ເຈົ້າໜ້າທີ່ຂັ້ນສູງ ສຫລ ຈະຂໍຮ້ອງ ໃຫ້ປັກກິ່ງ ຢ່າສ້າງຄວາມເຄັ່ງຕຶງ ຢູ່ທະເລຈີນໃຕ້

ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ສຫລ ທ່ານນາງ Susan Rice (ຊ້າຍ) ຈັບມືກັບທ່ານ Yang Jiechi ທີ່ບ້ານພັກ Diaoyutai ໃນນະຄອນຫຼວງປັກກິ່ງ. (28 ສິງຫາ 2015)

ທີ່​ປຶກສາ​ດ້ານ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ຂອງ​ສະຫະລັດ ທ່ານ​ນາງ Susan Rice ຈະ​ເດີນ ທາງ​ໄປ​ປັກ​ກິ່ງ​ແລະ​ຊຽງ​ໄຮ້ ​ໃນ​ອາທິດ​ໜ້ານີ້ ກ່ອນ​ໜ້າ​ກອງ​ປ​ະຊຸມ​ຂອງກຸ່ມ G-20 ທີ່​ປະ​ເທດ​ຈີນ ​ໃນ​ເດືອນ​ກັນຍາ​ ອີງ​ຕາມ​ຖະ​ແຫຼງຂ່າວ​ຂອງ​ທຳນຽບຂາວ​ທີ່​ນຳ​ອອກ​ເຜີຍ​ແຜ່​ໃນ​ວັນ​ສຸກ​ວານ​ນີ້.

ທີ່​ນະຄອນຫລວງປັກ​ກິ່ງ ທ່ານ​ນາງ Rice ມີ​ໝາຍ​ກຳນົດ​ທີ່​ຈະ​ພົບ​ປະ​ກັບ​ພວກ​ເຈົ້າໜ້າ​ທີ່​ອະ​ວຸ​ໂສ ຮວມທັງທ່ານ Yang Jiechi ຫົວໜ້າ​ສະພາ​ທີ່​ປຶກສາ​ຂອງລັດ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ບັນຫາ​ສອງຝ່າຍ ບັນຫາ​ພູມີພາກແລະ​ບັນຫາ​ຂອງໂລກກ່ອນ​ໜ້າການ​ເດີນທາງ​ໄປ​ຢ້ຽມຢາມ​ຈີນ ຂອງ​ປະທານາທິບໍດີ​ບາຣັກ ​ໂອບາ​ມາ ​ໃນ​ເດືອນ​ກັນຍາ ​ເພື່ອ​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ ​ຂອ​ງກຸ່ມຈີ 20 ຫຼື 20 ປະ​ເທດ​ທີ່​ມີ​ເສດຖະກິດ​ຈະ​ເລີ​ນທາງ​ດ້ານ​ອຸດ ສາຫະກຳ ອີງ​ຕາມ​ຖະ​ແຫຼງຂ່າວຂອງ​ທຳນຽບຂາວ.

ທີ່​ນະຄອນ​ຊຽງ​ໄຮ້ ທ່ານ​ນາງ Rice ຈະ​ພົບ​ປະ​ກັບບັນດາ​ຜູ້​ບໍລິຫານ​ທຸລະກິດ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ເງື່ອນ​ໄຂ​ສຳລັບ​ການ​ເຮັດ​ທຸລະ​ກິດ​ຢູ່​ຈີນ ​ແລະພົບ​ປະກັບ​ປະຊາຊົນ​ທຳ​ມະ​ ດາ​ສາມັນ​ຂອງ​ຈີນ.

ຖະ​ແຫຼງຂ່າວ​ກ່າວ​ຕື່ມ​ວ່າ ທ່ານ​ນາງ Rice ​ໄດ້​ກ່າວ​ເນັ້ນ​ເຖິງ​ຄວາມ​ໝັ້ນໝາຍ​ຂອງ​ສະຫະ ລັດທີ່​ຈະ​ຂະຫຍາຍການ​ຮ່ວມ​ມື​ໃນ​ພາກ​ໂຕ​ຈິງ​ແລະ​ການ​ຄຸ້ມ​ຄອງ​ຄວາມ​ເຫັນ​ທີ່​ແຕກ​ຕ່າງ​ແບບ​ສ້າງສັນ​ກັບ​ຈີນ.

ການ​ເດີນທາງ​ໄປ​ຢ້ຽມຢາມ​ຂອງ​ທ່ານ​ນາງ Rice ​ແຕ່​ວັນ​ທີ 24 ຫາ 27 ກໍລະກົດນີ້ ​ແມ່ນ​ການ​ຢ້ຽມຢາມ​ໃນ​ລະດັບ​ສູງ​ສຸດ​ຂອງ​ສະຫະລັດ​ຕໍ່​ຈີນ ນັບ​ຕັ້ງ​ແຕ່​ສານສະຫະ​ປະຊາ​ຊາດ ​ໄດ້​ຕັດສິນ​ປະຕິ​ເສດ​ການ​ອ້າງ​ກຳມະສິດ​ເອົາ​ເຂດ​ນ່ານນ້ຳຍຸດ​ທະ​ສາດ​ໃນ​ທະ​ເລ​ຈີນ​ໃຕ້.

ການ​ເດີນທາງ​ໄປ​ຢ້ຽມຢາມ​ຂອງ​ທ່ານ​ນາງ Rice ບັງ​ເອີນ ​ມີ​ຂຶ້ນ​ພ້ອມໆ​ກັນ​ກັບ​ການ​ເດີນ ທາງ​ໄປ​ຢ້ຽມຢາມ ສປປ ລາວ ​ແລະ​ຟີ​ລິບ​ປິນ ຂອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະ ລັດ ທ່ານ John Kerry ບ່ອນ​ທີ່​ຄາດ​ກັນ​ວ່າ ທ່ານ​ຈະ​ພະຍາ​ຍາມ​ໃຫ້ການ​ຄ້ຳປະກັນ​ແກ່​ບັນດາ​ປະ​ເທດ​ພາຄີ​ໃນ​ເຂ​ດ​ເອ​ເຊຍ​ຕາ​ເວັນ​ອອກ ສຽງ​ໃຕ້​ກ່ຽວ​ກັບ​ຄວາມ​ໝັ້ນໝາຍ​ຂອງ​ ວໍຊິງ​ຕັນທີ່​ມີ​ຕໍ່​ຂົງ​ເຂດ​ດັ່ງ​ກ່າວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ