ເພື່ອສ້າງຄວາມກ້າວໜ້າ ໃຫ້ແກ່ຄວາມສຳພັນ ກັບຈີນ ມຽນມາ ຕ້ອງປະນີປະນອມ

ທ່ານນາງ Aung San Suu Kyi ຕ້ອນຮັບການຢ້ຽມຢາມ ຂອງລັດຖະມົນຕີຕ່າງປະເທດຈີນ ທ່ານ Wang Yi.

ການ​ສຳ​ພັດ​ມື​ ແບບເພື່ອນມິດ​ລະຫວ່າງ ທ່ານ​ນາງ Aung San Suu Kyi ​ແລະລັດຖະ ມົນຕີ​ຕ່າງປະ​ເທດຈີນທ່ານ Wang Yi ທີ່​ພວມ​ຢ້ຽມຢາມ​ມຽນມາໃນ​ອາທິດ​ນີ້ ແມ່ນຖືກ ວາດພາບ​ໃນ​ປະ​ເທດ​ຈີນ​ວ່າ "​ເປັນ​ການ​ເລີ້ມ​ຕົ້ນ​ທີ່​ດີ" ​ສຳ​ລັບ​ຄວາມ​ສຳພັນ​ກັບ​ມຽນມາ.

​ແຕ່​ຄວາມສຳພັນລະຍະ​ຍາວ ​ຂອງປະ​ເທດ​ເພື່ອນບ້ານທັງ​ສອງ ຈະຂຶ້ນຢູ່​ກັບວ່າ ລັດຖະ ບານ​ພົນລະ​ເຮືອນຊຸດໃໝ່​ຂອງ​ມຽນມາ ຈະແກ້​ໄຂ​ຄວາມ​ເປັນ​ຫ່ວງ​ຂອງ ຈີນ​ແບບ​ໃດ ກ່ຽວ ກັບ​ຄວາມ​ໝັ້ນຄົງ​ຂອງ​ເຂດ​ຊາຍ​ແດນ ​ແລະການ​ບໍ່​ລົງ​ຮອຍ​ກັນ​ທາງທຸລະ​ກິດ.

​ເມື່ອພິຈາລະນາເຖິງການ​ກາງ​ຕໍ່​ທາງ​ດ້ານເສດຖະກິດ​ຂອງມຽນມາ ກັບຈີນ​ແລ້ວ ບັນດາ ນັກວິ​ເຄາະ​ກ່າວ​ວ່າ ມັນ​ຈະ​ມີ​ຄວາ​ມຍາກ​ລຳບາກ​ຫຼາຍສຳລັບ ທ່ານ​ນາງ Aung San Suu Kyi ​ແ​ລະ​ລັດຖະບານໃໝ່ ທີ່ຈະ​ຄວບ​ຄຸມ​ອິດ​ທິພົນ​ທີ່​ພວມ ​ເພີ້ມຂຶ້ງຂອງ​ມະຫາ​ອຳ ນາດ​ເພື່ອນ​ບ້ານ​ ​ຕໍ່​ເສດຖະກິດ​ພາຍ​ໃນ​ປະ​ເທດ.

​ເຂົາ​ເຈົ້າ​ກ່າວ​ຕື່ມ​ອີກ​ວ່າ ບໍ່​ເທົ່າ​ນັ້ນ ຈີນ​ຍັງ​ຈະ​ຕ້ອງ​ທຳ​ການ​ປະນີປະນອມ​ເພື່ອ​ແກ້​ໄຂ​ການ​ ຂັດ​ແຍ້​ງທາງທຸລະ​ກິດ​ຂອງ​ຕົນກັບ​ມຽນມາ.

ລະຫວ່າງ​ການ​ຢ້ຽມຢາມຢ່າງ​ເປັນ​ທາງ​ການ​ສອງ​ວັນນັ້ນ ທ່ານ Wang ​ໄດ້ຢິບ​ຍື່ນ​ການ​ແກ້​ ໄຂ​ແບບ​ປະນີປະນອມໃຫ້​ແກ່ມຽນມາ.

ທ່ານ Wang ​ໄດ້​ກ່າວ​ຕໍ່ ທ່ານ​ນາງ Aung San Suu Kyi ທີ່​ນະຄອນຫລວງ Naypyitaw ຂອງ​ມຽນມາ ​ໃນ​ວັນ​ອັງຄານ​ທີ່​ຜ່ານ​ມານີ້​ວ່າ “ຂ້າພະ​ເຈົ້າ​ໄດ້​ມາ​ທີ່​ນີ້​ເພື່ອ​ສົ່ງ​ສັນຍານ​ອັນຈະ​ແຈ້ງຕໍ່​ປະຊາ​ຄົມ​ສາກົນວ່າ ຈີນ​ເພີ່ງ​ພໍ​ໃຈ​ທີ່​ຢືນ​ຢູ່​ກັບ​ມຽນມາ ​ແລະ​ສືບ​ຕໍ່ ເປັນ​ເພື່ອນ​ບ້ານ​ທີ່​ດີ ​ເປັນ​ເພື່ອນ​ທີ່​ດີ​ຜູ້​ນຶ່ງ ​ແລະ​ຄູ່​ຮ່ວມງານ​ທີ່​ດີ ບັດ​ນີ້​ມຽນມາ​ໄດ້ເລີ້ມຕົ້ນປະຫວັດສາດໜ້າ​ ໃໝ່​ຂອງ​ຕົນ​ແລ້ວ.” ​