ທ່ານ Sanders ແລະທ່ານ Trump ຊະນະ ການເລືອກຕັ້ງ ຂັ້ນຕົ້ນ ຢູ່ລັດ New Hampshire

ທ່ານ Bernie Sanders (ຊ້າຍ) ແລະທ່ານ Donald Trump.

ຜູ້​ສະໝັກ​ຫົວ​ສັງຄົມ​ນິຍົມ​ຂອງພັກ​ເດ​ໂມ​ແຄ​ຣັດ ທ່ານ Bernie
Sanders ​ແລະ​ຜູ້​ສະໝັກມະຫາ​ເສດຖີພັນ​ລ້ານ ​ທີ່​ກ້າ​ປາກກ້າ​
ເວົ້າ ​ຂອງ​ພັກ​ຣີພັບ​ບລີ​ກັນ ທ່ານ Donald Trump​ ​ໄດ້​ຊະນະ​
ການເລືອກ​ຕັ້ງຂັ້ນຕົ້ນຢູ່ທີ່​ລັດ New Hampshire ຊຶ່ງເປັນ​ໄຊ
ຊະນະອັນ​ທຳ​ອິດ ​ໃນ​ການ​ເລືອກ​ຕັ້ງ​ເພື່ອ​ເຂົ້າ​ແຂ່ງຂັນ​ເອົາ​ຕຳ
ແໜ່​ງປະທານາທິບໍດີສະຫະລັດ.

ດ້ວຍ​ຄະ​ແນນ​ສຽງ ​ທີ່​ນັບ​ໄປ​ແລ້ວ 89 ​ເປີ​ເຊັນຈາກ​ໜ່ວຍ​ປ່ອນ​
ບັດ​ຕ່າງໆ ປາກົດວ່າ ທ່ານ Sanders ​ໄດ້​ຮັບທັງ​ໝົດ​ 60 ​ເປີ​
ເຊັນປຽບທຽບ​ໃສ່ອະດີດ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະ
ລັດ ທ່ານ​ນາງ Hillary Clinton ​ທີ່ໄດ້​ຮັບ 38​ ​ເປີ​ເຊັນ. ທ່ານ
​Trump​ ກໍ​ຢູ່​ໃນລັກສະນະທີ່​ຄ້າຍຄື​ກັນສຳລັບ​ພັກ​ຣີພັບ​ບລີ​ກັນ​ໂດຍ​ໄດ້​ຮັບ​ຄະ​ແນນ​ສຽງທັງ​
ໝົດ 35 ​ເປີ​ເຊັນ ​ໃນ​ບັນດາ​ຜູ້​ສະໝັກ​ທີ່​ຂ້ອນຂ້າງ​ຫລາຍ​ແດ່​ສຳລັບ​ພັກ​ຣີພັບ​ບລີ​ກັນ.

New Hampshire Votes in Primary Election

ໃນ​ການ​ແຂ່ງຂັນ ​ທີ່​ມີ​ການ​ຈັບ​ຕາ​ເບິ່ງ​ຢ່າງ​ໃກ້ຊິດ ​ອີກ​ອັນ​ນຶ່ງ​ ກໍ​ແມ່ນ​ຜູ້​ປົກຄອງລັດ Ohio
ທ່ານ John Kasich ທີ່​ໄດ້​ຮັບ​ຄະ​ແນນສຽງເປັນ​ທີ​ 2 ໃນ​ການ​ແຂ່ງ ຂອງ​ພັກ​ຣີພັບ​ບລີ​ກັນ​ ​
ໂດຍ​ໄດ້​ຮັບ​ຄະ​ແນນ​ທັງ​ໝົດ 16 ​ເປີ​ເຊັນ.

ຜົນ​ຂອງ​ການ​ປ່ອນ​ບັດ​ແມ່ນ​ສອດຄ່ອງ​ກັນ​ກັບ​ການ​ຢັ່ງ​ຫາງ​ສຽງທີ່​ສະ​ແດງ​ໃຫ້​ເຫັນວ່າທ່ານ Sanders ສະມາຊິກ​ສະພາ​ສູງ​ຈາກ​ລັດ Vermont ​ແລະທ່ານ Trump ມະຫາ​ເສດຖີພັນ​
ລ້ານ​ຈາກ​ນິວຢອກຈະ​ຊະນະ​ຄູ່​ຕໍ່ສູ້​ຂອງ​ພວກ​ທ່ານ​ຢ່າງສະບາຍໆດ້ວຍຄະ​ແນນ​ສຽງ​ຫຼາຍ​
ກວ່າສິບ​ເປີ​ເຊັນ.

Your browser doesn’t support HTML5

Outsiders Trump and Sanders Win New Hampshire Primary

ທ່ານ ​Trump ກ່າວ​ຕໍ່​ພວກ​ສະໜັບສະໜຸນ​ໃນ​ລະຫວ່າງ​ການ​ກ່າວ​ຄຳ​ປາ​ໄສ​ຮັບ​ເອົາ​ໄຊຊະ
ນະ​ວ່າ ພວກ​ເຮົາ​ຈະ​ເຮັດ​ໃຫ້​ອາ​ເມຣິກາ​ຍິ່ງ​ໃຫຍ່​ຄືນ​ອີກ ​ແຕ່​ພວກ​ເຮົາຈະ​ເຮັດ​ໃນ​ວິທີ​ທາງ​
ແບບ​ດັ້ງ​ເດີມ. ພວກ​ເຮົາ​ຈະ​ເລີ້ມ​ໄດ້​ຮັບ​ໄຊຊະນະ​ອີກ ​ແລະ ພວກ​ເຮົາ​ຈະ​ໄດ້​ຮັບ​ໄຊຊະນະ​
ຢ່າງ​ຫຼວງຫລາຍ ​ແລະ​ພວກ​ທ່ານ​ກໍ​ຈະ​ມີ​ຄວາມ​ດີ​ອົກ​ດີ​ໃຈ​ເປັນ​ທີ່​ສຸດ.

ການ​ໄດ້​ຮັບ​ໄຊຊະນະ​ຢ່າງ​ວ່ອງ​ໄວຂອງ​ທ່ານ Sanders ​ແມ່ນ​ແຕກ​ຕ່າງຢ່າງ​ສິ້ນ​ເຊີງ​ກັບ​
ການ​ແຂ່ງຂັນ​ເພື່ອ​ໃຫ້​ໄດ້​ຮັບ​ການ​ແຕ່ງຕັ້ງ​ເປັນ​ຜູ້​ສະໝັກ​ຂອງ​ພັກ​ໃນ​ອາທິດ​ແລ້ວນີ້ທີ່​ລັດ
ໄອ​ໂອວາ ຊຶ່ງ​ໄດ້​ເສັດ​ສິ້ນລົງ​ເກືອບ​ວ່າ​ມີຄະ​ແນນ​ສຽງເທົ່າ​ກັນລະ ຫວ່າງ​ທ່ານແລະ​ທ່ານ​
ນາງ Clinton.

Your browser doesn’t support HTML5

Remarks from Top Contenders After NH Primary