ສະມາຊິກສະພາ ສະຫະລັດ ທ່ານນຶ່ງ ໄດ້ຖືກຍິງ ເມື່ອຕອນເຊົ້າວັນພຸດວານນີ້ ໃນລະຫວ່າງ ການຝຶກຊ້ອມກິລາເບສບອລ ເພື່ອການກຸສົນ ແມ່ນຢູ່ໃນອາການສາຫັດ ຫຼັງຈາກການຜ່າຕັດ ດັ່ງທີ່ໂຮງໝໍທີ່ໃຫ້ການປິ່ນປົວທ່ານກ່າວໃນຖະແຫຼງ ການ ທີ່ອອກໃນວັນພຸດຕອນແລງວ່າ “ທ່ານຈະຕ້ອງໄດ້ຮັບການຜ່າຕັດຕື່ມອີກ.”
ຜູ້ນຳໝາຍເລກ 3 ຂອງພັກຣີພັບບລີກັນໃນສະພາຕ່ຳ ທ່ານ Steve Scalise ເປັນຜູ້ແທນຈາກລັດ Louisiana ທາງພາກໃຕ້ຂອງປະເທດ ຢູ່ທີ່ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງ Washington, ວັນທີ 8 ມີນາ 2017.
ສະມາຊິກສະພາສັງກັດພັກຣີພັບບລີກັນ ທ່ານ Steve Scalise ທີ່ເປັນຜູ້ແທນຈາກລັດ Louisiana ທາງພາກໃຕ້ຂອງປະເທດ ແລະ ໄດ້ຮັບໜ້າທີ່ເປັນ ຜູ້ນຳໝາຍເລກ 3 ຂອງພັກຣີພັບບລີກັນໃນສະພາຕ່ຳ ໄດ້ຮັບບາດເຈັບ ໃນເວລາ ຜູ້ຮ້າຍມີອາວຸດເປັນປືນຍາວ ແລະປືນສັ້ນ ຍິງໃສ່ບັນດາສະມາຊິກສະພາ ສັງກັດພັກຣີພັບບລີກັນ ທີ່ກຳລັງກະກຽມການແຂ່ງຂັນປະຈຳປີ ກັບທີມຂອງພັກເດໂມແຄຣັດ ໃນວັນພະຫັດມື້ນີ້.
ມືປືນ ທ້າວ James Hodgkinson ອາຍຸ 66 ປີ ຈາກເມືອງ Belleville ລັດ Illinois.
ມືປືນ ຄື ທ້າວ James Hodgkinson ອາຍຸ 66 ປີ ຈາກເມືອງ Belleville ລັດ Illinois ໄດ້ຖືກຍິງບາດເຈັບ ໂດຍຕຳຫຼວດນະຄອນຫຼວງ ແລະ ໄດ້ເສຍຊີວິດ ໃນເວລາຕໍ່ມາ.
ນອກຈາກ ທ່ານ Scalise ແລ້ວ ມືປືນ ຍັງໄດ້ຍິງ ເຈົ້າໜ້າທີ່ຕຳຫຼວດປະຈຳສະພາ Crystal Griner, ຜູ້ຊ່ວຍສະມາຊິກສະພາຄົນນຶ່ງ ແລະຜູ້ວິ້ງເຕັ້ນອີກ ຄົນນຶ່ງ.
ການໂຈມຕີ ໄດ້ເກີດຂຶ້ນ ຢູ່ທີ່ສະໜາມກິລາແຫ່ງນຶ່ງ ໃນເມືອງ Alexandria ລັດ
Virginia ພຽງແຕ່ຂ້າມແມ່ນ້ຳ Potomac ຈາກນະຄອນຫຼວງວໍຊິງຕັນ ເທົ່ານັ້ນ
ບ່ອນທີ່ການແຂ່ງຂັນ ຈະຖືກຈັດຂຶ້ນ ໃນວັນພະຫັດມື້ນີ້.
Your browser doesn’t support HTML5
Gunman Who Targeted Trump on Social Media Shoots Republican Congressman
ໂຄສົກທຳນຽບຂາວ ທ່ານ Sean Spicer ໄດ້ແຈ້ງໃຫ້ນັກຂ່າວຄົນນຶ່ງຊາບເມື່ອ
ຕອນແລງ ວັນພຸດວານນີ້ ວ່າ ປະທານາທິບໍດີ ດໍໂນລ ທຣຳ ຢາກຈະໄປຮ່ວມຊົມ
ການແຂ່ງຂັນ ແລະ ສະແດງເຖິງການສະໜັບສະໜູນ ແຕ່ຫາກ ວ່າບໍ່ມີເວລາພຽງພໍ
ທີ່ຈະຈັດການທີ່ຈຳເປັນ ສຳລັບໜ່ວຍອາລັກຂາ ຂອງທ່ານ.
Your browser doesn’t support HTML5
Eyewitness Account: Senator Jeff Flake on Congressional Shooting
ທ່ານທຣຳ ພ້ອມດ້ວຍ ພັນລະຍາ ທ່ານນາງ Melania ໄດ້ເດີນທາງໄປໂຮງພະ
ຍາບານ MedStar ວໍຊິງຕັນ ເມື່ອຕອນຄ່ຳວັນພຸດວານນີ້ ເພື່ອຢ້ຽມທ່ານ Scalise
ແລະ ຄອບຄົວຂອງເພິ່ນ ແລະ ເພື່ອພົບປະກັບ ທ່ານນາງ Griner ແລະ ພັນລະຍາ
ຂອງເພິ່ນ. ຕໍ່ຈາກນັ້ນ ທ່ານປະທານາທິບໍດີ ໄດ້ຂຽນຂໍ້ຄວາມລົງ Twitter ວ່າ ທ່ານ
Scalise ແມ່ນຢູ່ໃນ “ສະພາບທີ່ຮ້າຍແຮງ” ແຕ່ເພິ່ນເປັນ “ນັກສູ້ແທ້ໆ.”
Your browser doesn’t support HTML5
President Trump Statement on Congressional Shooting
ທ່ານທຣຳ ໄດ້ກ່າວກ່ອນໜ້ານີ້ ໃນຄຳຖະແຫລງ ຢູ່ທີ່ທຳນຽບຂາວ ວ່າ ການຍິງຄົນ
ທັງຫຼາຍ ແມ່ນເປັນການເຕືອນພວກພົນລະເມືອງທັງໝົດ ເພື່ອໃຫ້ເອົາຊະນະ ການ
ແຕກແຍກທາງການເມືອງ ທີ່ໄດ້ສົ່ງຜົນກະທົບໄປທົ່ວ ວໍຊິງຕັນ ແລະ ທົ່ວປະເທດ.
Congressman Scalise Shot Outside Washington