ພາຍຸເຂດຮ້ອນ ເຮັດໃຫ້ຢ່າງໜ້ອຍ 53 ຄົນ ເສຍຊີວິດ ໃນ ຟິລິບປີນ

ຊາວບ້ານຄົນນຶ່ງ ກຳລັງກວາດຂີ້ຕົມ ແລະນຳ້ ອອກຈາກໜ້າຮ້ານຂອງລາວ ທີ່ເມືອງ Alcantara ແຂວງ Cebu ໃນພາກກາງຟີລິບປິນ (30 ທັນວາ 2014)

ບັນດາ​ເຈົ້າ​ໜ້າ​ທີ່​ຟິບລິບປີນ ກ່າວ​ວ່າ ຈຳນວນ​ຜູ້​ເສຍ​ຊີວິດ​ໄດ້​
ເພີ້​ມຂື້ນ​ເປັນ 53 ຄົນ ຍ້ອນລົມ​ພາຍຸເຂດຮ້ອນ Jangmi ທີ່​
ເຮັດໃຫ້​ເກີດ​ດິນ​ເຈື່ອນ ​ແລະ​ນຳ້ຖ້ວມ​ຢູ່​ພາກ​ກາງ ​ແລະ​ພາກ
​ໃຕ້​ຂອງ​ປະ​ເທດ.

ການ​ເສຍຊີວິດ​ສ່ວນ​ຫລາຍ ​ມີຂື້ນໃນ​ວັນ​ອັງຄານ​ວານ​ນີ້ ​ໃນ
​ຂະນະ​ທີ່​ພາຍຸດັ່ງກ່າວ ​ເຄື່ອນຍ້າຍອອກ​ຈາກ​ເກາະ Minda-
nao ໃນພາກ​ໃຕ້​ຂອງປະເທດ ບ່ອນ​ທີ່ນຶ່ງມື້ກ່ອນນີ້ ​ຝົນ​ຕົກ​
ໜັກໄດ້ເຮັດໃຫ້ມີການປິດທາງຫຼວງທີ່ສຳຄັນໆແລະ​ຂົວ​ຕ່າງໆ.

ປະຊາຊົນ​ ​ແລະ​ພວກ​ເຈົ້າ​ໜ້າ​ທີ່ທ້ອງຖິ່ນ ຢູ່ໃນຫລາຍໆເຂດ ​
ພາກັນ​ຕື່ນຕົກ​ໃຈ ໃນເຫດ​ດິນ​ເຈື່ອນຮ້າຍ​ແຮງ ທີ່ກ້ອນ​ຫີນແລະ​ຂີ້ຕົມໄດ້ຖົມ​ເອົາ​ເຮືອນ​
ຊານ ​ແລະ​ລົດ. ພວກ​ເຈົ້າ​ໜ້າ​ທີ່ກ່າວ​ວ່າ ​ບ້ານ​ເຮືອນ​ຫລາຍ​ສິບ​ຫລັງ​ໄດ້​ຖືກ​ທຳລາຍ.

ບ່ອນ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຫລາຍ​ແຫ່ງ ຍັງ​ບໍ່​ທັນ​ໄດ້​ຟື້ນ​ໂຕຄືນ ຈາກພາຍຸ​ຍັກ​ໃຫຍ່ Haiyan
​ໃນ​ປີ​ກາຍ​ນີ້ ຊຶ່ງ​ເປັນ​ພາຍຸທີ່​ແຮງ​ສຸດ ເທົ່າທີ່​ເຄີຍໄດ້ຖະຫຼົ່ມ​ປະ​ເທດດັ່ງ ກ່າວມາ.

ພາຍຸ Hayan ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຫລາຍກວ່າ 7,300 ຄົນ ​ແລະ​ໄດ້​ນຳ​ເອົາ​ລົມ​ແຮງ​
ສຸດ ທີ່ບໍ່​ເຄີຍ​ມີ​ ໃນ​ບັນທຶກ​ປະຫວັດ​ສາດ ພັດ​ຖະຫລົ່ມ​ເຂົ້າ​ໜ້າ​ດິນ. ຫລາຍພັນ​ຄົນ​ຍັງ​ພາ
ກັນ​ອາໄສຢູ່​ໃນ​ຕູບ ນຶ່ງ​ປີ​ຫລັງ​ຈາກ​ພາຍຸຫົວນີ້ ​ໄດ້ພັດເຂົ້າ​ຖະຫລົ່ມ​.

ປະ​ເທດເອ​ເຊຍ​ອາຄະ​ເນແຫ່ງນີ້ ​ໄດ້​ປະ​ເຊີນ​ໜ້າ​ກັບ ລົມໄຕ້ຝຸ່ນ​ຮ້າຍ​ແຮງ​ຜິດປົກກະຕິ ​ໃນ
ໄລຍະ​ສອງ​ສາມປີ​ທີ່​ຜ່ານ​ມາ ຮວມທັງໄຕ້​ຝຸ່ນ Bopha ​ໃນ​ປີ 2012 ທີ່​ເຮັດ​ໃຫ້ 1,900 ຄົນ​
ເສຍ​ຊີວິດ ຫລືບໍ່ກໍ​ຫາຍ​ສາບ​ສູນ.

Your browser doesn’t support HTML5

PHILIPPINES TROPICAL STORM VO