ກຸ່ມສະໜັບສະໜູນປືນທີ່ສຳຄັນຂອງສະຫະລັດ ຄືສະມາຄົມປືນແຫ່ງຊາດ ຫລື NRA ໄດ້ ປະກາດໃຫ້ການສະໜັບສະໜູນທ່ານ Donald Trump ຜູ້ສະໝັກຂອງພັກຣີພັບບລິກັນ ເພື່ອເປັນປະທານາທິບໍດີ ແລະທ່ານໄດ້ຕອບໂດຍກ່າວວ່າ ທ່ານຈະບໍ່ປ່ອຍໃຫ້ສະມາຊິກ ສະມາຄົມປືນແຫ່ງຊາດ ຜິດຫວັງ.
ທ່ານ Trump ໄດ້ກ່າວຕໍ່ກອງປະຊຸມຂອງອົງການ NRA ທີ່ເມືອງ Louisville ລັດ Ken- tucky ໃນວັນສຸກວານນີ້ວ່າ ການປະກາດສະໜັບສະໜູນນີ້ແມ່ນເປັນ “ກຽດອັນສູງສົ່ງ.”
ອົງການ NRA ແມ່ນຄັດຄ້່ານຕໍ່ມາດຕະການຕ່າງໆທີ່ແນ່ໃສ່ເພື່ອຈຳກັດຮັດແຄບຕໍ່ການ ເປັນເຈົ້າຂອງປືນແລະຖືວ່າເປັນນຶ່ງໃນບັນດາກຸ່ມວິ່ງເຕັ້ນທີ່ມີອິດທິພົນທີ່ສຸດຢູ່ໃນສະຫະ ລັດ. ທ່ານ Trump ໄດ້ເນັ້ນໜັກຄຳຖະແຫຼງຂອງທ່ານ ສ່ວນໃຫຍ່ໃສ່ຜູ້ນຳໜ້າພັກເດໂມ ແຄຣັດທ່ານນາງ Hillary Clinton ໂດຍກ່າວອ້າງວ່າ ທ່ານນາງຕ້ອງການຢາກລົບລ້າງ ບົດເພີ້ມເຕີມຂໍ້ທີສອງຂອງລັດຖະທຳມະນູນ ສະຫະລັດທີ່ໃຫ້ສິດທິປະຊາຊົນມີສິດຖືອາ ວຸດໄດ້. ທ່ານ Trump ກ່າວວ່າ ຂໍ້ສະເໜີຂອງທ່ານນາງ Clinton ທີ່ຢາກໃຫ້ເພີ້ມ ການຈຳກັດຮັດແຄບຕໍ່ອາວຸດປືນຈະປ່ອຍໃຫ້ປະຊາຊົນທີ່ນັບຖືກົດໝາຍຕົກຢູ່ໃນອັນຕະລາຍ ຂອງພວກຄົນຮ້າຍ.

ບັນດາຜູ້ສະໜັບສະໜູນ ຜູ້ສະໝັກປະທານາທິບໍດີ ພັກເດໂມແຄຣັດ ທ່ານນາງ Hillary Clinton ແລະຜູ້ສະໝັກປະທານາທິບໍດີ ພັກຣີພັບບລິກັນ ທ່ານ Donald Trump.
ທ່ານນາງ Clinton ໄດ້ກ່າວວ່າ ທ່ານນາງສະໜັບສະໜູນບົດເພີ້ມເຕີມຂໍ້ທີສອງແຕ່ກ່າວ ວ່າ ຕ້ອງໄດ້ມີການເອົາມາດຕະການ ທາງດ້ານຄວາມປອດໄພເພີ້ມຕື່ມ ເພື່ອປ້ອງກັນບໍ່ ໃຫ້ປືນ ຕົກຢູ່ໃນກຳມືຜູ້ກະທຳຜິດ ຮວມທັງຂະຫຍາຍການສືບສວນ ເບິ່ງປະຫວັດເບື້ອງ ຫລັງແລະຫ້າມການຂາຍອາວຸດທີ່ໃຊ້ສຳລັບສົງຄາມ.
ທ່ານ Trump ມັກກ່າວຢູ່່ໃນຄຳປາໄສຂອງທ່ານວ່າ ທ່ານມີໃບອະນຸຍາດໃຫ້ຖືອາວຸດໄດ້ ແລະຮຽກຮ້ອງໃຫ້ມີນະໂຍບາຍທີ່ຈະເຮັດໃຫ້ງ່າຍຂຶ້ນສຳລັບປະຊາຊົນຜູ້ທີ່ນັບຖືກົດໝາຍ ໃຫ້ຖືປືນໄດ້.
ອ່ານຂ່າວນີ້ເພິ້ມເປັນພາສາອັງກິດ
Your browser doesn’t support HTML5
US Presidential Politics