ການນັບຄະແນນສຽງ ເລືອກຕັ້ງເອົາ ປະທານາທິບໍ ໂຕໂກ ໄດ້ເລີ້ມຂຶ້ນແລ້ວ

ປະທານາທິບໍດີ Faure Gnassingbe ທີ່ກຳລັງຈະພົ້ນຕຳແໜ່ງ ໄດ້ລົງສະໝັກແຂ່ງຂັນອີກສະໄໝໜຶ່ງ ແລະໄປປ່ອນບັດອອກສຽງ ຂອງທ່ານ ຢູ່ທີ່ເມືອງ Lome, ວັນທີ 25 ເມສາ 2015.

ການ​ນັບ​ຄະ​ແນນ​ສຽງ​ໄດ້​ເລີ້ມ​ຕົ້ນຂຶ້ນ​ແລ້ວ ຢູ່​ໃນ​ປະ​ເທດໂຕ​ໂກ
ຫຼັງຈາກການ​ເລືອກ​ຕັ້ງ​ ປະທານາທິບໍດີ ​ໃນ​ວັນ​ເສົາ​ວານ​ນີ້ ຊຶ່ງ
ຄາດ​ກັນ​ວ່າ ​ປະທານາທິບໍດີ Faure Gnassingbe ຈະ​ໄດ້​ຮັບ
​ໄຊຊະນະ ​ແລະ ຍັງ​ຄົງ​ກຳ​ອຳນາດ​ ຢູ່​ອີກ​ຕໍ່​ໄປ.

ປະທານາທິບໍດີ Gnassingbe ​ໄດ້​ເຂົ້າຮ່ວມ​ແຂ່ງຂັນ ອີກສະ​ໄໝ
​ນຶ່ງ​ເປັນຄັ້ງທີ 3 ​ທີ່​ມີໄ​ລຍະ 5 ປີ ຊຶ່ງ​ຈະ​ເຮັດ​ໃຫ້​ຄອບຄົວ​ຂອງ​ທ່ານ
​ຄອງ​ອຳນາດມາ ​ເກືອບ 50 ປີ. ທ່ານ Gnassingbe ​ໄດ້​ເຂົ້າຮັບ​
ຕຳ​ແໜ່​ງໃນ​ປີ 2005 ພາຍຫຼັງຈາກ ການເຖິງ​ແກ່​ອະສັນ​ຍະ​ກຳ​
ຂອງບິດາ​ຂອງ​ທ່ານ​ ຄື ທ່ານ Gnassingbe Eyadema ຜູ້​ທີ່​ໄດ້
ປົກຄອງ ອະດີດ​ອານາ​ນິຄົມ​ຂອງຝຣັ່ງ​ແຫ່ງ​ນີ້ ​ເປັນ​ເວລາ 38 ປີ​.

ຄາດ​ກັນ​ວ່າ ຜູ້ນຳ​ຝ່າຍ​ຄ້ານ ທ່ານ Jean-Pierre Fabre ​ທີ່​ໄດ້ເຂົ້າ ຮ່ວມການ​ແຂ່ງ​ຂັນ​ ​
ໃນ​ການ​ເລືອກ​ຕັ້ງຄັ້ງກ່ອນ ຈະ​ໄດ້​ຄະ​ແນນ​ທີ​ສອງ ​ໃນ​ການ​ປ່ອນ​ບັດ​ເອົາ​ປະທານາທິບໍດີ
ທີ່​ມີຮອບດຽວນັ້ນ.

ບັນດາ​ນັກ​ສັງ​ເກດ​ການ ການ​ເລືອກ​ຕັ້ງ ປະ​ເມີນວ່າ ມີ​ປະຊາຊົນອອກ​ມາ​ໃຊ້​ສິດ​ອອກສຽງ
​ປະ​ມານ 40 ​ເປີ​ເຊັນ.

ກຸ່ມ​ປົກ​ປ້ອງສິດທິມະນຸດ​ຕ່າງໆ ​ໄດ້​ຕຳ​ໜິຕິຕຽນ ລັດຖະບານ​ໂຕ​ໂກ ວ່າ ​ໄດ້ໃຊ້​ຄວາມ​ຮຸນ​ແຮງ ຕໍ່​ພວກ​ປະ​ທ້ວງ.

ບັນດາ​ນັກ​ສັງ​ເກດ​ການ​ເລືອກ​ຕັ້ງ ຫຼາຍຮ້ອຍ​ຄົນ ​ໄດ້​ພາກັນ​ໄປ​ຍັງໂຕ​ໂກ ​ເພື່ອຕິດຕາມ​ເບິ່ງ
ການ​ເລືອກ​ຕັ້ງດັ່ງກ່າວ. ​ແລະມີປະມານ 3 ລ້ານ 5 ​ແສນ​ຄົນ ​ໄດ້​ໄປລົງທະບຽນ​ປ່ອນ​ບັດ ຊຶ່ງປະກອບເປັນພຽງ​ເຄິ່ງນຶ່ງ​ເທົ່ານັ້ນ ຂອງ​ປະຊາກອນໂຕ​ໂກທັງ​ໝົດ.

Your browser doesn’t support HTML5

Togo Election