ລົດ​ໄຟ ຕົກລາງ ໃກ້ໆກັບຄຸ້ມ Kibera ໃນນະຄອນຫຼວງ ຂອງ​ເຄັນ​ຢາ (ວີດີໂອ)

Your browser doesn’t support HTML5

ລົດ​ໄຟໄດ້ຕົກລາງ ແລະ​ແລ່ນ​ເຂົ້າຕໍາບ້ານເຮືອນໃກ້ໆກັບຄຸ້ມ​ຄົນ​ທຸກ Kibera

ພວກກູ້​ໄພ​ໄດ້​ສືບ​ຕໍ່​ເຮັດ​ວຽກ ​ໃນ​ວັນ​ອາທິດແລ້ວນີ້​ ຢູ່ໃນ​ເຄັນ​ຢາ
ຫຼັງຈາກ​ທີ່​ລົດ​ໄຟ​ ມຸ່ງ​ໜ້າ​ໄປ Uganda ໄດ້ຕົກລາງ ແລະ​ແລ່ນ
​ເຂົ້າຕໍາບ້ານເຮືອນໃກ້ໆກັບຄຸ້ມ​ຄົນ​ທຸກ Kibera ທີ່ນະຄອນ​ຫຼວງ
Nirobi.

ສະພາກາແດງຂອງເຄັນ​ຢາ ໄດ້ກ່າວວ່າ ມີ 7 ຄົນໄດ້ຮັບບາດ
ເຈັບ ແລະຍັງຢ້ານກົວວ່າ ຍັງ ມີບາງຄົນ ຕົກຄ້າງຢູ່​ໃນ​ຕູ້
ລົດໄຟນັ້ນ.

ສະພາກາແດງໄດ້ປະສານງານກັບພວກເຈົ້າໜ້າທີ່ທ້ອງຖິ່ນ
ໃນຄວາມພະຍາຍາມ​ເພື່ອ​ຢາກ​ຮູ້​ວ່າ ມີຈັກຄົນແທ້ ອາໄສຢູ່ໃນເຂດດັ່ງກ່າວ ບ່ອນທີ່
ລົດໄຟຕົກລາງນັ້ນ.

ມີຕຶກອາຄານບາງຫຼັງແລະກໍາແພງທີ່ຢູ່ໃນບໍລິເວນອ້ອມແອ້ມນັ້ນ ຕ້ອງຖືກຮື້ລົງ ເພື່ອຈະ
ໄດ້ແປງ ທາງໃຫ້ລົດຍົກຂະໜາດໃຫຍ່ ສາມາດເຂົ້າ​ໄປ ​ເພື່ອຍົກເອົາລົດໄຟທີ່ຕົກລາງນັ້ນ
ຕັ້ງຂຶ້ນ.

ຄຸ້ມ Kibera ແມ່ນເປັນເຂດຄົນ​ທຸກ​ຫຼືສະລໍາທີ່ໃຫຍ່ທີ່ສຸດໃນເຄັນ​ຢາ. ບ້ານເຮືອນແມ່ນ
ສ້າງດ້ວຍແຜ່ນເຫຼັກສັງກະສີ ແລະກໍໄດ້ປຸກຂຶ້ນໃກ້ໆກັບທາງລົດໄຟ.