ຢູ່ ​ໃນ​ເຂດ​ແດນ​ທີ່​ຍຶດ​ຄອງ​ໂດຍ​ພວກ Daesh ຈະ​ໄດ້​ຮັບ​ການ​ປົກ​ປ້ອງ ແລະຄວາມ​ປອດ​ໄພ​ຂອງພວກ​ເຂົາ​ເຈົ້າ ຈະໄດ້ຖືກ​ຮັບ​ປະ​ກັນ​ກ່ອນ ​ຈະ​ເຄື່ອນ​ເຂົ້າ​ໄປ​ໃນ​ເຂດ​ສຸດ​ທ້າຍ," ນັ້ນ​ຄື​ຄຳ​ເວົ້າ​ຂອງ ທ່ານ Amedi ຂຽນ​ຢູ່​ໃນ​ທວີດ​ເຕີ ໂດຍ​ໃຊ້ຊື່​ຫຍໍ້​ຂອງພວກກໍ່​ການ​ຮ້າຍທີ່​ຂຽນ​ເປັນ​ພາ​ສາ​ອາ​ຣັບ. ທ່ານ​ຂຽນ​ຕໍ່​ໄປ​ວ່າ "ປາ​ກົດ​ວ່າ ຈະ​ບໍ່​ໄດ້ໄຊ​ຊະ​ນະມາ​ມື​ໃນ​ຫລາຍມື້​ຕໍ່​ໜ້ານີ້."

ແມ່​ຍິງ ແລະ​ເດັກ​ນ້ອຍ​ທີ່​ຫລົບ​ໜີ​ຈາກ​ເຂດ​ທີ່​ໝັ້ນ​ແຫ່ງ​ສຸດ​ທ້າຍຂອງ​ກຸ່ມ​ລັດ​ອິ​ສ​ລາມ ລໍ​ຖ້າການກວດ​ກາ​ຈາກ​ກອງ​ທັບປະ​ຊາ​ທິ​ປະ​ໄຕ​ຊີ​ເຣຍ ຢູ່​ບ້ານ Baghuz, ວັນ​ທີ 27 ກຸມ​ພາ, 2019.

​ແລະໂຄ​ສົກ​ຂອງກຸ່ມ YPG, ຊຶ່ງ​ເປັນ​ກຸ່ມ​ກຳ​ລັງ​ຕິດ​ອາ​ວຸດ​ຊາວ​ເຄີດ​ທີ່​ໄດ້​ສ້າງ​ຕັ້ງ​ເປັນ​ກຳ​ລັງ​ສ່ວນ​ໃຫຍ່ ​ທີ່​ໄດ້​ຮັບ​ການ​ໜຸນ​ຫລັງ​ຈາກ​ສະ​ຫະ​ລັດນັ້ນ ໄດ້​ຄາດເບິ່ງ ວ່າ ການ​ສູ້​ລົບ​ກັນ​ຍັງ​ຈະ​ດຳ​ເນີນ​ໄປອີກ​ ຢ່າງ​ໜ້ອຍ​ສຸດ​ກໍແມ່ນ​ນຶ່ງ​ອາ​ທິດ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ