ທ່ານ Trump ປະເຊີນກັບ ການກວດສອບ ຄັ້ງໃໝ່ ກ່ຽວກັບເລື້ອງ ເຮັດແທ້ງລູກ

ຜູ້ສະໝັກເປັນປະທານາທິບໍດີ ທີ່ມີຄະແນນສຽງນຳໜ້າ ຂອງພັກຣີພັບບລີກັນ ທ່ານ Donald Trump ຢູ່ບ່ອນ ໂຄສະນາຫາສຽງ ທີ່ເມືອງ Bluffton ໃນລັດ South Carolina. (7 ກຸມພາ 2016)

ຜູ້ມີ​ຄະ​ແນນ​ສຽງນຳໜ້າໃນການແຂ່ງຂັນເອົາຕຳແໜ່ງປະທານາທິບໍດີສະຫະລັດ ຈາກພັກ ຣີພັບບລີກັນມະຫາ​ເສດຖີ​ພັນ​ລ້ານ​ອະສັງຫາ​ລິ​ມະ​ຊັບທ່ານ Donald Trump ໄດ້ປະ​ເຊີນ ກັບ​ການກວດ​ສອບ​ຢ່າງ​ລະອຽດ ​ໃນ​ວັນ​ພະຫັດ​ວານ​ນີ້ ຫລັງຈາກ​ທ່ານ​ໄດ້​ຮຽກຮ້ອງໃຫ້ລົງ ໂທດ​ໃນ​ຮູບ​ໃດ​ຮູບ​ນຶ່ງ​ຕໍ່ພວກແມ່ຍິງຜູ້ທີ່​ເຮັດແທ້ງລູກ ຖ້າການກະທຳດັ່ງ​ແມ່ນໄດ້ຖືກຫ້າມ ຢູ່ໃນສະຫະລັດ ​ແຕ່​ເຖິງ​ຢ່າງໃດ​ກໍ​ຕາມ ພາຍ​ໃນ​ບໍ່​ເທົ່າ​ໃດ​ຊົ່ວ​ໂມ​ງຕໍ່​ມາ ທ່ານ​ກໍໄດ້​ປ່ຽນ​ທ່າ ທີກ່ຽວ​ກັບ​ການ​ໃຫ້​ຄວາມ​ເຫັນດັ່ງກ່າວ.

​ໃນ​ການ​ໃຫ້​ສຳພາດ​ແກ່​ໂທລະພາບ CNN ກ່ຽວ​ກັບ​ການ​ໃຫ້​ຄວາມ​ເຫັນຂອງ​ທ່ານ Trump ນັ້ນ​ຍານາງ Katrina Pierson ​ໂຄສົກ​ຂອງ​ທ່ານກ່າວ​ວ່ານີ້​ແມ່ນ​ເປັນ​ການ​ເວົ້າຜິດ​ຢ່າງແນ່ ນອນ. ຍາງ Pierson ກ່າວ​ວ່າ ທ່ານ Trump ຊຶ່ງ​ຄັ້ງນຶ່ງ​ເຄີຍ​ໃຫ້ການ​ສະໜັບສະໜຸນ​ຕໍ່ສິດ ທິ​ຂອງ​ພວກ​ແມ່ຍິງ ​ໃນ​ການດຳ​ເນີນການ​ຕາມ​ຂັ້ນຕອນ​ທາງ​ດ້ານ​ການ​ແພດ​ດັ່ງກ່າວ ​ເວລາ​ນີ້​ ແມ່ນ​ຜູ້ປົກ​ປ້ອງ​ຊີວິດຂອງ​ພວກ​ທາລົກໂດຍ​ມີ​ຂໍ້​ຍົກ​ເວັ້ນ ​ແລະ​ຈະ​ເຫັນ​ພ້ອມ​ກັບ​ການ​ລົງ ​ໂທດ​ພວກທ່ານໝໍທີ່​ເປັນ​ຜູ້​ເຮັດ​ແທ້ງ​ລູກ ບໍ່​ແມ່ນ​ພວກ​ແມ່ຍິງ ຖ້າ​ຫາກ​ສານ​ສູງ​ສຸດ​ຂອງ​ສະ ຫະລັດຫາກ​ຕ່າວ​ປີ້ນການ​ຕັດສິນ​ທີ່​ມີ​ມາ​ເປັນ​ເວລາ 43 ປີ​ ທີ່​ໃຫ້ການ​ສະໜັບສະໜຸນ​ຕໍ່​ສິດ ທິ​ໃນ​ການ​ເຮັດ​ແທ້ງ​ລູກ​ຢູ່​ໃນ​ສະຫະລັດ.

ຄູ່​ແຂ່ງ​ຂອງ​ທ່ານ Trump ທັງ​ສອງ​ທ່ານ​ທີ່​ລົງ​ສະໝັກ​ແຂ່ງຂັນ​ເອົາ​ຕຳ​ແໜ່​ງປະທານາທິບໍດີ​ຂອງ​ພັກຣີພັບ​ບລີ​ກັນ ຄືຜູ້​ປົກຄອງລັດ Ohio ທ່ານ John Kasic​h ແລະ ສະມາຊິກສະພາ ສູງ ຈາກລັດ Texas ທ່ານ Ted Cruz ຕ່າງ​ກໍ​ຄັດຄ້ານ ຕໍ່ສິດທິ​ ໃນ​ການ​ເຮັດ​ແທ້ງ​ລູກ. ​ແຕ່​ແນວ​ໃດ​ກໍ​ຕາມ ທ່ານ Kasic​h ກ່າວ​ວ່າ ຄຳຖະແຫຼງຕົ້ນຕໍ ​ກ່ຽວ​ກັບ​ການ​ເຮັດ​ແທ້ງ​ລູກ ຂອງ​ທ່ານ Trump ແລະ​ການ​ໃຫ້​ຄວາມ​ເຫັນ​ ແບບ​ບໍ່​ໄດ້​ຕັ້ງ​ໃຈ ກ່ຽວ​ກັບ​ ຄວາມ​ເປັນ​ໄປ​ໄດ້ ໃນ​ການໃຊ້​ອາວຸດ​ນິວ​ເຄລຍ ຂອງ​ສະຫະລັດ​ນັ້ນ ມີ​ແຕ່​ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ​ຍັງ​ບໍ່​ພ້ອມ​ທີ່ ຈະເປັນ​ປະ ທາ​ນາ​ທິບໍດີ​ຂອງ​ສະຫະລັດ.

ທ່ານ Cruz ​ໄດ້​ກ່າວ​ຫາ​ທ່ານ Trump ວ່າທ່ານ​ຈະ​ເວົ້າທຸກ​ສິ່ງ​ຢ່າງ ພຽງ​ແຕ່​ເພື່ອ​ໃຫ້​ໄດ້​ຮັບ​ຄວາມ​ສົ​ນ​ໃຈ.

ນອກ​ນັ້ນ ທ່ານ Trump ຍັງ​ໄດ້​ສ້າງ​ຄວາມ​ບໍ່ພໍ​ໃຈ​ໃຫ້​ແກ່​ການຈັດຕັ້ງຂອງ​ພັກ​ຣີພັບ​ບລີ​ກັນ​ໃນ​ອາທິດ​ນີ້ ​ໂດຍ​ຕ່າວ​ປີ້ນການ​ໃຫ້​ຄຳ​ໝັ້ນສັນຍາ​ຂອງ​ທ່ານ ທີ່​ຈະ​ສະໜັບສະ​ໜຸນ​ຜູ້​ທີ່​ຖືກ​ແຕ່ງຕັ້ງ​ໂດຍ​ພັກ.

​ແຕ່​ພວກ​ຜູ້ນຳ​ຂອງ​ພັກ ​ໄດ້​ພົບ​ປະກັນ​ກັບ​ທ່ານ Trump ທີ່​ນະຄອນຫຼວງວໍ​ຊິ​ງຕັນ ໃນ​ວັນ​ພະຫັດ​ວານ​ນີ້. ການ​ໄປ​ຢ້ຽມ​ສຳນັກງານ​ໃຫຍ່​ຂອງຄະນະ​ກຳມະການ​ແຫ່ງ​ຊາດພັກ​ຣີພັບ​ບລີ​ກັນ​ແບບ​ບໍ່​ຄາດ​ຄິດມີ​ຂຶ້ນຫລັງ​ຈາກ​ໄດ້​ເກີດ​ຄວາມ​ເຄັ່ງ​ຕຶງ​ມາ​ໄດ້ຫຼາຍເດືອນ​ແລ້ວລະ ຫວ່າງ​ທ່ານ Trump ​ແລະ​ພັກທີ່​ທ່ານ​ພວມ​ຊອກ​ສະ​ແຫວ​ງ ຫາ​ຊ່ອງ​ທາງ ​ເພື່ອ​ຈະ​ເປັນ​ຜູ້ ຕາງໜ້າ​ໃຫ້ ​ໃນ​ການ​ເລືອກ​ຕັ້ງ ​ໃນ​ວັນ​ທີ 8 ພະຈິກ ປີນີ້.