ນັກທ່ອງທ່ຽວອີກ 8 ຄົນ ແລະ ລູກເຮືອທັງ 5 ຄົນ ຖືກຊ່ວຍຊີວິດ ມາໄດ້ ຫຼັງຈາກເຮືອຂວ້ຳ (ວີດີໂອ)

ພວກລອດຊີວິດ ຈາກເຮືອຂວ້ຳຈົມນ້ຳເມື່ອຕອນແລງຂອງວັນເສົາ ຊຶ່ງກຳລັງມາຈາກເກາະ Lombok ແລະ ຈະໄປເກາະ Komodo ນັ້ນ ໄດ້ຮັບການພະຍາບານຢູ່ໂຮງໝໍ ໃນເມືອງ Sape ປະເທດ Indonesia, ວັນທີ 18 ສິງຫາ 2014.

ບັນດາເຈົ້າໜ້າ​ທີ່​ໃນອິນ​ໂດ​ເນ​ເຊຍ ກ່າວ​ວ່າ ​ໄດ້​ມີ​ການ​ຊ່ວຍ
​ຊີວິດ​ມາ​ໄດ້ ​ອີກ 13 ຄົນ ທີ່​ເດີນ​ທາງໄປ​ກັບ​ເຮືອ​ທ່ອງ​ທ່ຽວ
​ຂ້າມ​ຟາ​ກ ທີ່​ຈົມ​ນ້ຳ​ເມື່ອວັນເສົາ​ຜ່ານ​ມານັ້ນ.

​ເຮືອ​ລຳ​ນ້ອຍ ທີ່​ບັນຈຸ​ຜູ້​ໂດຍສານ 20 ຄົນ ​ແລະລູກ​ເຮືອ​ຊາວ​
ອິນ​ໂດ​ເນ​ເຊຍ​ອີກ 5 ຄົນ ​ໄດ້​ພິກ​ຂວ້ຳລົງ ຫຼັງຈາກ​ທີ່​ໄດ້​ຕຳ​ກັບ
​ໂຂ​ດ​ຫິນປະ​ກາ​ລັງ​ໃຕ້​ນ້ຳ ໃນ​ຂະນະ​ທີ່ເດີນທາງຢູ່ລະ​ຫວ່າງ
​ເກ​າະ Lombok ​ກັບເກາະ Komodo ທີ່​ເປັນສະຖານ​ທີ່​ນິຍົມ
ຊົມ​ຊອບ​ຂອງ​ບັນດາ​ນັກ​ທ່ອງ​ທ່ຽວ ຢູ່​ນອກ​ຝັ່ງ​ກ້ຳ​ຕາ​ເວັນ​ອອກ
​ຂອງ​ອິນ​ໂດ​ເນ​ເຊຍ. ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງ​ຊາດ 8 ຄົນ ​ແລະ
ລູກ​ເຮືອ​ທັງ​ໝົດ 5 ຄົນ ​ໄດ້​ຮັບ​ການຊ່ວຍມາ​ໄດ້​ເມື່ອ​ຕອນ​ເຊົ້າ
ຂອງ​ວັນ​ຈັນ​ມື້​ນີ້ ຫຼັງຈາກ​ທີ່ນັກ​ທ່ອງ​ທ່ຽວ​ 10 ຄົນ ​ໄດ້​ຮັບ​ການ​ຊ່ວຍ​ຊີວິດ​ໄວ້​ໄດ້ ​ໃນ​ວັນ​
ອາທິດ​ວານ​ນີ້.

ນັກ​ທ່ອງ​ທ່ຽວ​ອີກ 2 ຄົນ ຍັງ​ຊອກ​ຫາ​ບໍ່​ພົບ​ເທື່ອ.

ອຸບັດ​ເຫດ​ທາງ​ເຮືອມັກເກີດ​ຂຶ້ນຢູ່​ສະ​ເໝີ ​ໃນ​ອິນ​ໂດ​ເນ​ເຊຍ ປະ​ເທດ​ເກາະດອນ ທີ່​ປະ​ກອບ​ດ້ວຍ​ຫຼາຍພັນ​ເກາະ.

Your browser doesn’t support HTML5

INDONESIA BOAT VO