ອີຣ່ານ ກຳນົດ ຈະດຳເນີນຄະດີ ນັກຂ່າວສະຫະລັດ ໃນ ວັນທີ 26 ພຶດສະພານີ້

ທ່ານ Jason Rezaian ສັນຊາດອາເມຣິກັນ ເຊື້ອສາຍອີຣ່ານ ເປັນນັກຂ່າວຂອງໜັງສືພິມ Washington Post ຍິ້ມແຍ້ມ ໃນຂະນະທີ່ ໄປຮ່ວມງານໂຄສະນາຫາສຽງ ຂອງປະທານາທິບໍດີອີຣ່ານ ທ່ານ Hassan Rouhani ຢູ່ນະຄອນຫຼວງ ເຕຫະຣ່ານ.

ນັກ​ຂ່າວ​ສະຫະລັດ​ຄົນ​ໜຶ່ງ ທີ່ຖືກ​ກັກ​ຂັງ​ຢູ່​ໃນ​ອີຣ່ານ ​ເກືອບ
​ປີ​ໜຶ່ງແລ້ວ ​ໃນ​ຂໍ້​ກ່າວ​ຫາ​ ​ທີ່ຮວມທັງທຳການເຄື່ອນ​ໄຫວ
​ສອດ​ແນມ ​ແມ່ນ​ມີ​ກຳ​ນົດ ທີ່​ຈະ​ໄປປາກົດ​ໂຕ​ຕໍ່​ສານ​ໃນ
​ອາ​ທິດ​ໜ້ານີ້.

ສື່​ມວນຊົນຂອງ​ທາງ​ການ​ອີຣ່ານ ກ່າວໃນ​ວັນ​ອັງຄານມື້​ນີ້ວ່າ
ການດຳ​ເນີນ​ຄະດີ​ ທ່ານ Jason Rezaian ຊຶ່ງ​ເປັນ​ຫົວໜ້າ
​ຫ້ອງການ ຂອງ​ໜັງສືພິມ Washington Post ປະຈຳ​
ນະຄອນຫຼວງ​ເຕຫະຣ່ານ ຈະ​ເລີ້ມ​ຕົ້ນຂຶ້ນ​ໃນ​ວັນອັງຄານ
​ທີ 26 ພຶດສະພາ.

ອົງການ​ຂ່າວ​ຝຣັ່ງ ​ໄດ້​ອ້າງ​ເຖິງ​ຄຳ​ເວົ້າຈາກທະນາຍ​ຄວາມ ຂອງ​ທ່ານ Rezaian ທີ່ກ່າວວ່າ
ທ່ານ Rezaian ພ້ອມ​ດ້ວຍພັນ​ລະ​ຍາ​ຂອງ​ທ່ານ ​ແລະບຸກຄົນ​ທີ​ສາມ ຊຶ່ງພວກ​ກ່ຽວໄດ້​ຖືກ​
ຈັບ​ກຸມພ້ອມ​ກັນ ເມື່ອເດືອນ ກໍລະກົດ​ປີ​ກາຍ​ນີ້ ຢູ່​ໃນ​ນະຄອນຫຼວງ​ເຕຫະຣ່ານນັ້ນ ຈະໄປ​
ປາກົດ​ໂຕຢູ່​ສານ ​ແລະວ່າການ​ດຳ​ເນີນ​ຄະດີ ຈະ​ເລີ້ມຕົ້ນຂຶ້ນ​ໃນ​ມື້​ດຽວ​ກັນ ຖ້າ​ຫາກ​ມີ​
ເວລາພຽງພໍ.

​ສະຫະລັດ ບັນດາ​ກຸ່ມ​ປົກປ້ອງເສລີພາບດ້ານການຂ່າວ​ ​ແລະ ໜັງສືພິມ Washington Post ຕ່າງກໍຕິຕຽນ ການ​ສືບຕໍ່ຄຸມ​ຂັງ​ທ່ານ Rezaian ຊຶ່ງ​ລວມທັງ 9 ​ເດືອນ​ທີ່​ປາດ​ສະ​ຈາກ
​ການ​ກ່າວ​ຫາໃດໆ. ສ່ວນ​ຄອບ​ຄົວ​ຂອງ​ທ່ານ ​ແລະ ບັນນາທິການ​ໃຫຍ່​ ຂອງ​ໜັງສື​ພິມ​ດັ່ງກ່າວ ທ່ານ Marty Baron ຍັງ​ໄດ້​ບັນຍາຍເຖິງ ການ​ຈຳກັດ​ບໍ່​ອະນຸຍາດໃຫ້​ທ່ານ
Rezaian ພົບ​ກັບທະນາຍຄວາມ​ອີກ​ດ້ວຍ.

​ເມື່ອ​ເດືອນ​ແລ້ວ​ນີ້ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດສະຫະລັດ ທ່ານ​ນາງ Maria Harf
ກ່າວ​ວ່າ ຂໍ້​ກ່າວ​ຫາໃນ​ການ​ທຳ​ຜິ​ດ​ໃນ 4 ກະ​ໂທ​ງ ນັ້ນ ​ແມ່ນ “ເປັນຕາ​ຢາກຫົວ ແທ້ໆ”
ແລະ ທຳນຽບຂາວ ກ່າວ​ວ່າ ຂໍ້ຫາເຫລົ່ານີ້ ຄວນ​ທີ່​ຈະ​ຖືກ​ຍົກເລີກ.

ຖ້າພົບເຫັນ​ວ່າມີ​ຄວາມ​ຜິດ ທ່ານ Rezaian ຈະ​ປະ​ເຊີນ​ກັບໂທດ​ໜັກສຸດ ​ຄືຈຳ​ຄຸກ ​ແຕ່ 10
ຫາ 20 ປີ.

ທ່ານ Rezaian ພ້ອມ​ດ້ວຍ​ພັນລະ​ຍາ ​ແລະ ນັກ​ຂ່າວທ່ານ Yeganeh Salehi ຖືກຈັບ​ກຸມ
ຫຼັງຈາກ​ກຳລັງ​ຮັກສາ​ຄວາມ​ປອດໄພອີຣ່ານ ບຸກ​ເຂົ້າໄປ​ໃນ​ເຮືອນ​ພັກ​ຂອງ​ພວກ​ກ່ຽວ ຢູ່​
ນະຄອນຫຼວງ​ເຕຫະຣ່ານ. ທ່ານ Salehi ​ໄດ້​ຖືກ​ປ່ອຍ​ໂຕ ຫຼັງຈາກ​ມີການປະກັນ​ໂຕ​ແລ້ວ
​ແຕ່​ທ່ານ Rezaian ຍັງ​ຖືກທາງການ​ຄວບ​ຄຸມ​ໂຕ​ຢູ່.