ເຈົ້າໜ້າທີ່ລະດັບສູງຂອງຈີນ ແລະ ເຈົ້າໜ້າທີ່ທາງດ້ານການຄ້າ ແລະທຸລະກິດຂອງສະຫະລັດ ພົບປະກັນໃນວັນພະຫັດມື້ນີ້ຢູ່ນະຄອນຫຼວງວໍຊິງຕັນ, ເຊິ່ງເປັນການສົນທະນາຫາລືໂດຍກົງ ທີ່ບໍ່ຄ່ອຍເກີດຂຶ້ນ ລະຫວ່າງຜູ້ນໍາຂອງທັງສອງປະ ເທດທີ່ມີລະບົບເສດຖະກິດໃຫຍ່ທີ່ສຸດໃນໂລກ.
ກະຊວງການຄ້າຂອງສະຫະລັດກ່າວຢູ່ໃນຖະແຫຼງການເມື່ອວັນພະຫັດນີ້ວ່າ ລັດ ຖະມົນຕີກະຊວງການຄ້າຂອງຈີນ ທ່ານຫວັງ ເຫວິນຕາວ (Wang Wentao) ແລະທ່ານນາງຈີນາ ໄຣມອນ (Gina Rimond) ລັດຖະມົນຕີກະຊວງການຄ້າ
ສະຫະລັດ “ໄດ້ສົນທະນາຫາລືທີ່ມີຄວາມໝາຍສໍາຄັນ ແລະກົງໄປກົງມາ ກ່ຽວກັບບັນຫາຕ່າງໆທີ່ພົວພັນເຖິງຄວາມສໍາພັນທາງດ້ານການຄ້າລະຫວ່າງ ສະຫະ ລັດ ແລະ ຈີນ.”
ແຟ້ມຮູບ-ລັດຖະມົນຕີກະຊວງການຄ້າ ທ່ານນາງຈີນາ ໄຣມອນໂດ ກ່າວປາໄສໃນລະຫວ່າງການພິຈາລະນາ ການຈັດສັນງົບປະມານຂອງລັດຖະສະພາ ກ່ຽວກັບການຮ້ອງຂໍງົບປະມານຂອງປະທານາທິບໍດີ ສໍາລັບງົບປະມານປະຈໍາປີ 2024, ຢູ່ຫໍລັດຖະສະພາ ໃນນະຄອນຫຼວງວໍຊິງຕັນ, ວັນທີ 16 ພຶດສະພາ 2023.
ການພົບປະໃນວັນພະຫັດມື້ນີ້, ກະຊວງການຄ້າເປີດເຜີຍວ່າ “ເປັນສ່ວນນຶ່ງຂອງຄວາມພະຍາຍາມທີ່ດຳເນີນມາເປັນລຳດັບ ເພື່ອເປີດຊ່ອງທາງຂອງການຕິດຕໍ່ສື່ສານ ແລະຄຸ້ມຄອງຄວາມຮັບຜິດຊອບຮ່ວມກັນ” ໃນສາຍພົວພັນຂອງສະຫະ ລັດ ແລະ ຈີນ.
ໃນຂະນະທີ່ປະທານາທິບໍດີຂອງສະຫະລັດ ທ່ານໂຈ ໄບເດັນ ພົບປະກັບຜູ້ນໍາຂອງຈີນ ທ່ານສີ ຈິ້ນຜິງ ທີ່ບາຫຼີ ເມື່ອເດືອນພະຈິກປີກາຍ, ການຫາລືກ່ຽວກັບການຄ້າ ຢູ່ນະຄອນຫຼວງວໍຊິງຕັນ ໃນວັນພະຫັດມື້ນີ້ ແມ່ນການປະຊຸມລະດັບລັດຖະມົນຕີຄັ້ງທໍາອິດໃນນະຄອນຫຼວງຂອງສະຫະລັດ ລະຫວ່າງເຈົ້າໜ້າທີ່ອາເມຣິກັນ ແລະເຈົ້າໜ້າທີ່ ຈີນ ໃນຊ່ວງເວລາຂອງລັດຖະບານ ທ່ານໄບເດັນ.