ນັກການທູດຂອງ ສຫລ ແລະຈີນ ປະທະກັນ ຢ່າງເປີດແປນ ໃນການພົບປະເທື່ອທໍາອິດ ພາຍໃຕ້ປະທານາທິບໍດີໄບເດັນ

ທ່ານ Antony Blinken (ທີສອງຂ້າງຂວາ), ລັດຖະມົນຕີການຕ່າງປະເທດ ສຫລ ແລະທ່ານ Wang Yi (ຊ້າຍ), ຜູ້ນໍາພາຄະນະເຈລະຈາມາພົບປະເຈລະຈາທີ່ນະຄອນ Anchorage, ລັດອາລັສກາ ຂອງສະຫະລັດ, ວັນທີ 18 ມີນາ, 2021

ການເຈລະຈາລະດັບສູງຂອງສະຫະລັດກັບຈີນຄັ້ງທຳອິດຂອງລັດຖະບານທ່ານໄບເດັນໄດ້ເລີ້ມຕົ້ນຂຶ້ນດ້ວຍຄວາມຮ້ອນແຮງໃນວັນພະຫັດວານນີ້, ເຊິ່ງທັງສອງຝ່າຍຕ່າງກໍໄດ້ຕຳນິຢ່າງໜັກ ຕໍ່ນະໂຍບາຍຕ່າງໆຂອງກັນ ແລະກັນ ຢູ່ໃນການສະແດງອອກແບບບໍ່ຄ່ອຍມີ ທີ່ໄດ້ເນັ້ນໃຫ້ເຫັນເຖິງລະດັບຄວາມເຄັ່ງຕຶງຂອງການພົວພັນສອງຝ່າຍ, ອີງຕາມອົງການຂ່າວນຣອຍເຕີສ໌..

ການດຳເນີນກອງປະຊຸມທີ່ນະຄອນແອນເຄິເຣກຈ໌ (Anchorage), ລັດອາລັສກາ ຫລັງຈາກເຈົ້າໜ້າທີ່ຂອງສະຫະລັດໄປຢ້ຽມຢາມປະເທດພັນທະມິດຍີ່ປຸ່ນ ແລະເກົາຫຼີໃຕ້ແລ້ວ ນັ້ນໄດ້ຊີ້ໃຫ້ເຫັນການເຄື່ອນໄຫວຢ່າງສຽບຂາດຂອງວໍຊິງຕັນທີ່ສະແດງໃຫ້ເຫັນວ່າຕົນກຳລັງຍຶດໝັ້ນຢູ່ໃນທ່າທີທີ່ເຄັ່ງຂຶມ, ແລະເວົ້າແບບກົງໆ ເລີຍກັບປັກກິ່ງ.

"ພວກເຮົາ ... ຈະສົນທະນາກັນກ່ຽວກັບຄວາມກັງວົນຢ່າງເລິກເຊິ່ງຂອງພວກເຮົາກ່ຽວກັບການກະທຳຕ່າງໆຂອງຈີນ, ເຊິ່ງລວມທັງຢູ່ໃນເຂດຊິນຈຽງ, ຮົງກົງ, ໄຕ້ຫວັນ, ການໂຈມຕີທາງອິນເຕີແນັດຢູ່ໃນສະຫະລັດ, ການບັງຄັບທາງເສດຖະກິດຕໍ່ພັນທະມິດຂອງພວກເຮົາ,” ນັ້ນຄືຄໍາເວົ້າຂອງທ່ານແອນໂທນີ ບລິງເຄັນ, ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດທີ່ກ່າວຕໍ່ຄູ່ຮ່ວມຕໍາ ແໜ່ງຝ່າຍຈີນຂອງທ່ານ ຊຶ່ງເປັນການເວົ້າກັນໄປກັນມາຢ່າງຍືດຍາວທີ່ບໍ່ຄ່ອຍມີທີ່ສຸດຢູ່ຕໍ່ຫນ້າກ້ອງຖ່າຍຂອງນັກຂ່າວ.

ທ່ານກ່າວວ່າ "ການກະທຳແຕ່ລະຢ່າງໃນນີ້ ແມ່ນເປັນໄພຂົ່ມຂູ່ຕໍ່ຄວາມເປັນລະ ບຽບທີ່ອີງໃສ່ກົດຕ່າງໆເພື່ອຮັກສາສະຖຽນລະພາບຂອງໂລກໄວ້".

ຄະນະລັດຖະບານຂອງທ່ານໄບເດັນ ໄດ້ເຮັດໃຫ້ເຫັນຢ່າງຈະແຈ້ງວ່າ ລັດຖະ ບານນີ້ ກຳລັງຊອກຫາວິທີປ່ຽນແປງພຶດຕິກຳຂອງຈີນ ທີ່ໄດ້ສະແດງຄວາມຫວັງອອກມາວ່າ ຈະມີການຟື້ນຟູສາຍພົວພັນທີ່ນັບມື້ນັບຊຸດໂຊມລົງພາຍໃຕ້ອະດີດປະທານາທິບໍດີດໍໂນລ ທຣໍານັ້ນຄືນໃໝ່.

ທ່ານຢາງ ເຈຍຈີ (Yang Jiechi), ຫົວໜ້ານັກການທູດຂອງຈີນ ໄດ້ຕອບກັບຢູ່ໃນການກ່າວເປັນພາສາຈີນໃນ 15 ນາທີ ໃນຂະນະທີ່ຝ່າຍສະຫະລັດກຳລັງລໍຖ້າການແປຢູ່ນັ້ນ ໂດຍກ່າວອອກມາຢ່າງແຮງ ກ່ຽວກັບສິ່ງທີ່ທ່ານເວົ້າວ່າປະ ຊາທິປະໄຕຂອງສະຫະລັດກຳລັງປະສົບກັບຄວາມຫຍຸ້ງຍາກ, ການປະຕິບັດທີ່ ບໍ່ດີຕໍ່ຊົນຊາດຊົນເຜົ່າສ່ວນນ້ອຍ, ແລະຕໍານິນະໂຍບາຍການຕ່າງປະເທດແລະການຄ້າຂອງສະຫະລັດ.

ທ່ານຢາງກ່າວວ່າ "ສະຫະລັດໃຊ້ກຳລັງທະຫານ ແລະຄວາມມີອິດທິພົນດ້ານການເງິນຂອງຕົນ ເພື່ອປະຕິບັດການຍື່ນເຂດອໍານາດຂອງຕົນອອກໄປໄກໆ ແລະໜີບຮັດປະເທດອື່ນ".

ທ່ານກ່າວຕື່ມອີກວ່າ: "ປະເທດນີ້ສວຍໃຊ້ອັນທີ່ເອີ້ນວ່າ ແນວຄິດດ້ານຄວາມໝັ້ນຄົງແຫ່ງຊາດແບບຜິດໆ ເພື່ອຂັດຂວາງການແລກປ່ຽນການຄ້າທີ່ປົກກະຕິ, ແລະຊັກຊວນໃຫ້ບາງປະເທດໂຈມຕີຈີນ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ