ລົດໄຟຄັນນຶ່ງ ທີ່ໄດ້ນຳເອົາສົບຂອງເກືອບ 300 ຄົນ ທີ່ເສຍຊີວິດ
ຍ້ອນເຮືອບິນ ໂດຍສານຂອງມາເລເຊຍ ຖືກຍິງຕົກຢູ່່ຢູເຄຣນນັ້ນ
ໄດ້ເດີນທາງ ໄປເຖິງເມືອງ Kharkiv ທີ່ລັດຖະບານຄວບຄຸມ ຢູ່
ໃນພາກຕາເວັນອອກຂອງປະເທດແລ້ວ.
ລົດໄຟໄດ້ໄປເຖິງໃນວັນອັງຄານມື້ນີ້ ຈາກເມືອງ Torez ທີ່ຄວບ
ຄຸມໂດຍກຳລັງ ກະບົດ ທີ່ນິຍົມຣັດເຊຍ. ບັນດາສົບເຫລົ່ານີ້ ຈະ
ຖືກມອບໃຫ້ແກ່ເນເທີແລນ ຊຶ່ງເປັນປະເທດ ທີ່ມີຈຳນວນຜູ້ເສຍ
ຊີວິດຫລາຍທີ່ສຸດ ຍ້ອນເຮືອບິນຕົກໃນຄັ້ງນີ້.
Your browser doesn’t support HTML5
Ukraine Rebels Surrender MH17 Black Boxes
ສົບເຫຼົ່ານີ້ໄດ້ໄປເຖິງ ບໍ່ເທົ່າໃດຊົ່ວໂມງຫລັງຈາກພວກກະບົດ ຢູ່ພາກຕາເວັນອອກຂອງ ຢູເຄຣນ ໄດ້ນຳເອົາຫີບບັນທຶກຂໍ້ມູນຂອງຖ້ຽວບິນ ມອບໃຫ້ແກ່ບັນດາຜູ້ຊ່ຽວຊານດ້ານການ ບິນຂອງມາເລເຊຍ. ຜູ້ນຳກະບົດ ທ່ານ Alexander Borodai ກ່າວວ່າ ການມອບຮັບດັ່ງ ກ່າວ ໄດ້ມີຂື້ນທີ່ເມືອງ Donetsk ບໍ່ເທົ່າໃດຊົ່ວໂມງຫຼັງຈາກນາຍົກລັດຖະມົນຕີມາເລເຊຍ ທ່ານ Najib Razak ໄດ້ໂອ້ລົມກັບທ່ານ ທາງໂທລະສັບ.
Your browser doesn’t support HTML5
UKRAINE PLANE BORODAI SOT
ທ່ານ Bordai ກ່າວວ່າ “ຫີບບັນທຶກຂໍ້ມູນທັງສອງ ໄດ້ສົ່ງມອບຄືນໃຫ້ແກ່ຜູ້ເປັນ ເຈົ້າຂອງຄື
ມາເລເຊຍ. ພວກເຮົາໄດ້ເຊັນໜັງສືພິທີການທີ່ກ່າວວ່າ ມາເລເຊຍຈະ ນຳເອົາຫີບບັນທຶກ
ຂໍ້ມູນທັງສອງນີ້ ມອບໃຫ້ແກ່ອົງການ ICAO ຫລື ອົງການໆບິນພົນລະເຮືອນນາໆຊາດ.”
ພັນເອກ Mohamed Sakri ຂອງມາເລເຊຍ ກ່າວວ່າ ຫີບທັງສອງໄດ້ຮັບຄວາມເສຍຫາຍ
ເລັກນ້ອຍ ແຕ່ວ່າຍັງ “ຕິດກັນຢູ່” ແລະຢູ່ “ໃນສະພາບດີ.”
ຄະນະສືບສວນ ຖ້ຽວບິນ 17 ຂອງ ມາເລເຊຍ
ໃນຕອນເຊົ້າວັນຈັນວານນີ້ ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ໄດ້ຮັບຮອງເອົາຢ່າງ
ເປັນເອກກະສັນ ມະຕິປະນາມ ການຍິງເຮືອບິນໂດຍສານຕົກ. ມະຕິດັ່ງກ່າວຍັງຮຽກຮ້ອງ ໃຫ້ພວກແບ່ງແຍກດິນແດນນິຍົມຣັດເຊຍ ທີ່ຄວບຄຸມບ່ອນເຮືອບິນຕົກນັ້ນ ອະນຸຍາດໃຫ້
ຄະນະສືບສວນເຂົ້າໄປຂົງເຂດດັ່ງກ່າວ ໂດຍປາດສະຈາກການຈຳກັດໃດໆ.