ສາມກຸ່ມ ປະຊຸມກັນ ຕ່າງຫາກ ກ່ຽວກັບ ວິກິດການໃນຊີເຣຍ (ວີດີໂອ)

ລມຕ ຕ່າງປະເທດອັງກິດ ທ່ານ William Hague (ຊ້າຍ) ສົນທະນາກັບ ລມຕ ຕ່າງປະເທດແບລຢ່ຽມ ທ່ານ Didier Reynders, ໃນລະຫວ່າງກອງປະຊຸມຂອງ EU ທີ່ກຸງ Brussels, ວັນຈັນ ທີ 27 ພຶດສະພາ 2013.

ສະຫະພາບຢູໂຣບ ​ແລະບັນດາ​ນັກ​ການ​ທູດ​ຂັ້ນ​ສູງກຸ່ມ​ນຶ່ງຈາກ
ສະຫະລັດ ຣັດ​ເຊຍ ​ແລະ​ຝຣັ່ງ ພ້ອມ​ທັງກຸ່ມ​ຈັດ​ຕັ້ງ​ປະສົມຂອງ
​ຝ່າຍ​ຄ້ານ​ຊີ​ເຣຍ ​ພາກັນ​ປະຕິບັດ​ງານຢູ່​ຄົນ​ລະ​ບ່ອນ ໃນ​ວັນ​ຈັນ
​ມື້​ນີ້ ກ່ຽວກັບ​ຂໍ້​ສະ​ເໜີ​ສາມ​ຢ່າ​ງ ​ແນ່ໃສ່ເພື່ອ​ຍຸຕິ ການລົບ​ເລວ​ກັນ​
ມາ​ເປັນ​ເວລາ​ສອງ​ປີກ​ວ່າ ໃນ​ຊີ​ເຣຍນັ້ນ.

ບັນດາ​ລັດຖະມົນຕີ​ຕ່າງປະ​ເທດ ຂອງ ອີຢູ ກໍາລັງ​ເຕົ້າ​ໂຮມ​ກັນ​ທີ່
ນະຄອນຫລວງບຣັສ​ເຊີ​ລສ໌ ​ເພື່ອ​ທໍາ​ການ​ຕັດສິນ​ໃຈ​ກ່ຽວ​ກັບ​ອາ
ນາຄົດ ຂອງການ​ຫ້າມ​ສົ່ງ​ອາວຸດໃຫ້​ແກ່​ຊີ​ເຣຍ ຂອງກຸ່ມ 27 ປະ​
ເທດ EU ຊຶ່ງ​ຈະໝົດ​ກໍານົດ​ໃນ​ວັນ​ສຸກ​ຈະ​ມາ​ເຖິງ​ນີ້. ອັງກິ​ດແລະ​
ຝຣັ່ງ ​ໄດ້​ຊຸກຍູ້​ໃຫ້​ມີ​ການ​ດັດ​ແກ້​ຂໍ້​ຫ້າມ​ດັ່ງກ່າວ ​ເພື່ອອະນຸຍາດ​
ໃຫ້​ສົ່ງ​ອາວຸດ ໄປໃຫ້ຝ່າຍ​ຄ້ານ​ຊີ​ເຣຍ​ໄດ້.

​ລັດຖະມົນຕີ​ຕ່າງປະ​ເທດອັງກິດ ທ່ານ William Hague ​ໄດ້
ເນັ້ນ​ໜັກ​ໃນ​ອາທິດ​ແລ້ວ​ນີ້​ວ່າ ​ຖ້າ​ຫາກ​ສະພາຍຢູໂຣບ ​ເລືອກ
ເອົາການ​ຍົກ​ເລິກ​ການ ​ຫ້າ​ມດັ່ງກ່າວ​ນັ້ນ ການ​ຕັດສິນ​ໃຈໃດໆ
ທີ່​ຈະ​ສົ່ງ​ອາວຸດ​ໃຫ້​ແກ່​ຝ່າ​ຍຕໍ່​ຕ້ານ​ ​ແມ່ນຈະ​ມີ​ຂື້ນ​ໃນເວລາ​ຕໍ່​ໄປ.

​ໃນ​ຕອນ​ແລງ​ຂອງ​ວັນ​ຈັນມື້​ນີ້ ລັດຖະມົນຕີ​ຕ່າງປະ​ເທດ ສະຫະລັດ ທ່ານ John Kerry ຈະພົບ​ປ​ະກັບ​ຄູ່ຕໍາ​ແໜ່ງຈາກ ຣັດ​ເຊຍ ​ແລະ​ຝຣັ່ງ ທ່ານ Sergei Lavrov ​ກັບ ທ່ານ Laurent Fabius ທີ່ນະຄອນ​ຫລວງປາຣີ ຢູ່​ໃນ​ການ​ສົນທະນາຮອບຫລ້າ​ສຸດ ​ເພື່ອ​ຊຸກຍູ້​ ​
ຂໍ້​ສະ​ເໜີ​ໃຫ້ຈັດກອງ​ປະ​ຊຸມ​ສັນ​ຕິ​ພາບ​ຊີ​ເຣຍ.

ສະຫະລັດ ​ແລະຣັດ​ເຊຍ ​ໄດ້​ພະຍາຍາມ​ຈັດ​ແຈງໃຫ້​ໄຂການ​ສົນທະນາກັນ​ຂຶ້ນ​ໃນ​ເດືອນ​
ໜ້າ​ນີ້ ​ໂດຍຫລິງ​ເຫັນ​ກອງ​ປະຊຸມ​ດັ່ງກ່າວ​ວ່າ​ ​ໃຫ້ເປັນ​ເວ​ທີ​ໃຫ້ລັດຖະບານ​ຊີ​ເຣຍ ​ແລະ​ຝ່າຍ​ຄ້ານ ເຈລະຈາ​ຕໍ່​ລອງ​ເງື່ອນ​ໄຂ ສໍາລັບ​ການຈັດ​ຕັ້ງ ​ລັດຖະບານໄລຍະຂ້າມ​ຜ່ານຂຶ້ນເພື່ອ​ຍຸຕິ​ສົງຄາມ​ກາງ​ເມືອງ.

ຊີ​ເຣຍກ່າວ​ວ່າ ຕົນ​ໄດ້​ຕົກລົງ “​ໃນທາງ​ຫ​ລັກ​ການ” ​ທີ່​ຈະ​ເຂົ້າ​ຮ່ວມ​ກອງປະຊຸມ ທີ່​ສະ​ເໜີ​ຂຶ້ນ​ມາ​ນັ້ນ ​ໂດຍ​ກ່າວ​ວ່າ “​ເປັນ​ໂອກາ​ດອັນ​ດີ ທີ່​ຈະ​ແກ້ໄຂ​ວິ​ກິດ​ການຊີ​ເຣຍ.”

ສ່ວນຝ່າຍ​ຄ້ານ ຍັງ​ບໍ່​ທັນ​ໄດ້​ກ່າວ​ເທື່ອ​ວ່າ ຕົນ​ຈະ​ເຂົ້າຮ່ວມ​ຫລື​ບໍ່ ​ແລະ​ເວລາ​ນີ້ ​ກໍ​ກໍາລັງ​ປະຊຸມ​ກັນ​ກ່ຽວ​ກັບ​ເລື້ອງ​ນີ້ ຢູ່​ທີ່​ ນະຄອນ​ Istanbul ປະ​ເທດເທີກີ.

ເບິ່ງວີດິໂອ ກ່ຽກວັບກອງປະຊຸມຂອງອີຢູ ກັບຝ່າຍຄ້ານຊີເຣຍ:

Your browser doesn’t support HTML5

Syria