ສື່ມົນຊົນຂອງລັດຖະບານເກົາຫລີເໜືອ ກ່າວວ່າ ຜູ້ຊ່ວຍຄົນສຳ
ຄັນ ຂອງຜູ້ນຳ ເກົາຫລີເໜືອ ທ່ານ Kim Jong Un ໄດ້ເສຍຊີວິດ
ຍ້ອນອຸປະຕິເຫດທາງລົດ.
ອົງການຂ່າວສູນກາງຂອງທາງການເກົາຫລີເໜືອ ຫລື KCNA
ກ່າວວ່າ ທ່ານ Kim Yang Gon ອາຍຸ 73 ປີ ຫົວໜ້າພະແນກ
ແນວໂຮມສາມັກຄີພຽງຢາງ ຊຶ່ງເປັນໜ່ວຍງານຄຸ້ມຄອງຄວາມ
ສຳພັນ ລະຫວ່າງເກົາຫລີເໜືອ ແລະເກົາຫລີໃຕ້ ໄດ້ເສຍຊີວິດ
ໃນຕອນເຊົ້າວັນອັງຄານວານນີ້.
ນັທ່ານ Kim ກການທູດມືອາຊີບຂອງພັກ ໄດ້ນຳພາຜູ້ຕາງໜ້າ
ລະດັບສູງ ທີ່ໄດ້ຈັດການເຈລະຈາສຸກເສີນຂຶ້ນ ໃນເດືອນສິງຫາຜ່ານມາ ກັບທູດພິເສດຂອງເກົາ ຫລີໃຕ້ ຫລັງຈາກກອງທະຫານ ຂອງລັດຖະບານທີ່ເປັນຄູ່ປໍລະປັກ ໄດ້ຢິງປືນໃຫຍ່ໂຈມຕີກັນ ໃນອັນທີ່ເປັນພາກສ່ວນນຶ່ງຂອງການໂຕ້ແຍ້ງກ່ຽວກັບການອອກ ອາກາດ
ໂຄສະນາຊວນເຊື່ອຂອງເກົາຫລີໃຕ້ ເຂົ້າໄປໃນເກົາຫລີເໜືອ.
ບັນດາຜູ້ເຈລະຈາ ໄດ້ບັນລຸຂໍ້ຕົກລົງຫລາຍມື້ຕໍ່ມາ ຊຶ່ງພາຍໃຕ້ຂໍ້ຕົກລົງດັ່ງກ່າວເກົາຫລີໃຕ້
ຈະຢຸດເຊົາການອອກອາກາດ ແລະເກົາຫລີເໜືອ ຂໍຂະມາໂທດຕໍ່ການກໍ່ກວນຢູ່ໃນເຂດ
ຊາຍແດນຈຳນວນນຶ່ງ. ນອກນັ້ນ ທ່ານ Kim ຍັງໄດ້ຫລີ້ນ ບົດບາດການນຳພາໃນປີ 2007
ຢູ່ກອງປະຊຸມສຸດຍອດ ລະຫວ່າງມື້ລາງຜູ້ນຳ Kim Jong II ແລະປະທານາທິບໍດີເກົາຫລີ
ໃຕ້ ທ່ານ Roh Moo-hyun ທີ່ໄດ້ເສຍຊີວິດໃນປີ 2009.
ພິທີີສົ່ງສະການຢ່າງເປັນທາງການ ກຳລັງວາງແຜນຈະຈັດໃຫ້ແກ່ ທ່ານ Kim ທີ່ອົງການ
KCNA ບັນຍາຍວ່າ ເປັນສະຫາຍທີ່ໃກ້ຊິດທີ່ສຸດ ຂອງທ່ານ Kim Jong Un ແລະ
ເປັນພາຄີໃນການປະຕິວັດທີ່ໜັກແໜ້ນ.”
ການຂາດລາຍລະອຽດກ່ຽວກັບອຸປະຕິເຫດທາງລົດ ໃນວັນອັງຄານວານນີ້ ໄດ້ກໍ່ ໃຫ້ເກີດ
ມີຂ່າວລືວ່າ ການເສຍຊີວິດຂອງ ທ່ານ Kim ເປັນທີ່ໜ້າສົງໄສ ແລະແມ່ນກະທັງມີຄວາມ
ຕັ້ງໃຈກໍເປັນໄດ້. ແຕ່ວ່າ ນັກວິເຄາະກ່ຽວກັບເກົາຫລີ ທ່ານ Sung-Yoon Lee ຈາກມະ
ຫາວິທະຍາໄລ Tuffs ກ່າວຕໍ່ ວີໂອເອ ວ່າ ທ່ານມີຄວາມຕັ້ງໃຈ ທີ່ຈະເຊື່ອກ່ຽວກັບການ
ອະທິບາຍຂອງລັດຖະບານ ວ່ານີ້ແມ່ນອຸປະຕິເຫດ.