ນຶ່ງມື້ຫລັງຈາກທີ່ທ່ານໄດ້ວາງແຜນໄປຢ້ຽມຢາມນະຄອນ Houston ຊຶ່ງເປັນເຂດ
ໄດ້ຮັບ ຄວາມຫາຍຍະນະຈາກໄພນໍ້າຖ້ວມນັ້ນ ປະທານາທິບໍດີ ດໍໂນລ ທຣໍາ ໄດ້ສົ່ງ
ໜັງສືໄປຫາລັດຖະສະພາເພື່ອຂໍເອົາເງິນເກືອບຮອດ 8 ຕື້ໂດລາໄປຊ່ວຍເຫລືອບັນ
ເທົາທຸກ ແລະໃຊ້ເຂົ້າໃນຄວາມພະຍາຍາມໃນການຟື້ນຟູຄືນຢູ່ໃນລັດ Texas ແລະ Louisiana.
Your browser doesn’t support HTML5
Texas Storm
ຄຳຮ້ອງຂໍທີ່ໄດ້ຖືວ່າເປັນພຽງການບັນເທົາທຸກຂັ້ນຕົ້ນ ຕໍ່ຄວາມເສຍຫາຍທີ່ເກີດຈາກພາ
ຍຸເຮີຣີເຄນຮາວີນັ້ນຮວມມີ 7 ຕື້ 4 ຮ້ອຍລ້ານໂດລາ ແມ່ນເອົາໃຫ້ ກອງທຶນຊ່ວຍເຫລືອ
ໄພພິບັດ ທີ່ຈ່າຍໄປຢ່າງວ່ອງໄວຂອງອົງການບໍລິຫານເຫດສຸກເສີນຂອງລັດຖະບານ
ກາງ ຫລື FEMAແລະອີກ 450 ລ້ານໂດລາ ແມ່ນໃຊ້ເປັນເງິນກູ້ຢືມແກ່ບັນດາເຈົ້າຂອງ
ທຸລະກິດຂະໜາດນ້ອຍ.
ນາງ Katrina Johnson ຍົກຍ້າຍຈາກພາຍຸ Harvey ກຳລັງປູຜ້າຫົ່ມ ແກ່ລູກສາວອາຍຸ 4 ເດືອນ.
ປະທານາທິບໍດີທຣໍາ ແລະສັດຕີໝາຍເລກນຶ່ງ ທ່ານນາງ Malania Trump ຈະໄປຢ້ຽມ
ຢາມນະຄອນ Houston ແລະ Lake Charles ລັດ Louisiana ໃນວັນເສົາມື້ນີ້ ເພື່ອ
ພົບປະກັບບັນດາຜູ້ລອດຊີວິດຈາກການປະສົບກັບລົມພາຍຸ ແລະໄປເບິ່ງຄວາມເສຍ
ຫາຍຈາກໄພນໍ້າຖ້ວມດ້ວຍຕົວເອງ. ການຢ້ຽມຢາມຄັ້ງນີ້ຈະເປັນການຢ້ຽມຢາມຂົງເຂດ
ນັ້ນຄັ້ງທີສອງໃນອາທິດນີ້.
ນາງ Patrice Laporte ກວດເບິ່ງເຮືອນຂອງລາວວ່າ ມີນໍ້າຖ້ວມໜ້ອຍຫລາຍປານໃດ.
ໂຄສົກທຳນຽບຂາວ ທ່ານນາງ Sarah Sanders ກ່າວວ່າ “ປະທານາທິບໍດີ ແລະທີມ
ຮັກສາຄວາມປອດໄພແຫ່ງຊາດ ແລະທັງໝົດຄະນະລັດຖະບານຂອງທ່ານສືບຕໍ່ສຸມ
ໃສ່ ຊີວິດ ແລະຄວາມປອດໄພຂອງບັນດາຜູ້ທີ່ໄດ້ຮັບເຄາະຮ້າຍຈາກເຮຣິເຄນຮາວີ
ຢູ່ໃນລັດ Texas ແລະ Louisiana ນັ້ນ.”
ຄວັນໄຟຜູ່ງຂຶ້ນຢູ່ໂຮງງານເຄມີ ທີ່ເມືອງ Crosby ໃກ້ກັບນະຄອນ Houston ລັດ Texas.
ທ່ານທຣໍາໄດ້ລົງລາຍເຊັນດຳລັດສັ່ງໃຫ້ເອົາວັນອາທິດມື້ອື່ນນີ້ “ເປັນມື້ສູດມົນພາວັນ
ນາ” ແກ່ບັນດາຜູ້ໄດ້ຮັບເຄາະຮ້າຍຈາກພາຍຸຮາວີ.
ພວກລີ້ໄພ ຈາກພາຍຸ Harvey ພາກັນມາພັກພາອາໄສຢູ່ ສູນກາງ George R. Brown Convention ທີ່ຈັດໄວ້ຕ້ອນຮັບ.
ໃນວັນສຸກວານນີ້ ພວກກູ້ໄພສືບຕໍ່ຊອກຫາຜູ້ລອດຊີວິດຢູ່ໃນລັດ Texas ຊຶ່ງເປັນເລ
ວານຶ່ງອາທິດຫລັງຈາກເຮີຣີເຄນຮາວີໄດ້ເລີ້ມຜັດຜ່ານເຂດຝັ່ງທະເລຂອງອ່າວ ຊຶ່ງເຮັດ
ໃຫ້ມີຝົນ ຕົກໜັກຢ່າງບໍ່ເຄີຍມີມາກ່ອນ. ເຈົ້າເມືອງນະຄອນ Houston ທ່ານ Sylvester Turner ຍັງໄດ້ເຕືອນຊາວບ້ານຈຳນວນນຶ່ງວ່າ ບ້ານເຮືອນຂອງເຂົາເຈົ້າອາດຈະຍັງຈະ
ມີນໍ້າຢູ່ເປັນເວລາອີກຫລາຍອາທິດ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
Your browser doesn’t support HTML5
Texas National Guard Pilot Recounts Risky Rescue