ຜູ້ບັນຊາການທະຫານ ຂັ້ນສູງ ຖືກມອງເຫັນວ່າ ຈະໄປຮັບໜ້າທີ່ເປັນເອກ​ອັກຄະ​ລັດຖະທູດ​ສະຫະລັດ ປະຈຳ​​ອອສ​ເຕຣ​ເລຍ ຄົນ​ຕໍ່​ໄປ

ຜູ້​ບັນຊາ​ການທະຫານ​ຂອງ​ສະຫະລັດ ເຂດມະຫາ​ສະໝຸດ​ປາຊິ​ຟິກ ທ່ານນາຍພົນ Harry Harris, ໃຫ້ການຕໍ່ໜ້າຄະນະກຳມາ ທິການຄັງອາວຸດ ເລື່ອງ "ການກຳກັບ ເລື່ອງອາວຸດ ໃນຂົງເຂດ ອິນໂດ-ເອເຊຍ-ປາຊິຟິກ" ທີ່ລັດຖະສະພາ ໃນວໍຊີງຕັນ, 26 ເມສາ, 2017.

ເບິ່ງ​ຄື​ວ່າ ປະທານາທິບໍດີ​ສະຫະລັດ ທ່ານ​ດໍໂນລ ທຣຳ ​ ຈະຫາ​ທາງ​ສັບປ່ຽນາຍທະຫານ
​ລະດັບ​ອະ​ວຸ​ໂສໃນລັດຖະບານ​ຂອງ​ເພິ່ນ ອິງ​ຕາມ​ລາຍ​ງານ ທີ່​ໄດ້​ນຳ​ເຜີຍ​ແຜ່ ​ໃນ​ວັນ​ພຸດ
​ວານ​ນີ້.

ການເອີ່ຍຊື່ ​ເຈົ້າໜ້າ​ທີ່ 3 ທ່ານ ທີ່​ບໍ່​ໄດ້​ລະບຸ​ຊື່ໃຫ້ຊາບນັ້ນ ​ໜັງສືພິມ Washington
Post
​ໄດ້​ເວົ້າວ່າ ນາຍ​ພົນ​ Harry Harris ຜູ້​ບັນຊາ​ການ ທະຫານ​ຂອງ​ສະຫະລັດ
ເຂດມະຫາ​ສະໝຸດ​ປາຊິ​ຟິກ ​ແມ່ນ​ຄາດວ່າ ຈະ​ຖືກແຕ່ງ​ຕັ້ງ​ໃຫ້​ໄປເປັນ​ເອກ​ອັກຄະ​ລັດ
ຖະທູດ​ສະຫະລັດ ປະຈຳ​ປະ​ເທດ​ອອສ​ເຕຣ​ເລຍ ຄົນ​ຕໍ່​ໄປ.

ທ່ານນາຍພົນ Harry Harris, ຜູ້ບັນຊາການທະຫານຂອງສະຫະລັດ ເຂດມະຫາສະໝຸດປາຊິຟິກ, ຄຳນັບໃນ Talisman Saber 2017, ໃນການຝຶກຊ້ອມທາງທພຫານ ລະຫວ່າງສະຫະລັດ ກັບອອສເຕຣເລຍ, 29 ພຶດສະພາ, 2017.

ການສະ​ເໜີ​ຊື່​ຂອງຜູ້​ບັນຊາ​ການທະຫານ​ຂອງ​ສະຫະລັດ ເຂດມະຫາ​ສະໝຸດ​ປາຊິ​ຟິກ
​ໃຫ້​ເປັນ​ເອກ​ອັກຄະ​ລັດຖະທູດ ​ໃນ​ນະຄອນ Canberra ນັ້ນ​ໜາຍ​ຄວາມ​ວ່າຈະເປັນ
ຕຳແ​ໜ່ງໜ້າ​ທີ່​ໃນລັດຖະບານ​ຂອງທຣຳ ​ທີ່​ມາ​ຈາກ​ກອງທັບ ທີ່​ມີ​ຕຳ​ແໜ່​ງສູງ​ສຸດ ທີ່​ຮູ້​ກັນ
ໃນ​ຂັ້ນນາຍ​ພົນ ​ພວກນາຍ​ພົນທີ່ຍັງຢູ່ໃນໜ້າທີ່ ຫຼື​ກະສຽນ​ແລ້ວ​ ທີ່​ພວມຮັບ​ໃຊ້ທ່ານ
ປະທານາທິບໍດີ ກໍມີ ​ເຊັ່ນລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ​ທີ່​ປຶກສາ​ດ້ານຄວາມ​ປອດ​ໄພ​
ແຫ່ງ​ຊາດ ​ແລະ​ຫົວໜ້າທີ່ປຶກສາ​ປະຈຳ​ທຳນຽບຂາວ.

ຍັງ​ບໍ່​ທັນ​ມີ​ການ​ຕັດສິນ​ໃດໆ​ເທື່ອ ດ່ັງທີ່ໜັງ​ສື​ພິມ The Post ​ໄດ້​ເວົ້າໄວ້ ​ແຕ່​ວ່າ ​
ເຈົ້າ​ໜ້າ​ທີ່​ອອສ​ເຕຣ​ເລຍ ​ໄດ້ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ຍິນ​ດີ ​ທີ່​ຈະ​ເຫັນ​ທ່ານ Harris
ໄປປະຈຳການ​ທີ່ນະຄອນ Canberra ​ໃນ​ຖານະເອກ​ອັກຄະ​ລັດຖະທູດ​ສະຫະລັດ.

ລັດຖະມົນຕີ​ການ​ຕ່າງ​ປະ​ເທດ ທ່ານນາງ Julie Bishop ກ່າວ​ວ່າ ທ່ານ Harris
ແມ່ນ​ມີ​ຄວາມ​ສາມາດ​ສູງ ​ແລະໝັ້ນ​ໃຈ ຜູ້​ຊຶ່ງ​ຮູ້ຈັກອອສ​ເຕຣ​ເລຍ ​ເປັນ​ຢ່າງ​ດີ.
ທ່ານນາງ Bishop ຍັງ​ໄດ້​ກ່າວ​ອີກ​ຕື່ມ​ວ່າ ການ​ພົວພັນ​ຂອງ​ທ່ານ​ນາງ​ກັບ​ທ່ານ
Harris ແມ່ນ​ຕອນທີ່ຢູ່ Sydney ​ໃນ​ຂະນະ​ທີ່​ທັງ​ສອງ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສອງ​ຝ່າຍ ​
ເພື່ອປຶກສາ​ຫາລື​ກັນ​ ​ໃນ​ເດືອ​ນມິຖຸນາ​ຜ່ານ​ມາ​.

ທ່ານ Harris ໄດ້​ເປັນຜູ້​ບັນຊາ​ການ ​ໃນ​ກອງ​ທັບ​ສະຫະລັດ ​ເຂດ​ມະຫາ​ສະໝຸດ​ປາຊິ​ຟິກ ​
ຫຼື USPACOM ນັບ​ຕັ້ງ​ແຕ່ເດືອນ​ພຶດສະພາ ປີ 2015 ​ເປັນ​ຕົ້ນ​ມາ. ສຳນັກງານ​ໃຫຍ່
ທີ່​ເກາະ Hawaii ຊຶ່ງ​ເປັນ 1 ​ໃນ 6 ກອງ​ບັນຊາ​ການ ທີ່​ເຕົ້າ​ໂຮມ​ກັນ ​ແລະ​ຮັບຜິດຊອບ
ບັນດາ​ສະມາຊິກ​ກອງທັບ​ສະຫະລັດ ທຸກ​ເຫຼົ່າ​ທັບ ຈາກ​ຝັ່ງ​ຕາ​ເວັນ​ຕົກ​ຂອງ​ສະຫະລັດ
​ເຖິງ​ອິນ​ເດຍ ​ແລະ​ຈາກຂົ້ວ​ໂລກ​ເໜືອ​ຈົນ​ເຖິງ​ຂົ້ວ​ໂລກ​ໃຕ້ ປະມານ​ເຄິ່ງນຶ່ງ​ຂອງ​ຜືນໂລກ
ທີ່​ຮວມທັງ 36 ປະ​ເທດ ​ເກືອບ​ວ່າ​ເຄິ່ງ​ໂລກ ກໍ​ວ່າ​ໄດ້.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ