ຫົວໜ້າ ເຈລະຈາ ດ້ານນິວເຄລຍ ເກົາຫຼີເໜືອ ເດີນທາງໄປ ກຸງປັກກິ່ງ (ວີດີໂອ)

ທ່ານ Kim Kye Gwan (ຂວາ) ຮອງລັດຖະມົນຕີ ການຕ່າງປະເທດ ເກົາຫຼີເໜືອ ພວມໂບກມື ຂະນະທີ່ເດີນທາງໄປຮອດ ກຸງປັກກິ່ງ (18 ມິຖຸນາ 2012)

ໜ້າເຈ​ລະ​ຈາດ້ານນິວ​ເຄລຍ ​ຂອງ​ເກົາຫລີ​ເໜືອ ກໍາລັງ​ຢູ່ທີ່​ກຸງ​
ປັກ​ກິ່ງ ​ເພື່ອເຈລະຈາ​ກັບບັນ​ດາ​ເຈົ້າ​ໜ້າທີ່​ຈີນຊຶ່ງ​ເປັນ​ການ
ເຄື່ອນ​ໄຫວ​ຫຼ້າສຸດທາງ​ດ້ານ​ການ ທູດ​ ທີ່​ພົວພັນ​ກັບພຽງຢາງ
​ ລຸນ​ຫຼັງທີ່​ໄດ້​ເກີດ​ຄວາມ​ເຄັ່ງ​ຕຶງ ເປັນ​ເວລາ​ຫລາຍໆ​ເດືອນ.

​ທ່ານ Kim Kye Gwan ຮອງ​ລັດຖະມົນ​ຕີ​ຕ່າງປະ​ເທດ ​ຄົນ
ທີນຶ່ງ​ຂອງ​ເກົາຫຼີ ​ເໜືອ ຄາດ​ວ່າ ​ຈະເຈລະຈາ​ກັບຄູ່​ຕໍາ​ແໜ່ງຝ່າຍ
ຈີນ ​ໃນ​ວັນ​ພຸດ​ມື້​ອື່ນ​ນີ້. ປັກ​ກິ່ງ ກ່າວ​ວ່າ​ ຈະ​ມີ​ການ​ສົນທະນາ​ຫາ
ລື​ກັນ ກ່ຽວ​ກັບຄວາມສໍາພັນ​ ຂອງ​ສ​ອງຝ່າຍ ​ແລະ​ສະຖານະ​ການ
​ໃນ​ແຫລມ​ເກົາຫລີ.

​ຈີນ ຊຶ່ງ​ເປັນ​ພັນທະ​ມິດມາ​ເປັນ​ເວລາ​ດົນ​ນານ​ຂອງເກົາຫລີ​ເໜືອ
ມີ​ຄວາມ​ບໍ່ພໍ​ໃຈ ຫຼາຍຂຶ້ນ​ຕໍ່ພຽງ​ຢາງ ​ໂດຍ​ສະ​ເພາະ​ຫລັງ​ຈາກເກົາ
ຫລີ​ເໜືອ ​ໄດ້​ທົດ​ລອງ​ອາວຸດ ນິວ​ເຄລຍຄັ້ງ​ຫລ້າ​ສຸດໃນ​ເດືອນ​ກຸມ
ພາຜ່ານ​ມາ. ນັບແຕ່​ນັ້ນ​ມາປັກ​ກິ່ງ​ໄດ້​ທັບ​ມ້າງ ປາບ​ປາມບັນຊີ​ທະ
ນາຄານຂອງເກົາຫລີ​ເໜືອ ອັນ​ເປັນ​ພາກສ່ວນນຶ່ງ​ໃນ​ການລົງ​
ໂທດຮອບໃໝ່​ຂອງສະຫະ​ປະຊາ​ຊາດ.

ຈີນ ​ໄດ້​ຮຽກ​ຮ້ອງຊໍ້າ​ແລ້ວຊໍ້າ​ອີກ​ ໃຫ້​ເກົາຫຼີ​ເໜືອ ​ກັບ​ຄືນເຂົ້າຮ່ວມ​ການເຈລະຈາ ຫົກ​ຝ່າຍ
ກ່ຽວກັບ​ໂຄງ​ການ​ອາວຸດ​ນິວ​ເຄລຍຂອງ​ຕົນນັ້ນ. ທ່ານ Kim ຜູ້ຕາງໜ້າ​ເກົາຫລີ​ເໜືອ ທີ່ພວມ
ໄປ​ຢ້ຽມຢາມ​ກຸງປັກ​ກິ່ງ​ເປັນ​ຜູ້​ເຈລະຈາຄົນ​ສໍາຄັນ​ຂອງພຽງ ​ຢາງ ​ໃນ​ກອງ​ປະຊຸມ​ຫົກ​ຝ່າຍ ທີ່​
ເກົາຫລີ​ເໜືອ​ໄດ້ຍ່າງ​ອອກ ​ໃນ​ປີ 2009 ນັ້ນ.

Your browser doesn’t support HTML5

NKorea