ຜູ້ບັນຊາການກຳລັງສະຫະລັດໃນອັຟການິສຖານ ນາຍພົນ John Nicholson ກ່າວຕໍ່ຄະນະກຳມະການກອງທັບວ່າ ທ່ານເຊື່ອວ່າ ກຳລັງອັຟການິສຖານທີ່ໄດ້ຮັບການໜຸນຫລັງ ຈາກສະຫະ ລັດ ພວມຕົກຢູ່ໃນ “ສະພາບບໍ່ໄປບໍ່ມາ” ໃນສົງ ຄາມທີ່ດຳເນີນມາເປັນເວລາ 15 ປີ. ທ່ານກ່າວວ່າ ເພື່ອທັບມ້າງສະພາບການ ດັ່ງກ່າວ ທ່ານຕ້ອງການທະຫານຕື່ມອີກ “ສອງສາມພັນຄົນ” ເພື່ອເພີ້ມໃສ່ກຳລັງ ທະຫານສະຫະລັດ 8,400 ຄົນຢູ່ໃນອັຟການິສຖານເວລານີ້.
ນາຍພົນ Nicholson ໄດ້ຖືກຊັກຖາມໂດຍບັນດາສະມາຊິກສະພາສູງ ໃນວັນພະຫັດວານນີ້ ກ່ຽວກັບແຜນການຂອງລັດຖະບານທ່ານທຣຳ ເພື່ອຮັບມືກັບສົງ ຄາມທີ່ແກ່ຍາວມາເປັນເວລາດົນນານຢູ່ອັຟການິສຖານ.
Your browser doesn’t support HTML5
Nicholson: 'Stalemate' in Afghanistan Requires 'Offensive Capability'
ນາຍພົນ Nicholson ກ່າວວ່າ ຄວາມສາມາດໃນການບຸກໂຈມຕີ ແມ່ນກະແຈ ສຳຄັນເພື່ອທັບມ້າງສະພາບການບໍ່ໄປບໍ່ມາ ແລະໃນຂະນະທີ່ກຳລັງທະຫານສະ ຫະລັດທີ່ຖືກສົ່ງໄປເພີ້ມນັ້ນ ຈະພົວພັນກັບການຝຶກແອບ ໃຫ້ຄຳແນະນຳ ແລະ ໃຫ້ການຊ່ວຍເຫລືອຕ່າງໆ ກຳລັງພິເສດ ແລະກຳລັງທັບອາກາດຂອງອັຟການິສຖານ ຈະມີ “ຄວາມສຳຄັນເປັນຢ່າງຍິ່ງ” ຕໍ່ຄວາມສຳເລັດ.
ອີງຕາມນາຍພົນ Nicholson ແລ້ວ ກຳລັງອັຟການິສຖານ ໄດ້ປະຕິບັດງານຢ່າງເປັນອິດສະຫຼະ 80 ເປີເຊັນໃນປີກາຍນີ້ ເຖິງແມ່ນວ່າພວກເຂົາເຈົ້າໄດ້ປະເຊີນກັບການບາດເຈັບລົ້ມຕາຍສູງກວ່າໃນປີກ່ອນໆ.
Your browser doesn’t support HTML5
US Commander in Afghanistan: 'Few Thousand' More International Troops Needed
ມີທະຫານອັຟການິສຖານເສຍຊີວິດຫຼາຍກວ່າ 6,700 ຄົນໃນປີກາຍມາຈົນຮອດ ວັນທີ 12 ພະຈິກ ອີງຕາມລາຍງານທີ່ພິມເຜີຍແຜ່ໃນທຸກໆສາມເດືອນ ໂດຍຄະ ນະກວດກາພິເສດໃນການບູລະນະສ້າງສາອັຟການິສຖານ. ນັ້ນແມ່ນສູງກວ່າຈຳ ນວນທະຫານ 6,600 ຄົນ ທີ່ເສຍຊີວິດໃນປີ 2015.