ນາຍົກລັດຖະມົນຕີ Belgium ທ່ານ Charles Michel ຮ້ອງ
ການຈັບກຸມຜູ້ຕ້ອງສົງໄສຄົນສຳຄັນ ໃນວັນສຸກວານນີ້ ທີ່ໄດ້
ທຳການໂຈມຕີກໍ່ການຮ້າຍ ໃນວັນທີ 13 ພະຈິກຜ່ານມາ ຢູ່
ນະຄອນຫລວງ Paris ວ່າ “ເປັນຜົນອັນສຳຄັນຂອງການຕໍ່
ສູ້ເພື່ອປະຊາທິປະໄຕ.”
ທ່ານ Michel ພ້ອມດ້ວຍ ປະທານາທິບໍດີຝຣັ່ງ ທ່ານ Fran-
cois Hollande ກ່າວຕໍ່ບັນດານັກຂ່າວ ໃນນະຄອນ Brussels
ໃນວັນສຸກວານນີ້ ຫລັງຈາກໄດ້ຈັບກຸມທ້າວ Salah Abdeslam
ໃນຄຸ້ມ Molenbeek ຂອງນະຄອນຫລວງ Brussels. ທ່ານ
Hollande ໄດ້ເດີນທາງໄປ ນະຄອນ Brussels ເພື່ອເຂົ້າ ຮ່ວມ
ປະຊຸມກັບບັນດາຜູ້ນຳສະຫະພາບຢູໂຣບ.
Your browser doesn’t support HTML5
White House Spokesman Josh Earnest
ບັນດາເຈົ້າໜ້າທີ່ກ່າວວ່າ ທ້າວ Abdeslam ໄດ້ຮັບບາດເຈັບຢູ່ຂາ ແລະໄດ້ເຂົ້າໂຮງໝໍ
ເປັນທີ່ຄາດກັນວ່າ ລາວຈະຖືກສົ່ງໄປຝຣັ່ງໃນບໍ່ເທົ່າໃດມື້ຂ້າງໜ້ານີ້.
ລັດຖະມົນຕີຄົນເຂົ້າເມືອງຂອງ Belgium ທ່ານ Theo Francken ໄດ້ໃຫ້ ການຢືນຢັນ
ກ່ຽວກັບການຈັບກຸມ ຜ່ານທາງ Tweeter ທີ່ກ່າວວ່າ “ພວກເຮົາໄດ້ໂຕລາວແລ້ວ.”
ລາຍງານທີ່ອອກອາກາດທາງໂທລະພາບ Belgium ໄດ້ສະແດງໃຫ້ເຫັນຕຳ ຫລວດດຶງ
ເອົາຜູ້ຊາຍຄົນໜຶ່ງໃນຊຸດຂາວ ເຂົ້າໄປໃນລົດຕຳຫລວດ. ໂຄສົກລັດຖະບານຄົນໜຶ່ງກ່າວ
ວ່າ ຜູ້ຊາຍອີກຄົນໜຶ່ງ ທີ່ລະບຸວ່າເປັນ ທ້າວ Monir Ahmed Alaaj ທີ່ມີຊື້ຫລີ້ນວ່າ
Amine Choukri ໄດ້ຮັບບາດເຈັບເຊັ່ນດຽວກັນໃນລະຫວ່າງການຍິງຕໍ່ສູ້ກັນ ແລະໄດ້
ເຂົ້າໂຮງໝໍ.
ຣູບພາບປະສົມກັນຫລາຍຄົນ ທີ່ເຫັນຜູ້ຕ້ອງສົງໄສ ທ້າວ Abdelhamid Abaaoud.
ບັນດາເຈົ້າໜ້າທີ Belgium ໄດ້ພົບເຫັນລາຍມືຜູ້ລົບໜີ ຢູ່ໃນຫໍພັກຫລັງນຶ່ງທີ່ໄດ້ຖືກບຸກ
ເຂົ້າ ໄປໃນຕົ້ນອາທິດນີ້ ຢູ່ໃນອີກຄຸ້ມໜຶ່ງຂອງນະຄອນຫຼວງ Brussels.
Your browser doesn’t support HTML5
Paris Attacks