ນຶ່ງຄົນ ເສຍຊີວິດ ໃນຂະນະທີ່ ລົດໄຟ ບັນທຸກ ບັນດາສະມາຊິກສະພາ ຕຳລົດບັນທຸກຂີ້ເຫຍື້ອ

Your browser doesn’t support HTML5

ຄົນຜູ້ນຶ່ງ ໄດ້ເສຍຊີວິດ ແລະອີກຫຼາຍຄົນ ໄດ້ຮັບບາດເຈັບ ໃນເວລາລົດໄຟ ແອມແທຣັກ
(Amtrak) ທີ່ບັນທຸກ ບັນດາສະມາຊິກສະພາ ສັງກັດພັກຣີພັບບລີກັນ ໄດ້ແລ່ນຕຳກັບ
ລົດບັນທຸກຂີ້ເຫຍື້ອ ໃນວັນພຸດວານນີ້ຢູ່ທາງພາກຕາເວັນຕົກ ສຽງໃຕ້ ຂອງລັດເວີຈີເນຍ.

ລາຍງານຂ່າວແຈ້ງວ່າ ຜູ້ທີ່ເສຍຊີວິດນັ້ນ ແມ່ນເປັນຜູ້ໂດຍສານຢູ່ໃນລົດບັນທຸກດັ່ງກ່າວ.
ບໍ່ມີຜູ້ໃດ ຢູ່ເທິງລົດໄຟ ໄດ້ຮັບບາດເຈັບສາຫັດ ອີງຕາມບໍລິສັດ ແອມແທຣັກ ແຕ່ຢ່າງໃດ
ກໍຕາມ ສະມາຊິກສະພາ ສັງກັດພັກຣີພັບບລີກັນ ທ່ານເຈຊັນ ລູອິສ (Jason Lewis)
ແລະຄົນອື່ນໆຫຼາຍຄົນ ໄດ້ຖືກນຳສົ່ງໄປໂຮງໝໍ ໂດຍໄດ້ຮັບບາດເຈັບພຽງເລັກນ້ອຍ.

Your browser doesn’t support HTML5

Trump to Join Republicans at W. Virginia Retreat After Train Accident

ຄະນະ​ກຳມະການຄຸ້ມຄອງ​ຄວາມ​ປອດ​ໄພ​ໃນການຂົນສົ່ງແຫ່ງ​ຊາດ ຫຼື NTSB ໄດ້ສົ່ງ
ທີມນັກສືບສວນ ໄປຍັງຈຸດເກີດເຫດແລ້ວ. ການສືບສວນສອບສວນຂອງ ອົງການ
NTSB ສາມາດໃຊ້ເວລານຶ່ງປີ ຫຼື ຫຼາຍກວ່ານັ້ນ ເພື່ອທີ່ຈະສະຫລຸບຜົນໄດ້ ແລະ ທ່ານ
ເອີຣລ໌ ວີນເນີ (Earl Weener) ຜູ້ທີ່ເປັນສະມາຊິກຂອງຄະນະກຳມະການດັ່ງ ກ່າວ
ໄດ້ກ່າວ ໃນແລງວັນພຸດວານນີ້ ວ່າ ພວກນັກສືບສວນ ຈະບໍ່ສັນນິດຖານ ເຖິງສາເຫດ
ໃດໆ ທີ່ອາດເປັນໄປໄດ້ ເທື່ອ.

ລົດໄຟຂະບວນນີ້ ໄດ້ຖືກຮັບເໝົາເປັນກໍລະນີພິເສດ ເພື່ອບັນທຸກບັນດາສະມາຊິກ
ສະພາ ສັງກັດພັກຣີພັບບລີກັນ ແລະ ຄອບຄົວຂອງພວກເພິ່ນ ໄປຍັງບ່ອນພັກຕາກ
ອາກາດ ກຣີນບຣາຍເອີ (Greenbrier) ຢູ່ໃນລັດເວີຈີເນຍ ຕາເວັນຕົກ. ຄາດກັນວ່າ
ປະທານາທິບໍດີ ດໍໂນລ ທຣຳ ຈະກ່າວຄຳປາໄສຢູ່ທີ່ສະຖານທີ່ຕາກອາກາດດັ່ງກ່າວ
ໃນວັນພະຫັດມື້ນີ້.

ປະທານສະພາຕ່ຳ ທ່ານພອລ ໄຣແອນ (Paul Ryan) ກໍໄດ້ຢູ່ເທິງລົດໄຟຄັນດັ່ງກ່າວ
ແຕ່ຜູ້ນຳສຽງສ່ວນນ້ອຍຂອງສະພາສູງ ທ່ານມິຕຈ໌ ເມັກຄອລແນວລ໌ ບໍ່ໄດ້ຢູ່ ອີງຕາມ
ຄຳເວົ້າ ຂອງບັນດາສະມາຊິກສະພາ.

ອຸບັດຕິເຫດ ໄດ້ເກີດຂຶ້ນຢູ່ໃກ້ກັບ ເມືອງ ຊາຣລອສວີລ (Charlottesville) ໃນລັດ
ເວີຈີເນຍ (Virginia) ໃນເວລາປະມານ 11 ໂມງ 20 ນາທີ ຕອນເຊົ້າ. ບັນດາສະມາ
ຊິກສະພາ ໄດ້ກ່າວວ່າ ບໍ່ມີການເຕືອນໄພໃດໆ ກ່ອນທີ່ລົດໄຟ ຈະແລ່ນຕຳລົດບັນທຸກ
ໃນຂະນະທີ່ມັນກຳລັງແລ່ນຂ້າມລາງຢູ່ນັ້ນ. ສະມາຊິກພັກຣີພັບບລີກັນ ທ່ານທອມ
ໂຄລ (Cole) ໄດ້ບອກ ໜັງສືພິມ ວໍຊິງຕັນ ໂພສຕ໌ (Washington Post) ວ່າ ບັນດາ
ຄູ່ຮ່ວມງານຂອງທ່ານຫຼາຍຄົນ ໄດ້ລົ້ມກິ້ງກັບໄປກັບມາຢູ່ເທິງລົດໄຟໃນເວລາເກີດ
ການຕຳກັນ ນັ້ນ.

ແຜນທີ່ ສະແດງໃຫ້ເຫັນ ຈຸດເກີດອຸບັດຕິເສດ ລົດໄຟໂດຍສານ ຕຳລົດບັນທຸກຂີ້ເຫຍື້ອ ໃນລັດເວີຈີເນຍ.

ທ່ານໂຄລ ເວົ້າວ່າ “ມັນເປັນການສັ່ນສະເທືອນແທ້ໆເລີຍ ພຽງໄດ້ຍິນສຽງດັງ ‘ແບ້ມ’”.

ສ່ວນສະມາຊິກສະພາສູງ ທ່ານບິລ ແຄັສສີດີ ເປັນຜູ້ນຶ່ງໃນຈຳນວນນ້ອຍຂອງບັນດາ
ສະມາຊິກ ແລະພັນລະຍາທັງຫຼາຍ ທີ່ຢູ່ເທິງລົດໄຟ ຜູ້ທີ່ເປັນທ່ານໝໍ ເຊິ່ງທ່ານໄດ້ບອກ
ໜັງສືພິມ ນິວ ຢອກ ໄທມສ໌ (New York Times) ວ່າ ທ່ານ ພ້ອມກັບສະມາຊິກສະພາ
ສູງ ທ່ານແຈັຟ ເຟລກ (Jeff Flake) ແລະຄົນອື່ນ ໄດ້ທຳການຊ່ວຍປ້ຳຫົວໃຈ ແລະ
ລະບົບຫາຍໃຈ ໃຫ້ແກ່ ຜູ້ນຶ່ງໃນສາມຜູ້ໂດຍສາຍຂອງລົດບັນທຸກ ຈົນກວ່າໜ່ວຍແພດ
ກູ້ຊີວິດ ຈະໄປຮອດ.

ທ່ານເຟລກ ໄດ້ບອກໜັງສືພິມ ໄທມສ໌ ວ່າ “ພວກເຮົາໄດ້ຊ່ອຍລາວ ເປັນເວລາປະ
ມານ 20 ນາທີ ແລະ ຕໍ່ຈາກນັ້ນ ໄດ້ນຳເອົາລາວໃສ່ຕຽງຫາມ ແລະ ຫາມລາວ
ໄປຍັງລົດສຸກເສີນ.”
ຜູ້ໂດຍສານຂອງລົດບັນທຸກ ອີກຄົນນຶ່ງ ໄດ້ຮັບບາດ ເຈັບພຽງ
ເລັກນ້ອຍ.

Your browser doesn’t support HTML5

Video from Scene of GOP Train Accident

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ