ພາຍຸ Isaac ເພີ່ມຄວາມແຮງ ພັດມຸ້ງໜ້າໄປຍັງ ລັດຟລໍຣິດາ ຂອງສະຫະລັດ

ກະແສລົມພາຍຸ Isaac ທີ່ເພີ່ມຄວາມໄວ ເຖິງ 100 ກໍໂລແມັດຕໍ່ຊົ່ວໂມງ ເວລານີ້ ກໍາລັງ ມຸ້ງໜ້າ ສູ່ ລັດຟລໍຣິດາ.

ລັດ​ຟລໍຣິດາ​ກໍາລັງ​ກຽມ​ຮັບ​ມືກັບພາຍຸ​ເຂດ​ຮ້ອນ ​ໄອ​ຊິກ ທີ່ຄາດ​ວ່າ​ຈະ​ພັດ​ຂື້ນ​ບົກ​ໃນ​ວັນ​ອາທິດ​ມື້​ນີ້ ​ໃນຫຼືໃກ້​ໆລະດັບຄວາມ​ແຮງ​ຂອງພາຍຸເຮີຣີ​ເຄນ​ທີ່​ເຂດໝູ່​ເກາະ Florida Keys ທີ່​ຕັ້ງ​ຢູ່​ບໍ່​ຫ່າງ​ຈາກຝັ່ງ​ແຜ່ນດິນໃຫຍ່ສະຫະ ລັດ.

ນອກ​ນັ້ນ ສູນລົມພາຍຸ​ເຮີຣີ​ເຄນ​ແຫ່ງ​ຊາດ​ສະຫະລັດ ທີ່ຕິດຕາມ​ການ​ເຄື່ອນ​ໄຫວ​ຂອງ​ລົມພາຍຸ ​ເຕືອນ​ວ່າ ​ອາດ​ມີລົມ​ຫົວກຸດ​ໂທ​ເນ​ໂດ ພັດ​ກະ​ໜໍ່າ​ເຂດ​ຕ່າງໆ​ຂອງ ຂອງ​ເກາະ Keys ​ແລະ​ເຂດ​ພາກ​ກາງ​ ກັບພາກ​ໃຕ້​ຂອງ​ລັດ​ຟຣໍຣິດາ ຕື່ມ​ອີກ ​ໃນ​ວັນ​ອາທິດ​ມື້​ນີ້.

ເວລາ​ນີ້ ກະ​ແສ​ລົມຂອງ​ພາຍຸ​ໄອ​ຊິກໄດ້​ເພີ່ມ​ຄວາມ​ໄວຂື້ນ​ເປັນ 100 ກິໂລ ​ແມັດ​ຕໍ່​ຊົ່ວ​ໂມງ ທີ່​ມີກະ​ແສ​ລົມພັດ​ແຮງ​ສູງ.

ໄດ້​ມີ​ການເຕືອນ​ໃຫ້​ປະຊາຊົນ​ເຝົ້າ​ລະວັງໄພ​ພາຍຸ​ເຮີຣີເຄນ ​ຈາກ​ເຂດ​ປາກ​ແມ່​ນໍ້າ Mississippi ​ໄປ​ທາງ​ທິດຕາ​ເວັນ​ອອກ ​ຈົນ​ເຖງ​ເມືອງ Indian Pass, ລັດ​ຟລໍຣິດາ ​ແຕ່​ເຂດ​ລະວັງ​ໄພ ບໍ່​ໄດ້​ໂຮມ​ເອົາເຂດ​ປະລິມົນທົນ​ເມືອງນີວອໍ​ລີ​ນ ​ເຂົ້ານໍາ​ໃນເທື່ອ​ນີ້. ​ເມືອງ ດັ່ງກ່າວ​ໄດ້​ຖືກ​ກະ​ໜໍ່າ​ໂດຍ​ພາຍຸ​ຄາ​ທຣິນາ ​ໃນ​ປີ 2005 ທີ່​ຍັງ​ຜົນ​ໃຫ້​ປະຊາຊົນຫຼາຍພັນ​ຄົນ​ຂາດ​ທີ່​ຢູ່​ອາ​ໃສ;

ພາຍຸ​ໄອ​ຊິກ ​ໄດ້​ກະ​ໜໍ່າ​ເຂດ​ພາກ​ຕາ​ເວັນອອກ​ຂອງ​ເກາະ​ຄິວ​ບາ​ ເມື່ອ​ວັນ ​ເສົາ​ວານ​ນີ້ ຫຼັງຈາກ​ໄດ້ເອົາ​ຊີວິດໄປ​ຢ່າງ​ໜ້ອຍ 4 ຄົນ ທີ່​ປະ​ເທດເຮ​ຕິ ທີ່​ກໍາລັງ​ຟື້ນ​ຕົວ​ຄືນ​ຈາກ​ໄພ​ແຜ່ນດິນ​ໄຫວ​ຄັ້ງ​ປີ 2010 ທີ່​ສ້າງ​ຄວາມ​ຫາ​ຍະ ນະ​ໃຫ້​ແກ່​ປະ​ເທດ​ນັ້ນ. ​ບໍ່​ມີລາຍ​ງານ​ກ່ຽວ​ກັບ​ຜູ້​ບາດ​ເຈັບ​ລົ້ມຕາຍ​ໃນ​ປະ​ເທດ​ເກາະ​ຄິວ​ບາ​.

​ໄພ​ຂົ່ມຂູ່​ຂອງ​ລົມພາຍຸ​ດັ່ງກ່າວ​ນີ້ ​ໄດ້​ເຮັດ​ໃຫ້​ພັກຣີພັບ​ບລິ​ກັນ​ ຕ້ອງ​ໄດ້​ເລື່ອນ​ມື້​ເລີ່​ມລາຍ ການສ່ວນຫຼາຍຂອງກອງ​ປະຊຸມຫລວງ​ແຫ່ງ​ຊາດຂອງ​ພັກ ທີ່ກໍາໜົດ​ຈະ​ຈັດ​ຂຶ້ນຢູ່​ເມືອງ Tampa ລັດ​ຟລໍຣິກາ ​ໃນ​ວັນ​ຈັນ​ມື້​ອື່ນ​ນີ້ ໄປ​ໃສ່​ວັນອັງຄານ​ຕອນ​ບ່າຍ.